ດອກດາວເຮືອງ / African marigold

Use
Food
Income
Medicine
Ornamental
Scientific Name / Family
Tagetes erecta L. / Asteraceae
Synonyms
Tagetes erecta var. erecta.
Other Names
ລາວ: ດອກກາວເຮືອງ
ໄທ: ດອກດາວເຣືອງ, ດາວເຣືອງໃຫຍ່
ຈີນ: ວ່ານໂຊ່, ບ່ວງລີ່ວເກັກ, ເສົາຮູ້ຢົ້ງ, ກີມເກັກ.
Botanical Description

ພືດລົ້ມລຸກມີອາຍຸ 1 ປີ. ລຳຕົ້ນຕັ້ງຊື່ມີຄວາມສູງ 60–100 ຊັງຕີແມັດ, ແຕກກີ່ງກ້ານຫຼາຍຢູ່ໂຄນຕົ້ນ, ສີຂຽວ ແລະ ເປັນຮ່ອງທັ້ງຕົ້ນ. ໃບປະສົມແບບຂົນນົກ, ປາຍໃບອອກລຽງກົງກັນຂ້າມກັນ, ມີໃບຍ່ອຍປະມານ 11–17 ໃບ, ໃບຍ່ອຍເປັນຮູບຂອບຂະໜານ, ປາຍໃບແຫຼມ, ຂອບໃບເປັນຢັກຖີ່ຄືແຂ້ວເລື່ອຍ, ໃບມີຂະໜາດກວ້າງປະມານ 0.5–1.5 ຊັງຕີແມັດ, ຍາວປະມານ 2.5–5 ຊັງຕີແມັດ, ເນື້ອໃບນຸ່ມ. ດອກເປັນດອກດ່ຽວຢູ່ປາຍຍອດ. ດອກເປັນສີເຫຼືອງສົດ ຫຼື ສີເຫຼືອງປົນສີສົ້ມ, ກີບດອກມີຂະໜາດໃຫຍ່ລຽນຊ້ອນກັນຫຼາຍຊັ້ນເປັນວົງກົມ ມີຂະໜາດເສັ້ນຜ່າສູນກາງດອກປະມານ 5–10 ຊັງຕີແມັດ ແລະ ຍາວປະມານ 1.5–2 ຊັງຕີແມັດ, ປາຍກີບດອກເປັນແຂ້ວເລື່ອຍ, ມີເກສອນເພດຜູ້ 5 ອັນ, ດອກຈະແບ່ງອອກເປັນ 2 ລັກສະນະຄື:  ດອກວົງນອກມີລັກສະນະຄ້າຍຄືລີ້ນ ຫຼື ເປັນຮູບຮ່າງນ້ຳຊ້ອນກັນໜາແໜ້ນບານແຜ່ອອກປາຍມ້ວນລົງມີຈຳນວນຫຼາຍ ເປັນດອກທີ່ບໍ່ສົມບູນເພດ, ໂຄນກີບດອກເປັນຫຼອດນ້ອຍ. ສ່ວນດອກວົງໃນເປັນຫຼອດນ້ອຍຢູ່ກາງຊໍ່ດອກມີຈຳນວນຫຼາຍ ແລະ ເປັນດອກແບບສົມບູນເພດ. ສ່ວນກາບດອກເປັນສີຂຽວເຊື່ອມຕິດກັນຫຸ້ມໂຄນຊໍ່ດອກ. ໝາກແຫ້ງສີນ້ຳຕານດຳ, ດອກຈະແຫ້ງຕິດກັບໝາກ, ໂຄນກວ້າງຮຽວຂົດໄປຫາປາຍຊື່ງປາຍໝາກນັ້ນຈະມົນ.

Description of Use

ດອກ ຫຼື ຊໍ່ດອກດາວເຮືອງມີສານ Flavonoid glycosides, Tagetiin 0.1 % ແລະ ມີສານເຮືອງແສງ Terthienyl 15 -21 ມີນລີກຼາມຕໍ່ກິໂລກຼາມ ຂອງດອກສົດ Helenien 74 %, B-Carotene Flavoxantin ໂດຍສານ Helenien ສາມາດຊ່ວຍເຮັດໃຫ້ເນື້ອເຫຍື້ອຕາດີຂື້ນ. ໝົດຕົ້ນພົບນ້ຳມັນລະເຫີຍເຊັ່ນ: Carotent, d-limonene, Flavoxanthin, Helenienm Nonanal, Ocimene, Tagetiin, Tagetone d-Terehieny ເປັນຕົ້ນ. ດອກດາວເຮືອງຊ່ວຍບຳລຸງສາຍຕາ ແລະ ຮັກສາສາຍຕາໄດ້ດີ. ໃນຕຳລາຈີນຈະນຳດອກມາປຸງກັບຕັບໄກ່ໃຊ້ກິນເປັນຢາບຳລຸງສາຍຕາໄດ້ດີ, ໃຊ້ເປັນຢາແກ້ຫຼອດລົມອັກເສບ ຫຼື ລະບົບທາງເດີນຫາຍໃຈຕິດເຊື້ອ, ແກ້ໄອ, ໄອຊ້ຳເຮື້ອ ໂດຍໃຊ້ດອກສົດປະມານ 10–15 ດອກ ນຳມາຕົ້ມກັບນ້ຳປະສົມກັບນ້ຳຕານຮັບປະທານ, ດອກໃຊ້ເປັນຢາກ່ອມຕັບ, ດັບພິດຮ້ອນໃນຕັບດ້ວຍການໃຊ້ດອກ 3–10 ກຼາມນຳມາຕົ້ມກັບນ້ຳດື່ມ. ໃບ ແລະ ຊໍ່ດອກນຳມາຊົງກັບນ້ຳໃຊ້ເປັນຢາຖ່າຍພະຍາດ.

Contribute