ຫວາຍນົກຂໍ່ / Bird Break Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus nambariensis Becc. / Arecaceae
ຊື່ພ້ອງ
Calamus banlingensis Cheng Y.Yang, Zheng H.Yang & J.Lu
Calamus doriaei Becc.
Calamus giganteus var. robustus S.J.Pei & S.Y.Chen
Calamus inermis T.Anderson
Calamus inermis var. menghaiensis San Y.Chen, S.J.Pei & K.L.Wang
Calamus khasianus Becc.
Calamus multinervis var. menglaensis San Y.Chen, S.J.Pei & K.L.Wang
Calamus nambariensis var. alpinus S.J.Pei & S.Y.Chen
Calamus nambariensis var. furfuraceus S.J.Pei & S.Y.Chen
Calamus nambariensis var. menglongensis S.J.Pei & S.Y.Chen
Calamus nambariensis var. xishuangbannaensis S.J.Pei & S.Y.Chen
Calamus nambariensis var. yingjiangensis S.J.Pei & S.Y.Chen
Calamus obovoideus S.J.Pei & S.Y.Chen
Calamus palustris var. longistachys S.J.Pei & S.Y.Chen
Calamus platyacanthoides Merr.
Calamus platyacanthus Warb. ex Becc. [Illegitimate]
Calamus platyacanthus var. longicarpus San Y.Chen & K.L.Wang
Calamus platyacanthus var. mediostachys S.J.Pei & S.Y.Chen
Calamus polydesmus Becc.
Calamus wailong S.J.Pei & S.Y.Chen
Palmijuncus inermis (T.Anderson) Kuntze
ຊື່ອື່ນ
ລາວ: ຫວາຍນວນ, ຫວາຍໜວດ ຫວາຍນົກຂໍ່, ຫວາຍໜາມເຫຼືອງ, ກະແຕັງບະລໍ່
ຫວຽດ: ຊ໋ອງເມິດ, ເໝີຍຊ໋ອງ, ຊ໋ອງ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດດ່ຽວ ຫຼື ເປັນສຸ່ມ, ເປັນເຄືອ, ເສັ້ນລຳຍາວເຖີງ 35 ແມັດ, ເສັ້ນຜ່າສູນກາງ 5 ຊັງຕີແມັດ; ກາບໃບສີຂຽວ, ເຫຼືອງ ຫຼື ສີນ້ຳຕານແດງ, ມີໜາມສີເຫຼືອງປົນສີນ້ຳຕານ, ແປ, ຮູບສາມຫຼ່ຽມ, ປາຍແຫຼມຊື້ລົງລຸ່ມ, ຍາວ 5 ຊມ ແລະ ມີໜາມນ້ອຍສັ້ນສັບປົນຢູ່ ປົກຫຸ້ມໜາແໜ້ນ; ຫູໃບນ້ອຍ, ບໍ່ມີໜາມ; ເຂົ່າໃບພົ້ນເດັ່ນ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບສັ້ນ ຫຼື ບໍ່ມີ; ກ້ານກາງໃບຍາວ 3.3 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 13-36 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີກັນ ຫຼື ຮຽງສະໝໍ່າສະເໝີ, ບາງຄັ້ງເປັນຈຸ້ມຢູ່ຫ່າງໆກັນ, ຂອບໃບເປັນຂົນສັ້ນແຂງ; ມືເກາະຢູ່ປາຍໃບຍາວ 1.6 ມ; ຊໍ່ດອກຍາວ 2 ມ, ບໍ່ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກເກີດໃນກ້ານສັ້ນໆ, ກົມ ເຖີງ ກົມຮູບໄຂ່ ຫຼື ກົມສ້ວຍ, ຍາວ 2.4 ຊມ ແລະ ກວ້າງ 2.5 ຊມ, ສີຂາວ ແລະ ມີຮ່ອງຂອງເກັດຫຸ້ມ. ການກະຈາຍພັນ ແລະ ຖື່ນກຳເນິດ: ພາກເໜືອ ແລະ ພາກກາງຂອງລາວ, ພາກກາງຂອງຫວຽດນາມ, ບັງກລາເທດ, ບູຖານ, ຈີນ, ພາກເໜືອຂອງອືນເດຍ, ມຽນມ້າ, ເນປານ ແລະ ໄທ. ພົບຢູ່ຕາມປ່າດົງດິບເຂດຕໍ່າ ຫຼື ທີ່ມີລະດັບສູງຈາກໜ້ານ້ຳທະເລ 100-1,500 ມ. ອອກດອກເດືອນມີນາ-ພືດສະພາ, ເປັນໝາກເດືອນກໍລະກົດ ແລະ ໝາກສຸກເດືອນພະຈິກ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ເສັ້ນລຳມີຄຸນນະພາບດີ ໃຊ້ເຮັດເຄື່ອງຫັດຖະກຳ, ເຄື່ອງເຮືອນ ແລະ ໃຊ້ມັດ. ປູກເອົາຍອດເພື່ອເປັນອາຫານ

ການປະກອບສ່ວນ