ກຳລັງດົງ / Wild Climbing Custard

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cyathostemma micranthum (A. DC.) J.Sinclair / ANNONACEAE
ຊື່ພ້ອງ
Cyathostemma sumatranum (Miq.) Boerl.
Guatteria micrantha A.DC.
Uvaria micrantha (A. DC.) Hook. f. & Thomson
ຊື່ອື່ນ
ລາວ: ຕົ້ນກຳລັງເສືອໂຄ່ງ ແລະ ຊ້າປ່າລົດ
ໄທ: ຕົ້ນນົມແມວ, ເຄື່ອພາສີ, ຕົ້ນພະສົມແກ້ວ, ນົມແມວນ້ອຍ, ພະຍາເມສິດ ແລະ ນ້ຳເຕົ້ານ້ອຍເປັນຕົ້ນ
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ເຄຶືອ. ລຳຕົ້ນເລືອພາດຕາມຕົ້ນໄມ້ອຶ່ນ, ເນື້ອໄມ້ແຂງ, ຍາວ 10-15 ມ, ເປືອກໄມ້ສີນ້ຳຕານດຳ, ກິ່ງອ່ອນ ແລະ ຍອດອ່ອນມີຂົນສີນ້ຳຕານປົກຄຸມຢູ່. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ກ້ວາງ 2.3-5 ຊມ, ຍາວ 6-14 ຊມ, ໂຄນໃບມົນ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວປົນສີນ້ຳຕານ, ລຽບ. ກ້ານໃບກົມ, ຍາວປະມານ 5 ມມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍກິ່ງ. ດອກຍ່ອຍມີ 2-5 ດອກ, ສີເຫຼືອງອ່ອນ, ເຫຼືອງປົນຂຽວ ຫຼື ສີນ້ຳຕານປົນສີຂຽວ, ມີກິ່ນຫອມ. ກ້ານດອກຍາວປະມານ 5 ມມ. ກາບດອກມີ 3 ກາບ, ຮູບ 3 ຫຼ່ຽມ, ສີຂຽວ, ມີຂົນສີນ້ຳຕານ. ກີບດອກມີ 6 ກີບ, ຮູບສາມຫຼ່ຽມ, ເມື່ອດອກບານເຕັມທີກີບດອກຈະແຜ່ອອກ, ປາຍໂຄ້ງເຂົ້າຫາກັນ, ສີນ້ຳຕານ. ໝາກກຸ່ມ,​ ຈັບຢູ່ໃນຖານດອກດຽວກັນ. ກ້ານໝາກລວມຍາວປະມານ 7 ມມ.  ໝາກຍ່ອຍມີ 10-20 ໜ່ວຍ, ຮູບຮີ, ຍາວປະມານ 1,2 ຊມ, ໝາກອ່ອນມີສີຂຽວ, ເມື່ອສຸກແລ້ວເປັນສີເຫຼືອງ, ຜິວມີຂົນ. ກ້ານໝາກຍ່ອຍ 2-2.5 ຊມ. ແກ່ນມີ 1 ແກ່ນ, ຮູບກົມ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ໃສ້ຝົນທາແກ້ພິດແມງໄມ້ກັດ ແລະ ຊ່ວຍແກ້ອາການຈ່ອຍແຫ້ງຂອງແມ່ຍິງຢູ່ໄຟ.
  • ເນື້ອໄມ້: ເປັນຢາແກ້ໄຂ້ຫວັດ, ຂັບເສມຫະ, ແກ້ໄຂ້ທັບກະດູກ ແລະ ແກ້ໄຂ້ກັບ.
ການປະກອບສ່ວນ