ການປູກໝາກຖົ່ວກະແວ

Andy Souvanphakdy
ປູກໝາກຖົ່ວກະແວໄວ້ກິນຕະຫຼອດປີ ນຳມາປະກອບອາຫານໄດ້ຫຼາຍຢ່າງ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ການກຽມດິນປູກ

  • ຂຸດ ຫຼື ໄຖດິນໃຫ້ເລິກປະມານ 20-25 ຊຕມ.
  • ຕາກດິນປະໄວ້ 7-10 ມື້, ຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມ ປະສົມກັບຝຸ່ນວິທະຍາສາດສູດ 13-13-21 ຫຼື ສູດ 15:15:15 ຈຳນວນ 16-24 ກລ/ໄລ່ ແລ້ວໄຖ ຫຼື ຄາດດິນໃຫ້ລະອຽດ

ການປູກ

  • ປູກເປັນແຖວ ໄລຍະຫ່າງລະຫວ່າງແຖວ 80-100 ຊຕມ ແລະ ລະຫວ່າງຕົ້ນ 40-60 ຊຕມ 
  • ຂຸດຂຸມເລິກປະມານ 2-3 ຊຕມ ແລະ ຢອດເມັດ 2-2 ເມັດ/ຂຸມ, ປົກດ້ວຍດິນລະອຽດ ໜາປະມານ 1 ຊຕມ ແລະ ຫົດນ້ຳໃຫ້ຊຸ່ມ 
  • ເມື່ອຕົ້ນຖົ່ວກະແວເລີ່ມຖອດຍອດ ຫຼື ມີໃບແທ້ 2-3 ໃບ ໃຫ້ຖອນແຍກຕົ້ນທີ່ອ່ອນແອອອກ ຈົ່ງໄວ້ແຕ່ຕົ້ນທີ່ແຂງແຮງຂຸ ມລະ 2 ຕົ້ນ

ການບົວລະບັດຮັກສາ

  • ນອກຈາກການໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມແລ້ວ ຍັງສາມາດເລືອກໃສ່ຝຸ່ນວິທະຍາສາດໄດ້ອີກ ສຳລັບການໃສ່ຝຸ່ນວິທະຍາສາດນັ້ນແມ່ນແນະນຳໃຫ້ໃສ່ຝຸ່ນ N:P:K ສູດ 13-13-21, ສູດ 15-15-15 ຫຼື ໃນອັດຕາ 1 ບ່ວງແກງ/ຂຸມ ໂດຍຝັງໃສ່ຫ່າງຈາກຕົ້ນ 15 ຊຕມ
  • ເມື່ອອາຍຸໄດ້ 10-15 ວັນ ແລະ 20-25 ວັນ ຫຼັງຈາກປູກ ຄວນໃຫ້ນ້ຳຢ່າງສະໝໍ່າສະເໝີ ເສຍຫຍ້າ-ພວນດິນ ແລະ ປ້ອງກັນ ກຳຈັດແມງໄມ້ທີ່ຈະມາເຂົ້າທຳລາຍເປັນປະຈຳ
  • ການປັກຄັ້ງ ຄວນປັກກ່ອນທີ່ຖົ່ວກະແວຈະທາວເຄືອ ຫຼື ອາຍຸໄດ້ປະມານ 15 ວັນ

ການເກັບກ່ຽວ

  • ເມື່ອຖົ່ວກະແວອາຍຸໄດ້ ປະມານ 15-50 ວັນ ຫຼັງຈາກປູກເຮົາກໍສາມາດເລີ່ມເກັບກ່ຽວໝາກສົດໄດ້
  • ການເກັບກ່ຽວຄວນເກັບໃນຕອນເຊົ້າ ຫຼື ຕອນແລງທີ່ມີແສງແດດອ່ອນ
  • ການເກັບແຕ່ລະຄັ້ງຄວນເກັບໝາກທີ່ຖືກແມງໄມ້ ຫຼື ບົ້ງທຳລາຍຖິ້ມພ້ອມ
  • ໃນຊ່ວງອາຍຸໜຶ່ງສາມາດເກັບກ່ຽວໄດ້ ຫຼາຍກ່ວາ 10 ເທື່ອ ແຕ່ລະເທື່ອສາມາດເກັບຜົນຜະລິດຢູ່ໃນລະຫວ່າງ 70-100 ກລ/ໄລ່

ປູກໝາກຖົ່ວກະແວໄວ້ກິນເອງ ສະດວກສະບາຍ ສາມາດຫຼຸດຜ່ອນລາຍຈ່າຍ ຫຼື ຈະປູກສ້າງລາຍຮັບກໍໄດ້ເຊັ່ນດຽວກັນ, ໝາກຖົ່ວກະແວສາມາດນຳມາປຸງແຕ່ງ ປະກອບອາຫານໄດ້ຫຼາກຫຼາຍ ບໍ່ຈະເປັນຂົ້ວ, ເອາະ, ແກງ ຫຼື ຊຸບ ກໍແຊບ

phakhaolao.la

 

ຂໍ້ມູນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຫາດດອນແກ້ວ

Contribute