ໝາກແໜ່ງຈະເກັບເອົາມາຈາກເຫງົ້າໃນຊ່ວງ 15–25 ວັນ ຂອງເດືອນກໍລະກົດ–ເດືອນສີງຫາ. ໃນການເກັບໝາກນັ້ນປະຊາຊົນຈະກວດເບີ່ງໝາກກ່ອນ ໂດຍການເກາະເປືອກອອກເບີ່ງ ຖ້າເຫັນໝາກເປັນສີແດງເຂັ້ມ, ແກ່ນເປັນສີນໍ້າຕານ ຫຼື ສີມ່ວງເຂັ້ມ ສະແດງວ່າສຸກແລ້ວສາມາດເກັບກູ້ໄດ້. ຊາວບ້ານຈະສ້າງເຕົາອົບດ້ວຍແຕ່ເອງໂດຍການນໍາໄຟ ຫຼື ຖ່ານ ເພື່ອອົບໂດຍຄວາມຮ້ອນປະມານພໍໃຊ້ຝີງມືໄດ້. ໝາກແໜ່ງສົດ 15 ກິໂລ, ຈະໄດ້ 3 ກິໂລແຫ້ງ. ການເກັບຮັກສາຕ້ອງເກັບໄວ້ໃນໂອ່ງແກ້ວ ໃນຫ້ອງທີ່ມີລົມລ່ວງດີ, ໝາກແໜ່ງແຫ້ງດີສາມາດເກັບໄວ້ໄດ້ດົນ ແລະ ບໍ່ຕົກໂໝກ. ແຕ່ບາງທ້ອງຖີ່ນກໍ່ຍັງອາໄສຕາກແຫ້ງດ້ວຍແສງແດດ, ແຕ່ໃຊ້ເວລາດົນກວ່າອົບໃນເຕົາ.

Contribute