ວິທີເຮັດແກງຜັກແບບຊົນເຜົ່າຫງ້ວນ
ເຄີຍເຮັດກິນແລ້ວບໍ? ແກງຜັກແບບຊົນເຜົ່າຫງ້ວນ
ເຮືອນຄົວລາວ
www.phakhaolao.la
ຜັກເປັນອາຫານອີກຊະນິດໜຶ່ງທີ່ຄວນທານເປັນປົກກະຕິ, ເຖິງແມ່ນວ່າບາງຄັ້ງມັນຈະມີຂັ້ນຕອນການປຸງແຕ່ງທີ່ຫຍຸ້ງຍາກ, ແຕ່ພວກເຮົາສາມາດຊອກຫາສູດອາຫານທີ່ງ່າຍໄດ້. ມື້ນີ້ພວກເຮົາມີວິທີ ແລະ ຂັ້ນຕອນການແກງຜັກແບບຊົນເຜົ່າຫງ້ວນມາແນະນຳ.
ສ່ວນປະກອບ:
- ຍອດຜັກ 3 ກໍາມື ( ຜັກບົ້ງ, ຍອດໝາກບວບ ແລະ ຜັກອື)
- ໝາກແຄ້ງ 2 ພວງ
- ຊີ້ນໝູແຫ້ງ 2 ຕ່ອນ
- ໝາກເຜັດ 3 ໜ່ວຍ
- ເກືອ 1 ບ່ວງກາເຟ
- ນ້ຳ 1 ລິດ
- ນ້ຳມັນ ໜ້ອຍໜຶ່ງ
- ປາແດກ ໜ້ອຍໜຶ່ງ
ວິທີປຸງແຕ່ງ
-
ນຳຍອດຜັກທີ່ເກັບມາ ແລ້ວເດັດໃຫ້ໄດ້ຄວາມຍາວຕາມຕ້ອງການ ຈາກນັ້ນນໍາໄປລ້າງນ້ຳໃຫ້ສະອາດ
-
ນຳໝາກເຜັດໄປຕຳໃຫ້ລະອຽດ ແລ້ວໃສ່ລົງໝໍ້
-
ຕື່ມເກືອ ແລະ ປາແດກ
-
ນຳຊີ້ນໝູແຫ້ງມາຕັດໃຫ້ໄດ້ຂະໜາດຕາມທີ່ຕ້ອງການ ແລ້ວນຳໄປໃສ່ໝໍ້
-
ຕື່ມນ້ຳມັນເລັກນ້ອຍ
-
ເມື່ອນ້ຳຟົດແລ້ວໃຫ້ນໍາເອົາຜັກທີ່ກຽມໄວ້ລົງ
-
ຕົ້ມແກງໄວ້ປະມານ 5 ນາທີ ຈາກນັ້ນຊິມລົດຊາດ ແລະ ບີບເບິ່ງວ່າຜັກສຸກແລ້ວບໍ? ຖ້າສຸກແມ່ນສາມາດປົງໄດ້ເລີຍ