ພະຍາໄມ້ / Wallich’s Podocar

ການນຳໃຊ້
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Nageia wallichiana (C.Presl) Kuntze / Podocarpaceae
ຊື່ພ້ອງ
Decussocarpus wallichianus (C.Presl) de Laub.
Nageia blumei (Endl.) Gordon
Nageia latifolia Gordon
Podocarpus agathifolius Blume
Podocarpus blumei Endl.
Podocarpus latifolius Wall.
Podocarpus latifolius Blume
Podocarpus wallichianus C.Presl
ຊື່ອື່ນ
Malayalam: Nirambali
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງ 30 ມ ແລະ ໜ້າຕັດ 1 ມ, ເຮືອນຍອດຮູບຈວຍ. ໃບໜາ, ກ້ານໃບ ແລະ ແຜ່ນໃບຮູບຮີ, ຍາວ 6-14 ຊມ, ກວ້າງ 2-5 ຊມ. ຊໍ່ດອກແມ່ເກີດເປັນກຸ້ມ, ຮຽວຍາວ, 1-2 ຊມ, ກວ້າງ 3-4 ມມ. ຊໍ່ດອກເພດຜູ້ເກີດດ່ຽວໆ, ມີກ້ານດອກຍາວ 2 ຊມ, ມີເກັດກະຈາຍຕາມກ້ານຊໍ່ດອກ. ຖານຮອງດອກມີດອກ 4-7 ດອກ, ມີໃບປະດັບຍາວ 7-18 ມມ. ແກ່ນຮູບມົນກົມ, ສີນ້ຳຕານເຂັ້ມ, ເສັ້ນຜ່າສູນກາງ 0.5-2 ຊມ. ດອກເມື່ອເດືອນກຸມພາເຖິງເດືອນມີນາ, ແກ່ນແກ່ເມື່ອເດືອນພະຈິກ-ເດືອນທັນວາ.

ບັນຍາຍການນຳໃຊ້

ເປັນໄມ້ເນື້ອດີໃຊ້ເຮັດເປັນແປ້ນແອ້ມຜາເຮືອນ ແລະ ກະດານ. ຍັງໃຊ້ເປັນໄມ້ຄັນຖ້າງເຮືອອຶກໄດ້ດ້ວຍ.

ການປະກອບສ່ວນ