ນ້ຳສະກັດຊີວະພາບຊ່ວຍໃຫ້ເປັດໄກ່ໄຂ່ຫຼາຍຂຶ້ນ (ສູດໝາກໄມ້)

Andy Souvanhphukdee
ນ້ຳສະກັດຊິວະພາບ ສູດໝາກໄມ້
ແນະນຳວິທີເຮັດ
phakhaolao.la
phakhaolao.la

ສ່ວນປະກອບ

  • ໝາກກ້ວຍສຸກ 1 ກິໂລກຣາມ
  • ໝາກຫຸ່ງສຸກ 1 ກິໂລກຣາມ
  • ໝາກອຶແກ່ 1 ກິໂລກຣາມ
  • ໄຂ່ໄກ່ ຫຼື ໄຂ່ເປັດ 5 ໜ່ວຍ
  • ນ້ຳຕານຊາຍແດງ ຫຼື ກາກນ້ຳຕານ, ນ້ຳອ້ອຍທີ່ຕົ້ມສຸກ 1 ກິໂລຕໍ່ລິດ
  • ນ້ຳສະອາດ 10 ລິດ

ວິທີການຜະລິດ

  1. ຖ້າຫາໝາກໄມ້ທັງສາມຢ່າງບໍ່ໄດ້ ໃຫ້ເອົາທັງສອງຢ່າງກໍສາມາດຜະລິດໄດ້ ໂດຍຊັ່ງ 2 ຢ່າງໃຫ້ໄດ້ 3 ກິໂລ
  2. ນຳໝາກໄມ້ທັງສາມຢ່າງມາຟັກ ຫຼື ຊອຍໃຫ້ລະອຽດ ຖອກໃສ່ຖັງ
  3. ນ້ຳຕານຊາຍແດງປະສົມກັບນ້ຳຄົນໃຫ້ເຂົ້າກັນລະອຽດພອກໃສ່ຖັງທີ່ມີໝາກໄມ້ຄົນໃຫ້ເຂົ້າກັນລະອຽດ
  4. ປິດຝາໄວ້ໃຫ້ແຈບດີ ແລະ ໝັກໄວ້ 10 ມື້ (ເປີດຝາສັງເກດເບິ່ງມີເຊື້ອລາບໍໍ່ຕ້ອງຕື່ມນ້ຳຕານ) ແຕ່ຕ້ອງຄົນທຸກໆ 10 ມື້/1 ເທື່ອ ຈົນຄົບ 30 ມື້
  5. ໝັກໄວ້ຈົນຄົບ 45 ມື້ກໍສາມາດນຳໃຊ້ໄດ້

ວິທີການນຳໃຊ້

  • ນ້ຳຮໍໂມນ 5 ຫາ 10 ບ່ວງແກງ ປະສົມກັບນ້ຳສະອາາດ 10 ລິດ

ຄຸນປະໂຫຍດ

  • ໃຊ້ໃນການລ້ຽງສັດມີສຸຂະພາບແຂງແຮງ (ເປັດ, ໄກ່ຈະໄຂ່ຫຼາຍ)
  • ຫຼຸດຜ່ອນກິ່ນເໝັນໃນຂີ້ສັດ

ຂໍ້ມູນຈາກ ປຶ້ມຄູ່ມື ການລ້ຽງໄກ່ລາດແບບພື້ນບ້ານໂດຍນຳໃຊ້ສະໝຸນໄພ ໂດຍ ສກສຍ

Contribute