ໝາກຖົ່ວວອຍ / Lima Bean

Use
Food
Income
Medicine
Scientific Name / Family
Phaseolus lunatus L. / Fabaceae
Synonyms
Dolichos tonkinensis Bui-Quang-Chieu
Phaseolus bipunctatus Jacq.
Phaseolus ilocanus Blanco
Phaseolus inamoenus L.
Phaseolus limensis Macfad.
Phaseolus lunatus var. lunatus
Phaseolus lunatus var. macrocarpus (Moench) Benth.
Phaseolus macrocarpus Moench
Phaseolus portoricensis Spreng.
Phaseolus puberulus Kunth
Phaseolus rosei Piper
Phaseolus saccharatus Macfad.
Phaseolus tunkinensis Lour.
Phaseolus vexillatus "sensu Blanco, non L."
Phaseolus viridis Piper
Phaseolus vulgaris "sensu Blanco, non L."
Phaseolus xuaresii Zuccagni
Other Names
ຊື່ໄທ: ຖົ່ວບອຍ, ຖົ່ວບ່າບອຍ ແລະ ຖົ່ວລາດສະມາດ.
ຊື່ອັງກິດ: Lima Bean
Botanical Description

ລຳຕົ້ນເປັນລຳເລືອ, ເກາະກ້ຽວຕາມຕົ້ນໄມ້ ຫຼື ກິ່ງໄມ້, ຮູບກົມ, ສີຂຽວ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ອອກແບບຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ຮູບໄຂ່, ກ້ວາງປະມານ 10.5 ຊມ, ຍາວປະມານ 13.5 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ ຫຼື ຕິ່ງໜາມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸ່ມທັງສອງດ້ານເລັກນ້ອຍ. ກ້ານໃບກົມ, ຍາວ 4-6 ຊມ, ສີຂຽວ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 6-8 ຊມ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກເຊື່ອມຕິດກັນປາຍແຍກອອກເປັນແສກ, ສີຂຽວ. ກີບດອກແຍກອອກເປັນ 5 ແສກ, ສີຂາວ, ກີບກາງສອງກີບເຊື່ອມຕິກັນມີຂະໜາດໃຫຍ່ກວ່າໝູ່, ຮູບໄຂ່ກວ້າງ, ກີບຂ້າງ 1 ຄູ່, ຮູບຫອກ ແລະ ກີບລຸ່ມ 1 ຄູ່, ຮູບບ່ວງ, ເກສອນເພດຜູ້ມີ 10 ອັນບໍ່ສະໝຳາສະເໝີ. ເຕົ້າໄຂ່ຮູບແຖບ, ຮວງຮັບນູນຂຶ້ນເລັກນ້ອຍ, ສີດຳ. ໝາກເປັນຝັກ, ຮູບຂອບຂະໜານໂຄ້ງເລັກນ້ອຍ, ກ້ວາງປະມານ 0.8 ຊມ, ຍາວປະມານ 5 ຊມ, ຜິວຫຼຽບ, ປາຍແຫຼມ, ໝາກອ່ອນສີຂຽວ, ໝາກແກ່ສີເຫຼືອງ ຫຼື ສີນ້ຳຕານ. ແກ່ນຮູບໝາກໄຂ່ຫຼັງ, ມີ 3-5 ເມັດຕໍ່ຝັກ, ສີຂາວ ຫຼື ສີສົມພູ.

Description of Use

ເປັນອາຫານ: ໝາກອ່ອນ ແລະ ແກ່ນນຳມາລວກກັບແຈ່ວ ຫຼື ໃສ່ແກງແຄ. ແກ່ນແກ່ນຳມາເຮັດນ້ຳຫວານເປັນອາຫານວ່າງ.

ສັບພະຄຸນທາງດ້ານການຢາ: ແກ່ນໃຊ້ຮັກສາອາການປວດຕາມຂໍ້ ແລະ ຮັກສາອາການປວດເມື່ອຍ.

ສິນຄ້າ: ແກ່ນໃຊ້ເຮັດນ້ຳຫວານຂາຍຕາມທ້ອງຕະຫຼາດ ຫຼື ສະກັດເປັນຜະລິດຕະພັນສົ່ງອອກເຊັນ: ນົມ, ເຄື່ອງດື່ມ....

Contribute