ໂດຍທົ່ວໄປແລ້ວໝາກແໜ່ງຈະຂະຫຍາຍພັນໂດຍເຫງົ້າໄວກວ່າດ້ວຍແກ່ນ, ການຕັດເອົາເຫງົ້າທີ່ສົມບູນ ເຊິ່ງມີອາອາຍຸ 2–3 ປີແລ້ວນັ້ນມາຊໍາໄວ້ເພື່ອປູກລົງໃນສວນຈະໄດ້ເກັບຜົນຜະລິດໄວ້. ແຕ່ການກ້າແກ່ນແມ່ນສາມາດເຮັດໄດ້, ກ່ອນກ້າແກ່ນຄວນຄັດເລືອກ   ໝາກແໜ່ງທີ່ສຸກ ຫຼື ແກ່ດີ. ແກະເອົາເປືອກອອກ ແລ້ວນໍາເອົາແກ່ນນັ້ນມາກ້າລົງໃນຖົງຢາງ ຫຼື ພາຊະນະທີ່ເໝາະສົມ. ເມື່ອເບ້ຍນ້ອຍມີໃບປະມານ 3–5 ສາມາດນໍາລົງປູກໃນພື້ນທີ່ໄດ້.
ໝາກແໜ່ງທີ່ເກີດເອງຕາມທຳມະຊາດແມ່ນທຸກຄົນສາມາດເກັບກູ້ໄດ້. ແຕ່ໝາກແໜ່ງປູກແມ່ນຂື້ນກັບກໍາມະສິດເຈົ້າຂອງສວນ.

 

Contribute