ເອື້ອງພະຍາເສືອ / Giant Vandopsis

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Vandopsis gigantea Lindl. / Orchidaceae
ຊື່ພ້ອງ
Fieldia gigantea (Lindl.) Rchb.f.
Stauropsis chinensis Rolfe
Stauropsis gigantea (Lindl.) Benth. ex Pfitzer
Vanda gigantea Lindl.
Vanda lindleyana Griff. ex Lindl. & Paxton
Vandopsis chinensis (Rolfe) Schltr.
ຊື່ອື່ນ
Chinese: Ni Wan Dai Lan
Thai: Phya chat than
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງທີ່ຂະຫຍາຍຕົວທາງປາຍຍອດ, ກົ່ງໂຄ້ງ, ປາຍຮຽວ. ໃບອວບໜາ, ຮູບຂອບຂະໜານ, ເປັນຮ່ອງດ້ານເທີງ, ເປັນສັນຢູ່ດ້ານລຸ່ມ. ຊໍ່ດອກເກີດຈາກງ່າມໃບ, ກ້ານໜາ, ຍາວເຖິງ 40 ຊມ, ຊໍ່ດອກແບບກະຈະ, ຕັ້ງຊື່, ມີດອກຈຳນວນຫຼາຍ, ດອກມີກີ່ນຫອມ, ເນື້ອດອກໜາ, ສີເຫຼືອງມີຈຸດສີນ້ຳຕານກະຈາຍ. ດອກຕຸ່ມສີມ່ວງປົນສີບົວ. ກິບປາກສີຂາວປົນສີເຫຼືອງ. 

ດອກເຜິ້ງຊະນິດນີ້ພົບຢູ່ປະເທດຈີນ, ບັງກລາເທດ, ມຽນມາ, ໄທ, ມາເລເຊຍ, ລາວ ແລະ ຫວຽດນາມ. ໃນທຳມະຊາດເປັນດອກເຜິ້ງທີ່ຫາຍາກ ແລະ ໃກ້ຈະສູນພັນ, ມັກເກີດບ່ອນອາກາດອົບອຸ່ນ, ເປັນເຫງົ້າໃຫຍ່, ມັນຂະຫຍາຍຕົວທາງປາຍຍອດ ມັກເກີດຕາມໂງ່ນຫີນ ແລະ ຕາມຕົ້ນໄມ້ຂະໜາດໃຫຍ່, ບ່ອນທີ່ອາກາດໂລ່ງ, ເປັນບ່ອນທີ່ຊຸ່ມ ແລະ ມີຈຳພວກໄຄເກີດຕາມຫີນ ພົບໃນປ່າດົງດິບ ແລະ ປ່າເຄີ່ງປະສົມປ່ຽນໃບ ພົບໃນລະດັບຄວາມສູງແຕ່ 300-11000 ມ.

ບັນຍາຍການນຳໃຊ້

ຂາຍເປັນດອກໄມ້ປະດັບທີ່ມີລາຄາແພງ, ລາຄາ 100,000-800,0000  ກິບຕໍ່ຕົ້ນ, ເຮັດໃຫ້ດອກເຜິ້ງຊະນິດນີ້ກາຍເປັນພືດທີ່ຫາຍາກ ແລະ ໃກ້ຈະສູນພັນໃນທຳມະຊາດ, ສ່ວນຫຼາຍແມ່ນນັກສະສົມຂອງປ່າເປັນຜູ້ຊື້ສະສົມໃນສວນຕົວເອງ ແລະ ຂະຫຍາຍພັນເມື່ອຂາຍຕໍ່.

ການປະກອບສ່ວນ