ຜັກ ແລະ ໝາກໄມ້ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ
ຊີວະນາໆພັນກະສິກຳ
www.phakhaolao.la
- ໝາກໂມ ໝາກໄມ້ໜ້າຮ້ອນຊ່ວຍເຕີມສີສັນເພີ່ມຄວາມສົດຊື່ນ ຮັບປະທານໄດ້ງ່າຍ ມີກົດອະມີໂນ ຊະນິດ L-Citrulline ຊຶ່ງເປັນກົດອະມິໂນທີ່ຊ່ວຍເຮັດໃຫ້ເລືອດຂະຫຍາຍຕົວ ສົ່ງຜົນເຮັດໃຫ້ເລືອດໝູນວຽນໄດ້ດີ, ແຕ່ເຖິງຢ່າງໃດກໍດີ ການຮັບປະທານຄວນໃຫ້ພໍເໝາະ ຫາກຫຼາຍເກີນໄປກໍອາດຈະສົ່ງຜົນຕໍ່ຄົນທີ່ມີພະຍາດປະຈຳຕົວເຊັ່ນ: ເບົາຫວານ ເພາະອາດເຮັດໃຫ້ລະດັບນໍ້າຕານໃນເລືອດສູງ
- ໝາກລະແຊ່ງ: ໝາກລະແຊ່ງ ມີສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດທີ່ຊ່ວຍໃຫ້ຫຼອດເລືອດເຮັດວຽກໄດ້ຢ່າງມີປະສິດທິພາບ
- ໝາກພິລາ: ໝາກພິລາມີສານກະຕຸ້ນໃຫ້ຮ່າງກາຍສາມາດຜະລິດສານ Nitric oxide ຊຶ່ງເປັນສານທີ່ຊ່ວຍເຮັດໃຫ້ຫຼອດເລືອດເກີດການຂະຫຍາຍຕົວ ດັ່ງນັ້ນກະແສເລືອດຈຶ່ງໄຫຼວຽນທົ່ວຮ່າງກາຍໄດ້ຢ່າງສະດວກຫຼາຍຂຶ້ນ.
- ແກ່ນບົວ: ມີສັບພະຄຸນຊ່ວຍຄົງຄວາມສົມດຸນຂອງລະດັບຄວາມດັນເລືອດໃນຮ່າງກາຍ ຊວຍກະຕຸ້ນການເຮັດວຽກຂອງຫົວໃຈ ແລະ ບໍາລຸງເສັ້ນເລືອດ ທີ່ສໍາຄັນຍັງມີປະສິດທິພາບຊ່ວຍໃນການຂະຫຍາຍຫຼອດເລືອດ ຈຶ່ງເພີ່ມການໝູນວຽນເລືອດໄປລ້ຽງຫົວໃຈໄດ້ດີຫຼາຍຂຶ້ນ.
- ກະລໍາດອກ: ກະລໍາດອກອຸດົມໄປດ້ວຍວິຕາມິນຊີ ຊຶ່ງເປັນວິຕາມິນທີ່ມີສ່ວນຊ່ວຍໃນການໝຸນວຽນຂອງເລືອດ ສົ່ງເສີມໃຫ້ເລືອດໃນຮ່າງກາຍໄຫຼວຽນໄດ້ດີ ອີກຍັງຊ່ວຍບໍາລຸງຄວາມແຂງແຮງຂອງຫຼອດເລືອດຫົວໃຈ ແລະ ບໍາລຸງຈຸລັງເຈ້ຍຫຸ້ມຫຼອດເລືອດອີກດ້ວຍ.
- ໝາກເຜັດ: ຊ່ວຍຫຼຸດການຫົດຕົວຂອງເສັ້ນເລືອດ, ຊ່ວຍຫຼຸດການຈັບກຸ່ມຂອງເກັດເລືອດ ແລະ ຊ່ວຍຫຼຸດການສ້າງໄຂມັນໂດຍການໄປຢັບຢັ້ງການດູດຊຶມໄຂມັນໃນເສັ້ນເລືອດ ດັ່ງນັ້ນຈຶ່ງຖືກຈັດເປັນອາຫານທີ່ຊ່ວຍກະຕຸ້ນໃນການໄຫຼວຽນຂອງເລືອດໄດ້ຢ່າງມີປະສິດທິພາບ.
- ກະທຽມ: ມີສານທີ່ຊ່ວຍຫຼຸດຄາບພັດ (ແຜ່ນຄາບຈຸລິນຊີທີ່ເກີດຈາກແບັດທີເລຍ) ທີ່ຢູ່ໃນຜະຫນັງຫຼອດເລືອດ ຈຶ່ງສົ່ງຜົນເຮັດໃຫ້ລະບົບໝູນວຽນຂອງເລືອດເກີດຄວາມຄ່ອງຕົວຫຼາຍຂຶ້ນ ໃນນີ້ແນະນໍາໃຫ້ກິນກະທຽມສົດ 2-3 ກີບເປັນປະຈໍາໃນແຕ່ລະມື້ຈະຊ່ອຍໃຫ້ເລືອດໄຫຼວຽນໄດ້ດີ.
- ສົ້ມພໍດີ: ມີສັບພະຄຸນທີ່ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ຊ່ອຍຫຼຸດຄວາມດັນຂອງເລືອດ, ບໍາລຸງເລືອດໃຫ້ສາມາດໝຸນວຽນໄດ້ດີ ດັ່ງນັ້ນຫາກຮູ້ສຶກວ່າເລືອດໄຫຼວຽນບໍ່ດີ ແນະນໍາໃຫ້ດື່ມນໍ້າກະຈຽບແດງສົດທີ່ບໍ່ມີນໍ້າຕານ ຫຼື ປະສົມສານປຸງແຕ່ງອາຫານໃດໆ