ການປູກໝາກເຜັດ

Soulivanh BOUNTHAMMY
ມາຮູ້ວິທີການປູກໝາກເຜັດແບບງ່າຍໆ ແລະ ເຮັດໃຫ້ໄດ້ຜົນຜະລິດສູງ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9E%E0%B8%A3%E0%B8%B4%E0%B8%81&source=lnms&tbm=isch&sa=X&ved=0ahUKEwi55Nfn2v7jAhUEA4gKHTYID5wQ_AUIEigC&cshid=1565660464436292&biw=1280&bih=561&dpr=1.5#imgrc=Mt9Ss1OGPdEPOM:
brighttv.co

ການກະກຽມດິນ ແລະ ເບ້ຍ
  -  ການກຽມໜານກ້າ, ຂຸດດິນເລິກປະມານ 15–20 ຊມ, ຕາກດິນໃຫ້ແຫ້ງ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມປະສົມກັບດິນຄົນໃຫ້ເຂົ້າກັນ ແລະ ເຮັດເປັນໜານ. 
  -  ຂຸດ ຫຼື ໄຖດິນໃຫ້ເລິກ 15-30 ຊມ, ຕາກດິນໃຫ້ແຫ້ງປະໄວ້ 5-10 ມື້, ໃສຝຸ່ນຄອກ ຫຼື ຝຸ່ນບົ່ມ 0.5-1 ກຼາມ/ຂຸມ (ຖ້າດິນເປັນກົດແມ່ນໃຊ້ປູນຂາວປະສົມກັບດິນທີ່ຈະປູກ, ຫຼັງຈາກໃສ່ປູນຂາວແລ້ວ 15-20 ມື້ ກໍ່ປູກໄດ້. 
  -  ການກ້າເບ້ຍ, ຫຼັງຈາກກຽມໜານກ້າແລ້ວ ໃຫ້ຫວ່ານເມັດໝາກເຜັດຫວ່ານເປັນແຖວແຕ່ລະແຖວຫ່າງກັນ 0.5-1 ຊມ ເຮັດເປັນຮອງເລິກປະມານ 1 ຊມ, ຫຼັງຈາກນັ້ນ, ໂຮຍຝຸ່ນຄອກ ຫຼື ຝຸ່ນບົ່ມປົກໜ້າໜາປະມານ 0 5. ຫົດນໍ້າໃຫ້ຊົມ ແລະ ປົກດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງບາງໆ, ຫຼັງຈາກເບ້ຍງອກໄດ້ 15-20 ມື້ ໃຫ້ຄັດເລືອກເອົາຕົ້ນບໍ່ສົມບຸນອອກ, ພ້ອມກັນນັ້ນພະຍາຍາມຈັດໄລຍະຫ່າງຂອງເບ້ຍປະມານ 10 ຊຸມ. 
ການປູກໝາກເຜັດຊີ້ຟ້າ
    ໄລຍະປູກທີ່ເໝາະສົມ, ເນື່ອງຈາກຕົ້ນໝາກເຜັດເປັນຟຸ່ມໃຫຍ່ຄວນໃຊ້ໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 50 ຊມ, ລະຫວ່າງແຖວຕໍ່ແຖວ 100 ຊມ, ຫຼັງຈາກກຽມດິນປູກແລ້ວເລືອກເອົາເບ້ຍທີ່ແຂງແຮງມີອາຍຸປະມານ 30-50 ມື້, ສູງປະມານ 10-15 ຊມ, ການຍ້າຍເບ້ຍຄວນມີດິນຕິດຮາກມາພ້ອມແລ້ວປູກທັນທີ, ການປູກຄວນບີບດິນທີ່ຝັງອ້ອມໆຕົ້ນໝາກເຜັດ, ຕ້ອງຫົດນໍ້າໃຫ້ຊຸ່ມ, ໃຊ້ເຟືອງ ຫຼື ຫຍ້າແຫ້ງປົກດິນ ແລະ ໃຫ້ເຮັດເປັນຮ້ານມຸງບັງແສງແດດ. 
ການບົວລະບັດຮັກສາ ແລະ ການເກັບກ່ຽວ
ການໃສ່ຝຸ່ນ: ແມ່ນໃສ່ຝຸ່ນບົ່ມ ຫຼື ຝຸ່ນຊີວະພາບຄວນໃສ່ 2 ຄັ້ງຕໍ່ເດືອນອີງຕາມສະພາບຂອງດິນໃນແຕ່ລະທ້ອງຖິ່ນ.
ການຫົດນໍ້າ: ຄວນຫົດນ້ໍາພຽງພໍ ແລະ ສະໝໍ່າສະເໝີຢ່າໃຫ້ປຽກຫຼາຍຈົນເກີນໄປ, ການຫົດນໍ້າຄວນໃຫ້ທຸກໆມື້ຈົນກວ່າຕົ້ນເບ້ຍຕັ້ງຕົ້ນໄດ້ 5-6 ອາທິດ. ຫຼັງຈາກນັ້ນຈຶ່ງຄ່ອຍໆຫຼຸດການຫົດນ້ໍາລົງ, ອາດຫົດ 3 ມື້/ເທື່ອ ຂຶ້ນກັບຄວາມຊຸ່ມ ຊື່ນຂອງດິນ.
ການພວນດິນ ແລະ ການກໍາຈັດຫຍ້າ: ຄວນພວນດິນ ແລະ ກໍາຈັດຫຍ້າຫຼັງຈາກໝາກເຜັດຕັ້ງຕົວໄດ້ເພື່ອບໍ່ໃຫ້ຫຍ້າຍາດແຍ່ງນ້ໍາ ແລະ ອາຫານຈາກຕົ້ນໝາກເຜັດ.
ການເກັບກ່ຽວ: ເທື່ອທໍາອິດຂອງໝາກເຜັດຊິຝ້າປະມານ 70-95 ມື້ຂຶ້ນໄປ (ຫຼັງຈາກການປູກ), ການເກັບກ່ຽວຄວນເກັບທຸກໆ 7 ມື້ ໂດຍໃຊ້ວິທີ່ເດັດເອົງເທື່ອລະໝາກໂດຍໃຊ້ເລັບມືເດັດເອົາບ່ອນຮອຍກ້ານໝາກຕໍ່ກິ່ງ ແລະ ສາມາດໃຫ້ຜົນຜະລິດເຖິງ 6-7 ເດືອນ ຫຼື ອາດຈະເປັນປີຈົນກວ່າຕົ້ນຈະແຫ້ງຕາຍ.
    ສາມາດເກັບຮັກສາໝາກເຜັດໄວ້ກິນຍາວນານດ້ວຍການດອງ, ຕາກ ຫຼື ອົບແຫ້ງເປັນຫນ່ວຍ, ບົດແຫ້ງ...

ຄຸນຄ່າທາງໂພຊະນາການ
     ຊ່ວຍບໍາລຸງສາຍຕາ, ຊ່ວຍເສີມສ້າງພູມຕ້ານທານເຮັດໃຫ້ແຂງແຮງດີຂຶ້ນ, ມີວິຕາມິນຊີ (C) ສູງ, ໃຊ້ເປັນເຄື່ອງປຸງ ອາຫານໃນໂຮງຮຽນ ແລະ ຜະລິດເປັນສິນຄ້າເພື່ອສ້າງລາຍຮັບເຂົ້າກອງທຶນໂຮງຮຽນ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

Contribute