ເຄືອເຂົາຮໍ / Tinospora stem

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Tinospora crispa (L.) Hook. f. & Thomson / Menispermaceae
ຊື່ພ້ອງ
Menispermum crispum L.
Tinospora gibbericaulis Hand.-Mazz.
Tinospora mastersii Diels
Tinospora thorelii Gagnep.
ຊື່ອື່ນ
ໄທ: ບໍຣະເພັດ, ຈີນຈາລີນລີ່, ຈີນຈາ ຈາລີ່, ຈີນ ຈັງ, ຮັງນູ, ເຄຣືອເຂົາຮໍ, ເຈດຕະມັນມັນ, ເຕືອເຈດຕາມັນ ຢັນ, ຕາວຫົວດານ, ວັນກະບອຍຢາຍ.
ກຳປູເຈຍ: ບັນໂດນເປກ.
ວຽດນາມ: ທົກຊົດເຣກ, ເດ່ແທນທອງ, ເດ່ກີມີ່ນ, ເດ່ກວາກ.
ອັງກິດ: quinine liana, tinospora stem.
ບັນຍາຍລັກສະນະພືດສາດ

ເຄືອເຂົາຮໍ ເປັນເຄືອກ້ຽວ ຫຼົ່ນໃບ ມີຄວາມຍາວເຖິງ 15 ມ. ລຳຂອງມັນ ມີເສັ້ນຜ່າກາງ 1.5 ຊມ ໂພງຂຶ້ນເປັນບ່ອນໆ, ບັນຈຸມີນ້ຳຂົມ ສີຂາວ ແລະ ມີຮາກອາກາດຍາວປົ່ງອອກຈາກລຳ.ກ້ານໃບຍາວ 5-15 ຊມ, ໃບເປັນແຜ່ນບາງ ຜ່ອຍ ຂ້ອນຂ້າງເປັນຮູບໄຂ່, ຂະໜາດ 6-10  x 5-8 ຊມ, ມີເສັ້ນກ່າງໃບ 5-7 ເສັ້ນ ແຜ່ອອກຄ້າຍຕີນນົກ. ດອກເປັນດອກດ່ຽວ, ນ້ອຍ, ສີເຫຼືອງແກມຂຽວ. ໝາກມີຂະໜາດ 2 x 0.2-0.5 ຊມ, ຮູບມົນຮີ ແລະ ເປັນສີສົ້ມ, ແຕ່ວ່າ ບໍ່ຄ່ອຍມີໃຫ້ເຫັນ.

ບັນຍາຍການນຳໃຊ້

ຢາທີ່ສະກັດອອກມາຈາກລຳຂອງເຄືອເຂົາຮໍ ໃຊ້ເປັນຢາແກ້ໄຂ, ແກ້ພະຍາດຜີວເຫຼືອງ, ຕາເຫຼືອງ(ອາດມີອາການເປັນໜິ້ວຢູ່ໃນຖົງບີ ຫຼື ພະຍາດຕັບ), ປະດົງຂໍ່, ໂຣກບາດທະຍັກ, ທ້ອງຂີ້ຮາກ,ພະຍາດໄຂ້ຍຸງ, ຂ້າແມ່ທ້ອງ ແລະ ເປັນຢາລົດລະດັບນ໙ຕານໃນເລືອດ. ໃນປະເທດໄທ ລຳຂອງເຄືອເຂົາຮໍ ໄດ້ຖືກນຳໃຊ້ເພື່ອແກ້ຄັນຕາມຜີວໜັງ. ລຳເຄືອເຂົາຮໍບົດ ໄດ້ຖືກນຳໄປໃຊ້ເຮັດຢາອ້ວນ ໃຫ້ມ້າ ແລະ ງົວ ເພາະມັນຊ່ວຍກະຕຸ້ນໃຫ້ສັດຢາກອາຫານ. ສານສະກັດຈາກຮາກຂອງເຄືອເຂົາຮໍສາມາດນຳໃຊ້ເປັນຢາປາບສັດຕູພືດ.

ການປະກອບສ່ວນ