ຝຸ່ນຊີວະພາບມີຄວາມສຳຄັນສຳລັບຊາວກະສິກອນປູກຜັກປອດສານພິດ

ຝຸ່ນຊີວະພາບເໝາະສົມສຳລັບຜົນຜະລິດພືດຜັກຕ່າງໆ, ພືດອາຍຸສັ້ນ, ພືດລົ້ມລຸກ ແລະ ພືດໃຫ້ໝາກທຸກຊະນິດ ເພື່ອເຮັດໃຫ້ຜັກທີ່ປູກຂຽວງາມໄດ້ຜົນຜະລິດຫຼາຍ ແລະ ທີ່ສຳຄັນເປັນຜັກປອດສານພິດ.
https://laoedaily.com.la/2020/03/03/73318/
laoedaily.com.la

ບໍລິສັດ ແອລວາຍພີ ອິນເຕີ ກະສິກຳ ແລະ ການຄ້າ ຈຳກັດ ເປັນໜຶ່ງໃນບັນດາບໍລິສັດຜູ້ຜະລິດຝຸ່ນຊີວະພາບໃນລາວ ໄດ້ມີການສຶກສາຄົ້ນ ຄວ້າກ່ຽວກັບການປູກຜັກປອດສານພິດມາເປັນເວລາຫຼາຍປີ ແລະ ໄດ້ມີການຜະລິດອອກຈໍາໜ່າຍ ນັບແຕ່ປີ 2015 ເປັນຕົ້ນມາ. ເປັນຝຸ່ນຊີວະພາບສຳລັບໃສ່ຜົນຜະລິດພືດຜັກຕ່າງໆ, ພືດອາຍຸສັ້ນ, ພືດລົ້ມລຸກ ແລະ ພືດໃຫ້ໝາກທຸກຊະນິດ ເພື່ອເຮັດໃຫ້ຜັກທີ່ປູກຂຽວງາມໄດ້ຜົນຜະລິດຫຼາຍ ແລະ ທີ່ສຳຄັນເປັນຜັກປອດສານພິດ.

https://laoedaily.com.la/2020/03/03/73318/

 

ທ່ານ ນາງ ໄມວຽງ ເລົ່າຢ່າງປໍ ຮອງປະທານ ບໍລິສັດ ແອລວາຍພີ ອິນເຕີ ກະສິກຳ ແລະ ການຄ້າ ຈຳກັດ ໃຫ້ຮູ້ວ່າ: ຜ່ານການດໍາເນີນທຸລະກິດຕັ້ງແຕ່ປີ 2015 ຈົນມາຮອດປັດຈຸບັນເຫັນວ່າທຸລະກິດດັ່ງກ່າວໄປໄດ້ດີ ເນື່ອງຈາກຝຸ່ນຊີວະພາບຍັງເປັນທີ່ນິຍົມຂອງປະຊາຊົນຜູ້ປູກ ຜັກປອດສານພິດ ເຖິງວ່າອາດຈະໃຊ້ເວລາດົນໃນການບົວລະບັດຮັກສາກໍຕາມ, ແຕ່ ຄວາມຕ້ອງການຂອງຜູ້ບໍລິໂພກກໍສູງຂຶ້ນ ແລະ ຂາຍໄດ້ລາຄາດີຫາກທຽບໃສ່ກັບປະເພດຜັກໃສ່ຝຸ່ນປະສົມສານເຄມີທີ່ເຮົາເຄີຍເຫັນໃນທ້ອງຕະຫຼາດທົ່ວໄປ. ດຽວນີ້, ບໍລິສັດໄດ້ມີສາຂາ ຫຼື ຕົວແທນຈຳໜ່າຍຝຸ່ນຊີວະພາບ ແອລວາຍພີ ຢູ່ແຂວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ຊຽງຂວາງ, ບໍ່ແກ້ວ, ໄຊຍະບູລີ ແລະ ແຂວງ ອື່ນໆ.

 

ປະຈຸບັນບໍລິສັດ ມີຝຸ່ນຊີວະພາບທັງໝົດມີ 7 ຊະນິດ ເຊິ່ງຜົນຕອບຮັບຜ່ານມາກໍເຫັນວ່າຂ້ອນຂ້າງດີສົມຄວນ, ຊາວກະສິກອນທີ່ນໍາໃຊ້ຕົວຈິງກໍມີຄວາມພໍໃຈກັບຝຸ່ນດັ່ງກ່າວ ເພາະມັນເຮັດໃຫ້ຜູ້ປະກອບການມີຜົນຜະລິດດີ, ທີ່ສຳຄັນບໍ່ເປັນພິດຕໍ່ຜູ້ນຳໃຊ້.

ສໍາລັບການຜະລິດຝຸ່ນຊີວະພາບ ແມ່ນໄດ້ຈ້າງໂຮງງານຜະລິດໃຫ້ຢູ່ປະເທດໄທ ເນື່ອງຈາກເຮົາບໍ່ມີທຶນພຽງພໍສຳລັບສ້າງຕັ້ງໂຮງງານ, ແຕ່ວ່າວັດຖຸດິບສ່ວນໜຶ່ງກໍເອົາໄປຈາກປະເທດລາວ ເພື່ອປະສົມໄດ້ຕາມມາດຕະຖານແລ້ວຈຶ່ງເຂົ້າສູ່ຂັ້ນຕອນການຜະລິດຕາມທີ່ບໍລິສັດກຳນົດ, ທ່ານ ນາງ ໄມວຽງ ເລົ່າຢ່າງປໍ ກ່າວ. ຂະນະທີ່ຕະຫຼາດຈຳໜ່າຍຝຸ່ນຊີວະພາບໃນ ສປປ ລາວ ຄາດວ່າຍັງມີໂອກາດ ແລະ ຄວາມຕ້ອງການຫຼາຍຢູ່ ເນື່ອງຈາກບໍລິສັດໄດ້ຂະຫຍາຍສາຂາໄປແຂວງໃດ ກໍມີວິຊາການລົງໄປແນະນຳ ຫຼື ນຳພາປະຊາຊົນໃຫ້ຮູ້ເຖິງວິທີການປູກ, ການໃສ່ຝຸ່ນຈົນເຖິງວິທີການເກັບກ່ຽວ ແລະ ອື່ນໆ ເພື່ອເຮັດແນວໃດໃຫ້ເຂົາເຈົ້າສາມາດນຳໃຊ້ຝຸ່ນຊີວະພາບຖືກຕ້ອງຕາມປະລິມານ, ມີຜົນຜະລິດໄດ້ຫຼາຍ ແລະ ມີລາຍຮັບ.

https://laoedaily.com.la/2020/03/03/73318/

 

source:https://laoedaily.com.la/2020/03/03/73318/

Contribute