ຫວາຍບຸ່ນຝາດ / Boun Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus jenkinsianus Griff. / Arecaceae
ຊື່ພ້ອງ
Calamus margaritae Hance
Calamus nutantiflorus Griff.
Daemonorops jenkinsiana (Griff.) Mart.
Daemonorops margaritae (Hance) Becc.
Daemonorops nutantiflora (Griff.) Mart.
Daemonorops pierreana Becc.
Daemonorops schmidtiana Becc.
Palmijuncus jenkinsianus (Griff.) Kuntze
Palmijuncus margaritae (Hance) Kuntze
Palmijuncus nutantiflorus (Griff.) Kuntze
ຊື່ອື່ນ
ຫວາຍບຸ່ນຝາດ, ຫວາຍຝາດ
ໄທ: ຫວາຍຈ້າ
ວຽດນາມ: ເມີຍເນຶອກ
ບັນຍາຍລັກສະນະພືດສາດ

ຫວາຍບຸ່ນ ເກີດເປັນສຸມ, ມີມືເກາະປາຍໃບ, ເສັ້ນຫວາຍຍາວເຖິງ 25 ມ ແລະ ໜ້າຕັດ 1.5-3 ຊມ. ກາບໃບເປັນສີຂຽວ, ໜ້າຕັດ 3-6 ຊມ ແລະ ມັກມີຂົນອ່ອນໆສີແດງຊໍ້າ,  ຈັບຫຼ້ມຢູ່ສະເໝີ. ມັນມີໜາມຫຼາຍ, ເປັນສີດໍາ ແລະ ຫູກາບໃບນ້ອຍໆ, ແຫ້ງ, ບໍ່ມີໜາມ ຫຼື ຂົນ. ໃບຍາວ 1-2.5 ມ ແລະ ມືເກາະຍາວເຖິງ 0.5-2 ມ. ໃບເປັນໃບຄູ່, ໃບຍ່ອຍລຽງສະໝໍ່າສະເໝີ ແລະ ມີກ້ານຍາວ 10-50 ຊມ. ຊໍ່ດອກຕັ້ງຊື່, ບໍ່ມີມືເກາະ, ກ້ານຊໍ່ສັ້ນກວ່າ 5 ຊມ ແລະ ມີກາບເປັນຮູບເຮືອໂອບຊໍ່ດອກໄວ້. ໝາກມີຂະໜາດ 1.9 ຊມ x 1.9 ຊມ, ມີເກັດ, ເປັນຮ່ອງ, ສີຈືດ ແລະ ມັນເປັນຫວາຍທີ່ທົນທານຕໍ່ໄຟໃໝ້, ສາມາດປົ່ງໝໍ່ໃໝ່ຕະຫຼອດ ເມື່ອຖືກຖາງ ຫຼື ຕັດຍອດ ແລະ ສາມາດເຕີບໂຕເຕັມສ່ວນໃນ 3 ຫາ 4 ປີ ຍອດຂອງມັນເປັນທີ່ນິຍົມກັນນໍາມາປຸງແຕ່ງເປັນອາຫານ.

ບັນຍາຍການນຳໃຊ້

ຍອດຫວາຍເປັນທີ່ນິຍົມກັນນໍາມາປຸງແຕ່ງເປັນອາຫານ. ຍອດຫວາຍ ທີ່ມີລົດຊາດຫວານ ແລະ ຂົມໜ້ອຍໜື່ງ ແມ່ນໃຊ້ເປັນອາຫານ ຫຼື ເປັນສ່ວນປະສົມຂອງຢາພື້ນເມືອງ. ໝາກເປັນອາຫານຂອງສັດປ່າ.

ການປະກອບສ່ວນ