ແນະນຳພືດສະໝຸນໄພ ຣາຊາບີ ພ້ອມວິທີປູກ

Sakhone INTHAVONG
ຮູ້ຈັກກັບສະໝຸນໄພພື້ນບ້ານມາພ້ອມກັບສັບພະຄຸນທາງການການຢາ ປູກໄວ້ຕິດບ້ານເຮືອນ
ແນະນຳວິທີເຮັດ
www.phakhaolao.la
https://www.thairath.co.th/news/local/1839363

ເຕັກນິກການປູກດ້ວຍແກ່ນ:

     ການປູກດ້ວຍແກ່ນແມ່ນສາມາດປູກດ້ວຍຫຼາຍວິທີ ເຊັ່ນ: ເມື່ອກ່ອນແມ່ນນິຍົມປູກດ້ວຍການຫວ່ານແກ່ນລົງດິນເລີຍ ແຕ່ຈະຫຍຸ້ງຍາກໃນຂັ້ນຕອນການກຳຈັດຫຍ້າ, ດັ່ງນັ້ນຈຶ່ງປ່ຽນມາເປັນວິທີໂຮຍແກ່ນລົງຮ່ອງທີ່ກຽມໄວ້ຫຼັງຈາກນັ້ນໃຊ້ດິນໂຮຍປົກແກ່ນພໍປະມານ, ສ່ວນໃຫຍ່ຈະຮວຍແກ່ນຫ່າງກັນປະມານ 1-2 ຊັງຕີແມັດ ແລະ ໄລຍະຫ່າງຂອງແຕ່ລະແຖວແມ່ນ 40 ຊັງຕີແມັດ ແລະ ອີກວິທີໜຶ່ງຄືການຂຸດຂຸມແລ້ວຢອດຂຸມ, ຂຸມລະ 5 ແກ່ນແຕ່ລະຂຸມໃຫ້ຫ່າງກັນປະມານ 30 ຊັງຕີແມັດ.

  • ກ່ອນປູກແມ່ນໃຫ້ເອົາແກ່ນໄປແຊ່ນ້ຳອຸ່ນປະມານ 12 ຊົ່ວໂມງ, ຫຼັງຈາກນັ້ນໃຫ້ນຳມາຫໍ່ດ້ວຍຜ້າຂາວປະໄວ້ປະມານ 36 ຊົ່ວໂມງ. 
  • ຫຼັງຈາກສຳເລັດແລ້ວຕ້ອງໄດ້ຮັກສາຢ່າງດີຕໍ່ໄປ, ຫາກປູກໃນພື້ນທີ່ມີລົມແຮງ ຫຼື ແດດກ້າ ຈຳເປັນຕ້ອງໄດ້ຫາຫຍ້າ ແລະ ເຟືອງມາຄຸມໄວ້ ແລະ ຊ່ວຍການລະເຫີຍອາຍຂອງນ້ຳໃນດິນ, ຫາກມີຄວາມຊຸ່ມຫຼາຍເທົ່າໃດແກ່ນກໍະຍິ່ງງອກໄວເທົ່ານັ້ນ ພ້ອມດຽວກັນນັ້ນຕ້ອງໝັ່ນສັງເກດວ່າຫາກເບ້ຍຕາຍ ແມ່ນໃຫ້ຮີບປູກຄືນໃໝ່ເພື່ອໃຫ້ຈະເລີນເຕີບໂຕທັນກັນ.
  • ເມື່ອອາຍຸໄດ້ 30 ວັນ ຈຶ່ງນຳເອົາເຟືອງອອກເທື່ອລະໜ້ອຍ, ພ້ອມທັງກວດເບິ່ງວ່າເບ້ຍຕິດກັນຫຼາຍໜ້ອຍພຽງໃດ ຫາກໜາແໜ້ນເກີນໄປໃຫ້ຫຼົກໄປປູກບ່ອນອື່ນ ເພື່ອໃຫ້ເບ້ຍໄດ້ຮັບສານອາຫານທີ່ພຽງພໍ.

ການໃຫ້ນ້ຳ: ເມື່ອນຳໄປປູກຕ້ອງຫົດນ້ຳທັນທີ ແລະ ຕ້ອງໃຫ້ນ້ຳຢ່າສະໝໍ່າສະເໝີຕະຫຼອດ 60 ມື້, ຫາກເປັນພື້ນທີ່ຂ້ອນຂ້າງແຫ້ງແລ້ງຫຼາຍແມ່ນຕ້ອງໃຫ້ນ້ຳມື້ລະ 2 ຄັ້ງ, ຫຼັງຈາກໄດ້ 60 ມື້ ແມ່ນສາມາດໃຫ້ນ້ຳໂດຍການເວັ້ນມື້ອີງຕາມສະພາບອາກາດ.

ການໃຫ້ປຸ໋ຍ: ຫຼັງອາຍຸ 60 ມື້ ຕ້ອງມີການໃຫ້ປຸ໋ຍຄອກໂດຍການຫວ່ານບໍລິເວນເຫງົ້າໃຫ້ທົ່ວເຖິງແລ້ວຮີບຫົດນ້ຳເພື່ອເຮັດໃຫ້ປຸ໋ຍຊືມລົງຮາກໄດ້ໄວຂຶ້ນ ຫຼື ຈະຂຸດເປັນຮ່ອງລະຫວ່າງແຖວເພື່ອໃຫ້ປຸ໋ຍໄຫຼຊຶມລົງຮາກກໍໄດ້.

ເມື່ອຕົ້ນຣາຊາບີອອກດອກກໍສາມາດນຳເອົາຕົ້ນ, ໃບເພື່ອນຳໄປແປຮູບເປັນຜະລິດຕະພັນອື່ນໆໄດ້, ການເກັບໃນຊ່ວງອອກດອກຈະເຮັດໃຫ້ໄດ້ນ້ຳໜັກແຫ້ງດີ.

ສັບພະຄຸນຂອງຣາຊາບີ

      ທັງຕົ້ນ, ສົດ ຫຼື ແຫ້ງ ໃຊ້ເປັນຢາຮັກສາອາການຖອກທ້ອງ, ຮັກສາລຳໄສ້ອັກເສບ, ແກ້ໄຂ້ຮ້ອນ, ແກ້ອາການຮ້ອນໃນ, ແກ້ເຈັບຫົວ, ນອກນີ້ຍັງໃຊ້ປົວຕຸ່ມຄັນ ແລະ ປົວພະຍາດເບົາຫວານ. ໃບຣາຊາບີນຳມາບົດປະສົມກັບນ້ຳມັນພືດທາບາດແຜນ້ຳຮ້ອນລວກ ແລະ ໄຟໄໝ້, ໃບສົດນຳມາຍ້ຳກິນນ້ຳແກ້ຄໍອັກເສບ, ເຈັບຄໍ ແລະ ມີສັບພະຄຸນໃນການຮັກສາສັດໄດ້ ເຊັ່ນ: ແກ້ທ້ອງບິດ, ລຳໄສ້ອັກເສບໃນລູກໝູ, ແກ້ພະຍາດຂີ້ຂາວໃນເປັດ, ແກ້ປາກເປື່ອຍ ແລະ ພະຍາດຂາອ່ອນຂອງລູກເປັດ. www.phakhaolao.la

ທີ່ມາ:https://www.greennet.or.th/green-chiretta/

 

Contribute