ການປູກໝາກອຶ

Soulivanh BOUNTHAMMY
ການປູກໝາກອຶແບບງ່າຍໆ ສໍາຫຼັບຄົນທີຮັກໃນການປູກພືດຜັກສ່ວນຄົວ
ແນະນຳວິທີເຮັດ
https://www.google.com/search?biw=1280&bih=610&tbm=isch&sa=1&ei=2g1RXcm1MoW9hwP8q52wBg&q=%E0%BA%81%E0%BA%B2%E0%BA%99%E0%BA%9B%E0%BA%B9%E0%BA%81%E0%BB%9D%E0%BA%B2%E0%BA%81%E0%BA%AD%E0%BA%B6&oq=%E0%BA%81%E0%BA%B2%E0%BA%99%E0%BA%9B%E0%BA%B9%E0%BA%81%E0%BB%9D%E0%BA%B2%E0%BA%81%E0%BA%AD%E0%BA%B6&gs_l=img.3..35i39.162393.162393..163760...0.0..0.102.102.0j1......0....2j1..gws-wiz-img.8SQv2x2nh9M&ved=0ahUKEwjJiqHN4PzjAhWF3mEKHfxVB2YQ4dUDCAY&uact=5#imgrc=TXkpQaTR4T8g1M:
laothai.net

ການກະກຽມດິນ ແລະ ຄ້າງ
   ຂຸດຂຸມຂະໜາດ 30x30x30 ຊມ ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃຫ້ພຽງພໍ ແລະ ຕັ້ງຄ້າງໃຫ້ແໜ້ນໜາໃສ່ບໍລິເວນປາກຂຸມຕາມຂະໜາດທີ່ເໝາະສົມ (ໂດຍສະເລ່ຍ 1 ເຄືອຕໍ່ 4 ຕາແມັດ).
ການປູກ
   ເອົາແກ່ນໝາກອຶປູກໃສ່ຂຸມທີ່ໄດ້ກະກຽມໄວ້ເລິກປະມານ 3 ຊມ.
ການບົວລະບັດຮັກສາ 
  -  ຫົດນໍ້າໃຫ້ພຽງພໍຫຼັງຈາກຜັກຈະເລີນເຕີບໂຕດີ ແລະ ຍາວຂຶ້ນຄ້າງແລ້ວຈຶ່ງໃຫ້ນໍ້າໜ້ອຍລົງ, ຖ້າຍາວຮອດເຄິ່ງກາງຄ້າງແມ່ນໃຫ້ຕັດຍອດອອກເພື່ອໃຫ້ມັນແຕກງ່າ.
  -  ຖ້າວ່າຜັກຂະຫຍາຍຕົວຊ້າຄວນຈີ້ມດິນອ້ອມຕົ້ນໃສ່ຝຸ່ນຄອກ ຫຼື ຂີ້ເຖົ່າຕາມບໍລິເວນຕົ້ນ, ຫົດນ້ໍາໃຫ້ຊຸ່ມ.
  -  ຖ້າມີຮົ້ວແໜ້ນໜາອາດຈະໃຫ້ມັນຂຶ້ນຕາມຮົ້ວກໍໄດ້.
  -  ສີດຢາໝັກສະໝຸນໄພປ້ອງກັນພະຍາດ ແລະ ແມງໄມ້. 
ການເກັບກ່ຽວ
  ພືດຊະນິດນີ້ເຮົາສາມາດເກັບຍອດ ແລະ ໝາກມາປຸງແຕ່ງອາຫານໄດ້.  
ການເກັບ ແລະ ຮັກສາໄວ້ກິນຍາວນານ
  -  ເກັບຍອດ ຫຼື ໝາກລ້າງນໍ້າໃຫ້ສະອາດປະໃຫ້ນໍ້າສະເດັດ, ຫຼັງຈາກນັ້ນເອົາໃສ່ຖົງຢາງອັດໃຫ້ແໜ້ນເອົາເຂົ້າໄວ້ຕູ້ແຊ່ ຫຼື ຕູ້ເຢັນ. 
  -  ໝາກແມ່ນເກັບເອົາໜ່ວຍທີ່ແຂງແຮງ ແລະ ສຸກດີເກັບມ້ຽນໄວ້ທີ່ຮົ່ມ ແລະ ບ່ອນແຫ້ງດີ. 
ຄຸນຄ່າທາງໂພຊະນາການ:
  -  ໝາກອຶ ມີວິຕາມິນເອ (A), ບີ 1 (B1), ບີ 2 (B2), ບີ 3 (B3), ບີ 4 (B4), ບີ 5 (B5), ບີ 6 (B6), ຊີ(C), ອີ (E), ພີ (P), ແຄວຊຽມ (Ca), ທາດເຫຼັກ (Fe) ຊ່ວຍຫຼຸດນໍ້າຫນັກ, ລົດຄວາມອ້ວນ, ມີສານອະນຸມູນອິດສະລະເຮັດໃຫ້ຜິວຊຸ່ມຊື່ນ, ຮັກສາສາຍຕາ, ບໍາລຸງເສັ້ນປະສາດ, ອາລົມດີຊ່ວຍຫຼຸດນ້ໍາຕານໃນເລືອດ, ຫຼຸດຄວາມສ່ຽງຈາກການເກີດມະເຮັງ, ໂດຍສະເພາະແຄວຊຽມ ແລະ ທາດເຫຼັກຈໍາເປັນຫຼາຍສໍາລັບແມ່ຍິງໄວຈະເລີນພັນ ແລະ ແມ່ຍິງຖືພາ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

Contribute