ບຳບັັັັດນ້ຳໃຫ້ສະອາດດ້ວຍ ແກ່ນຜັກອີ່ຮຸມ

Sakhone INTHAVONG
ບຳບັັັັດນ້ຳໃຫ້ສະອາດດ້ວຍແກ່ນຜັກອີ່ຮຸມ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ນ້ຳແມ່ນສິ່ງທີ່ຈຳເປັນ ແລະ ສຳຄັນຫຼາຍໃນການດຳລົງຊີວິດຂອງຄົນເຮົາ ນັບແຕ່ໃຊ້ໄວ້ດື່ມ, ອາບ, ຊັກລ້າງສິ່ງຂອງ ລວມໄປເຖິງການປຸງແຕ່ງອາຫານ ສະນັ້ນນ້ຳທີ່ເຮົາໃຊ້ຕ້ອງມີຄວາມສະອາດເພື່ອຫຼຸດຜ່ອນໂອກາດທີ່ຈະເກີດພະຍາດ ມື້ນີ້ຈຶ່ງນຳເອົາວິທີບຳບັດນ້ຳໃຫ້ສະອາດແບບທຳມະຊາດດ້ວຍແກ່ນຜັກອີ່ຮຸມມາຝາກ.

https://www.google.com/search?q=drumstick+tree&sxsrf=ALeKk01r4BBiWNmM5A8FKVRCqFPDPxtHIA:1607499693039&source=lnms&tbm=isch&sa=X&ved=2ahUKEwjdgbiBs8DtAhWGyosBHThIDIIQ_AUoAXoECBIQAw&biw=1536&bih=698

 

ເຮົາສາມາດໃຊ້ແກ່ນຜັກອີຮຸມເພື່ອກຳຈັດສິ່ງເປິເປື້ອນ ແລະ ເຊື້ອໂລກຕ່າງໆທີ່ຢູ່ໃນນ້ຳເພື່ອສາມາດນຳມາດື່ມໄດ້ ເຊິ່ງເປັນວິທີງ່າຍໆ ແລະ ໄດ້ຜົນຈິງ ເຊິ່ງຊາວອາຟຣິກາ, ອິນເດຍ ແລະ ປະເທດອື່ນໆກໍໄດ້ນຳໃຊ້ວິທີນີ້ເຊັ່ນກັນ ທີ່ສາມາດຊ່ວຍປະຢັດຟືນ, ພະລັງງານ ທີ່ສຳຄັນຍັງປະຢັດເວລາເພາະບໍ່ຈຳເປັນຕ້ອງຕົ້ມ ເຊິ່ງມີວິທີດັ່ງນີ້:

  1. ນຳແກ່ນຜັກອີ່ຮຸມອອກຈາກຝັກ ແລະ ປອກເປືອກດ້ານນອກເປືອກຫຸ້ມແກ່ນອອກ ( ບໍ່ໃຫ້ໃຊ້ແກ່ນທີ່ມີສີຈາງໆ ຫຼື ສີນ້ຳຕານ)
  2. ບົດແກ່ນໃຫ້ເປັນຜົງລະອຽດ.
  3. ຫຼັງຈາກບົດຮຽບຮ້ອຍແລ້ວໃຫ້ນຳເອົາ 2 ບ່ວງນ້ອຍ ໄປເທລົງນ້ຳດື່ມ 1 ຕຸກ ( 1500 ມລ )
  4. ສັ່ນຕຸກນ້ຳປະມານ 5 ນາທີ.
  5. ຕອງເອົານ້ຳດັ່ງກ່າວລົງຄຸນ້ຳທີ່ຕ້ອງການບຳບັດດ້ວຍຜ້າທີ່ສະອາດ.
  6. ຄົນນ້ຳໃນຄຸໃຫ້ໄວເປັນເວລາ 2 ນາທີ.
  7. ຈາກນັ້ນປະໄວ້ປະມານ 1 ຊົ່ວໂມງ ໂດຍສິ່ງເປິເປື້ອນ ແລະ ເຊື້ອໂລກ ( ປົກກະຕິແມ່ນລະວ່າງ 90 -99 ເປີເຊັນ) ຈະເກາະຕິດຢູ່ຜົງແກ່ນຜັກອີ່ຮຸມ ແລະ ຂຸ້ນຢູ່ກົ້ນຕຸກນ້ຳ.
  8. ຖອກນ້ຳດື່ມທີ່ສະອາດໃສ່ຕຸກນ້ຳ ຫຼື ພາຊະນະທີ່ສະອາດ ດ້ວຍຄວາມລະມັດລະວັງ.
https://www.semanticscholar.org/paper/Potential-of-M.-oleifera-for-the-treatment-of-water-Kansal-Kumari/4961e5d3f84f046b84d61ff02a97b1160eb47238
www.semanticscholar.org

 

ພຽງແຕ່ຂັ້ນຕອນເຫຼົ່ານີ້ເຮົາກໍສາມາດບຳບັດນ້ຳເສຍໄດ້ແລ້ວ 

ທີ່ມາ: ປື້ມຄູ່ມືສຳລັບກະສິກຳແບບຍືນຍົງ

Contribute