ໝາກແໜ່ງຂຽວ / Green Fruits Cardamom

Use
Food
Income
Medicine
Scientific Name / Family
Wurfbainia uliginosa (J.Koenig) Škorničk. & A.D.Poulsen Zingiberaceae
Synonyms
Amomum ovoideum Pierre ex Gagnep.
Cardamomum uliginosum (J.Koenig) Kuntze
Amomum robustum K.Schum.
Amomum uliginosum J.Koenig
Cardamomum uliginosum (J.Koenig) Kuntze
Other Names
Thai: Riew, Kravanh pah
Chinese: sha ren
English: green fruits Cardamom
Conservation Status
Least Concern
Botanical Description

ເກີດເປັນເຫງົ້າເລືອ, ລຳຕົ້ນສູງ 3–3.5 ມ, ເຫງົ້າເສັ້ນຜ່າສູນກາງ 0.5–1 ຊມ, ສີນ້ໍາຕານປົນສີຂາວ ແລະ ສີຂຽວ. ລໍາຕົ້ນ ມີໃບ 40–45 ໃບຕໍ່ຕົ້ນ. ແຜ່ນໃບຮູບ ຂອບຂະໜານ, 15–50 x 1.5–8 ຊມ, ຂອບໃບລຽບ, ໂຄນໃບມົນ, ປາຍໃບຕີ່ງແຫຼມ, ສີຂຽວອ່ອນດ້ານລຸ່ມ, ກ້ຽງທັງສອງດ້ານ. ຊໍ່ດອກເກີດຈາກເຫງົ້າ, ຍາວ 5–10 ຊມ, ມີ 2–5 ຊໍ່/ຕໍ່ເຫງົ້າ. ດອກສີຂາວປົນ ສີເຫຼືອງມີຈຸດສີແດງ. ພວກໝາກມີກ້ານຍາວ 8–10 ຊມ, ມີຂົນອ່ອນປົກຄູມ, ໝາກມົນກົມ ຫຼື ຮູບໄຂ່, ຂະໜາດ 1.2–2 x 1–1.5 ຊມ, ສີຂຽວປົນສີແດງ, ເມື່ອສຸກຈະເປັນສີແດງເຂັ້ມປົນສີນໍ້າຕານ, ມີໜາມປົກຄູມ ໝາກແຕກເປັນ 1–3 ແໜງ. ແກ່ນມົນກົມ 0.4 ຊມ, ກ້ຽງ, ສີດຳ, ມີ 10–25 ຕໍ່ຫ້ອງໄຂ່.

ໝາຍເຫດ: ໝາກແໜ່ງຂຽວໃນປະເທດລາວມີ ສອງຊະນິດຄື: Wurfbainia villosa ແລະ Wurfbainia uliginosa, ແຕ່ມີຄວາມແຕກຕ່າງກັນຄື ຊະນິດ W. uliginosa ກິບປາກມີຕີ່ງແຕກອອກທັ້ງສອງຂ້າງປະມານ 1 ຊມ, ແຕ່ W. villosa ບໍ່ມີຕີ່ງ. ໝາກແໜ່ງຊະນິດນີ້ມີລັກສະນະຂອງຕົ້ນ ແລະ ໝາກຄ້າຍຄືກັບໝາກແໜ່ງຊະນິດ Wurfbainia villosa ແລະ ສ່ວນໂດຍທົ່ວໄປເອື້ນໝາກແໜ່ງຂຽວ, ແຕ່ໝາກແໜ່ງຊະນີດນີ້ພົບເຫັນສະເພາະພາກກາງຂອງລາວເທົ່ານັ້ນ.

Description of Use

ອາຫານ: ໜໍ່ອ່ອນສາມາດນຳມາກີນເປັນອາຫານໄດ້, ສ່ວນໝາກສາມາດໃຊ້ປຸງແຕ່ງເປັນເຄື່ອງເທດໄດ້.
ຢາ: ໝາກ ແລະ ເມັດໃຊ້ເປັນຢາຂັບລົມໃນກະເພາະອາຫານ ແລະ ແກ້ອາການປວດທ້ອງ, ຂັບນໍ້ານົມ, ຮາກສາມາດ ຮັກສາອາການຫຶດ, ແກ້ໄອ, ໃບສາມາດໃຊ້ເປັນຢາຂັບປັດສະວະ, ດອກແກ້ອາການຜືນຄັນຕາມຜິວໜັງ, ນຳໃຊ້ທັ້ງຕົ້ນ ແລະ ໃບ ເປັນຢາຮົ່ມ.

Contribute