ຜັກອີ່ຮູມ / Drumstick Tree

Use
Food
Fibre
Medicine
Scientific Name / Family
Moringa oleifera Lamk. / Moringaceae
Synonyms
Hyperanthera moringa (L.) Vahl
Moringa zeylanica Burmann
Guilandina moringa L.
Other Names
ຊື່ຈີນ: ລາມູ 辣木 (la mu)
ຊື່ໄທ: ມະຣຸມ (Ma-rum),
ຊື່ສາມັນ: Horse-radish tree, Drumstick tree, Ben oil tree
Botanical Description

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດກາງ, ສູງ 3-10 ມ, ເປືອກເປັນສີເທົາ. ໃບປະສົມແບບຂົນນົກ, ໃບຍ່ອຍ 8-10 ຄູ່, ຮູບໄຂ່ກັບ ຫຼື ຮູບຂອບຂະໜານ, ກວ້າງ 5-20 ມ, ຍາວ 10-18 ຊມ, ຂອບເປັນຄື້ນ, ປາຍມົນ, ວ້ຳຕື່ນ. ດອກອອກເປັນຊໍ່ແບບແຕກຂະແໜງ, ຍາວ 10-30 ຊມ, ມີດອກຍ່ອຍ 12-20 ດອກຕໍ່ຊໍ່, ກາບດອກສີຂຽວອ່ອນ, ກວ້າງ 4-7 ມມ, ຍາວ 10-17 ມມ. ກີບດອກສີສົ້ມແດງ ຍາວ 3-4 ຊມ. ປາຍແຍກແບບສອງປາກ, ອອກດອກຕະຫຼອດປີ. ໝາກເປັນຮູບຂອບຂະໜານ, ກົງເລັກນ້ອຍ​, ຍາວ 17-42 ຊມ, ມີສັນ 3 ອັນ. ແກ່ນຍາວປະມານ 12 ມມ, ມີປີກ, ຮຽງກົງກັນຂ້າງ. 

Description of Use

ອິງໃສ່ຜົນການຄົ້ນຄວ້າວິທະຍາສາດຂອງຫຼາຍປະເທດເຫັນວ່າໃບຜັກອີ່ຮຸມມີຄຸນປະໂຫຍດຢ່າງຫຼວງຫຼາຍທີໜ້າມະຫັດສະຈັນ ເປັນອາຫານເສີມທີດີ ເພື່ອສຸຂະພາບຂອງຄົນເຮົາໃນການດໍາລົງຊີວີດປະຈໍາວັນ, ມີຫຼາຍທາດທີ່ມີຄຸນໂຫຍດເປັນຕົ້ນມີສານທີ່ອອກລິດຕ້ານທາດອະນຸມຸນອິດສະຫຼະ, ລິດຕ້ານນໍ້າຕານໃນເລືອດ ຫຼື ເບົາຫວານ, ລິດປ້ອງກັນສະໝອງ, ລິດເພື່ອຄວາມຊົງຈໍາ, ລິດຕ້ານຄວາມຄຽດ, ລິດຕ້ານການຊັກຈັງ, ລິດກະຕຸ້ນທາງເພດ, ລິດປ້ອງກັນຕັບ, ລິດແກ້ອາການເຈັບປວດ, ລິດລົດຜ່ອນໄຂມັນ ແລະ ທາດອື່ນໆ ທີ່ມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາ, ມີຫຼາຍບົດຄົ້ນຄວ້າວິທະຍາສາດໄດ້ຢັ້ງຢືນວ່າໃບຜັກອີ່ຮຸມມີຄຸນປະໂຫຍດຢ່າງຫຼວງຫຼາຍ, ຜັກອີ່ຮູມມີຄວາມປອດໄພຕໍ່ຜູ້ບໍລິໂພກ.

ຄຸນຄ່າດ້ານໂພຊະນາການຂອງຜັກອີ່ຮູມຕໍ່ 100 ກຼາມ:

  • kcal 92
  • Water 75 (g)
  • Protein 6.7 (g)
  • Fat 1.7 (g)
  • Carb 13.4 (g)
  • Fiber 0.9 (g)
  • Mineral 2.3 (g)
  • Ca 440 (mg)
  • Mg 24 (mg)
  • P 70 (mg)
  • K 259 (mg)
  • Fe 7 (mg)
  • Cu 1.1 (mg)
  • S 137 (mg)
  • Oxalic acid 101 (mg)
  • Vitamin A 6.8 (RAE mcg)
  • Vitamin B-Coline 423 (mg)
  • Vitamin B1 0.21 (mg)
  • Vitamin B2-Riboflavin 0.05 (mg)
  • Vitamin B3 0.8 (mg)
  • Vitamin C 202 (mg)
Contribute