ເຂົ້າຕອກແຕກ/ Sorghum
APA 6th ed. ເຂົ້າຕອກແຕກ/ Sorghum. (2020, October 23). Retrieved from https://www.phakhaolao.la/index.php/kb/0000911
MLA 8th ed. ເຂົ້າຕອກແຕກ/ Sorghum. Pha Khao Lao, 23 October 2020, https://www.phakhaolao.la/index.php/kb/0000911.
Chicago 17th ed. Pha Khao Lao. 2020. "ເຂົ້າຕອກແຕກ/ Sorghum." Published October 23, 2020. https://www.phakhaolao.la/index.php/kb/0000911.
Sorghum bicolor subsp. arundinaceum (Desv.) de Wet & J.R. Harlan
Sorghum bicolor subsp. bicolor
Sorghum bicolor var. bicolor
Sorghum bicolor var. cafer (Körn.) Fosberg & Sachet
Sorghum bicolor var. caffrorum (Retz.) Mohlenbr.
Sorghum bicolor var. cernuum (Ard.) Ghi?a
ຊື່ໄທ: ເຂົ້າຟ່າງ, ເຂົ້າປ້າງນົກ, ເຂົ້າປ້າງຫາງຊ້າງ, ດົ່ວປ້າງ, ເພຣ່ເສີແບ, ເປ່ເຊີເບລ.
ຊື່ຈີນ: ເກົາລ້ຽງ, ຮວງຊູ່
ເຂົ້າຟ່າງເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່, ມີຂໍ້, ສູງ 5-7 ຊມ, ມີເສັ້ັນຜ່າສູນກາງ 0,5-3 ຊມ, ສີຂຽວເຂັ້ມ. ໜຶ່ງຕົ້ນຈະມີໃບປະມານ 7-24 ໃບ, ເຊິ່ງມີກາບໃບຫໍ່ຫຸ້ມລຳຕົ້ນໄວ້ ແລະ ມີໄຂສີຂາວຕາມສ່ວນຂອງກ້ານໃບ, ຍາວ 15-35 ຊມ. ໃບດ່ຽວ ອອກຕາມຂໍ້ລຳຕົ້ນ, ຈັບຮຽງສະຫຼັບ, ຮູບແຖບ, ຂອບລຽບ, ປາຍຍາວເປັນຫາງ, ກ້ວາງ 1,5-13 ຊມ, ຍາວ 30-135 ຊມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນສາກຊາ. ຊໍ່ດອກແບບຮວງເຂົ້າ, ອອກຕາມປາຍຍອດ, 1 ຊໍ່ດອກມີຫຼາຍດອກຍ່ອຍ, ສີແດງ. ດອກສົມບູນເພດ, ເຕົ້າໄຂ 1 ຫ້ອງມີ 1 ເມັດໄຂ່. ແກ່ນຮູບໄຂ່, ສີແດງ.
ຮາກ: ຕາກໃຫ້ແຫ້ງນຳມາຕົ້ມກັບວ້ານນ້ຳເລັກ, ຫຍ້າປ້ອງ, ໃບໜໍ່ຂົມ ຫຼື ລົກແຕ່ຮາກເຂົ້າຟ້າງກໍ່ໄດ້ ມາຕົ້ມກິນຮັກສາພະຍາດປະສາດ, ອາການໄອ, ຫອບ, ແກ້ອາການເຈັບກະເພາະ ແລະ ຊ່ວຍຫ້າມເລືອດ, ຮາກແຫ້ງນຳມາເຜົາໄຟຈົນ ເປັນເທົາບົດໃຫ້ລະອຽດ ແລ້ວນຳໄປ ປະສົມກັບເຫຼົ້າດື່ມຊ່ວຍເລັ່ງຄອດ. ຮາກສົດຕົ້ມກັບນ້ຳແກ້ອາການເຈັບກະເພາະ ແລະ ເຈັບບໍລິເວນໜ້າເອິກ, ຮາກສົດນຳມາຕົ້ມກັບ ນ້ຳຕານຊາຍແດງ ຊ່ວຍບັນເທົາອາການຕົກເລືອດຫຼັງຄອດລູກ. ຮາກແຫ້ງ-ສົດໃຊ້ເປັນຢາຂັບປັດສະວະ.
ແກ່ນ: ນຳມາຕົ້ມນ້ຳກິນເປັນຢາບຳລຸງ, ໃຫ້ພະລັງງານແກ່ຮ່າງກາຍ, ໃຊ້ຮັກສາພະຍາດອາຫິວາ, ທ້ອງບິດ, ຮັກສາລຳໄສ້ ແລະ ກະເພາະອາຫານ. ນຳມາຂົ້ວກັບແກ່ນພຸດທາ ຫຼັງຈາກນັ້ນນຳມາບົດໃຫ້ລະອຽດແລ້ວນຳມາປະສົມກັບ ນ້ຳອຸນຊ່ວຍຮັກສາ ລະບົບຍ່ອຍອາຫານຜິດປົກກະຕິ ແລະ ໃຊ້ເປັນຢາຂັບປັດສະວະ
ນອກຈາກນີ້ແລ້ວປະຊາຊົນຍັງນິຍົມປູກຕົ້ນຕອກແຕກຂາຍເປັນສິນຄ້າ.