ກູດອ້ອມ / Santa Rosa Fern

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Pseudodrynaria coronans (Wall. ex Mett.) Ching / Polypodiaceae
ຊື່ພ້ອງ
Aglaomorpha coronans (Wall. ex Mett.) Copel.
Drynaria coronans (Wall. ex Mett.) J. Sm. ex T. Moore
Pleopeltis coronans (Wall. ex Mett.) Alderw.
Polypodium coronans Wall. ex Mett.
ຊື່ອື່ນ
Chinese: 崖薑蕨
ບັນຍາຍລັກສະນະພືດສາດ

ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າໜາເກາະເລືອຕາມຕົ້ນໄມ້ອື່ນ. ມີເກັດປົກຄຸມຢ່າງໜາແໜ້ນທົ່ວເຫງົ້າ, ເກັດໜາຕິດທົນເພື່ອປ້ອງກັນການສູນເສຍນໍ້າ, ຮູບຫອກ, ສີນ້ຳຕານ, ຍາວປະມານ 1.5 ຊມ, ເຫງົ້າຍັງມີຂົນສີນ້ຳຕານອົມແດງປົກຄຸມຢູ່ຢ່າງໜາແໜ້ນ. ໃບດ່ຽວ, ກ້ານໃບສັ້ນໆ ຫຼື ບໍ່ມີກ້ານ, ແຜ່ນໃບຮູບຮີແກມຮູບຂອບຂະໜານ, ຍາວປະມານ 1 ມ, ກ້ວາງ 60 ຊມ, ຖານໃບກົມ ຫຼື ວ້ຳເປັນຮູບຫົວໃຈ, ຂອບໃບຫຍັກເລີກແບບຂົນນົກເກືອບເຖິງເສັ້ນກ່າງກາງໃບ, ເສັ້ນໃບນູນຂຶ້ນທັງສອງດ້ານຂອງແຜ່ນໃບ, ຜິວໃບໜາຄ້າຍໜັງ, ບໍ່ມີຂົນ, ກົກໃບເປັນແຜ່ນຂະຫຍາຍອອກປົກຄຸ້ມບໍລິເວນລຳຕົ້ນເອົາໄວ້. ກຸ່ມອັບສະປໍກົມສີນໍ້າຕານ, ລຽງກັນເປັນແຖວດ່ຽວ ຫຼື ຄູ່ໃນແຕ່ລະຂ້າງຂອງເສັ້ນກ່າງໃບຍ່ອຍ.

ບັນຍາຍການນຳໃຊ້

ປິ່ນປົວພະຍາດ: ຕານເຕັ້ນ ຫຼື ແຕນວຽນ. ສ່ວນທີ່ໃຊ້: ເຫງົ້າ. ວິທີການນຳໃຊ້: ນຳເຫງົ້າກູດອ້ອມມາລ້າງນ້ຳໃຫ້ສະອາດແລ້ວຝົນທາບໍລິເວນທີ່ເປັນຕຸ່ມຕານເຕັ້ນ ຫຼື ແຕນວຽນ.
ການປູກຂະຫຍາຍພັນ: ກູດອ້ອມສາມາດນຳມາປູກຕິດໃສ່ຕົ້ນໄມ້ ຫຼື ປູກໃສກະໂຖໂດຍໃຊ້ເປືອກໄມ້ ແລະ ເສດໃບໄມ້, ກູດອ້ອມສາມາດຂະຫຍາຍພັນດ້ວຍສະປໍ ຫຼື ແຍກເຫງົ້າ.

ການປະກອບສ່ວນ