ຮ້ອນ​ໃນສາ​ມາດ​ບັນ​ເທົາ​ໄດ້​ດ້ວຍ​ສະ​ໝຸນ​ໄພ

Bouavone Thipphavanh
ບັນເທົາຮ້ອນໃນໄດ້ດ້ວຍສະໝຸນໄພພື້ນບ້ານ ໃກ້ຕົວທີ່ທ່ານອາດຍັງບໍ່ຮູ້
ຊີວະນາໆພັນກະສິກຳ
ຮ້ອນ​ໃນສາ​ມາດ​ບັນ​ເທົາ​ໄດ້​ດ້ວຍ​ສະ​ໝຸນ​ໄພ
www.phakhaolao.la

ຮ້ອນ​ໃນ ຫຼື ທີ່ເ​ອີ້ນ​ກັນ​ວ່າ​ເປັນ​ຮ້ອນ​ໃນ (Aphthous Ulcers) ຄື​ມີ​ບາດ​ແຜ​ທີ່​ມີ​ຂະ​ໜາດ​ນ້ອຍ ແລະ ຕື້ນ, ມີ​ສີ​ເຫຼືອງ ຫຼື ສີ​ຂາວ ​ອ້ອມ​ຮອບ​ດ້ວຍ​ສີ​ແດງ, ເກີດ​ຢູ່​ບໍ​ລິ​ເວນ​ທີ່​ມີ​ເນື້ອ​ເຍື້ອ​ອ່ອນ​ໃນ​ຊ່ອງ​ປາກ ຫຼື ເຫືອກ ບາງ​ຄົນ​ກໍ​ພົບ​ຢູ່​ໃນ​ບໍ​ລິ​ເວນ​ຮີມ​ຝີ​ປາກ, ແກ້ມ ແລະ ລິ້ນ, ເປັນ​ບາດ​ແຜ​ນ້ອຍ​ແຕ່​ເຮັດ​ໃຫ້​ເຈັບ ແລະ ຮັບ​ປະ​ທານ​ອາ​ຫານ​ຍາກ.

ສາ​ເຫດ​ຂອງ​ການ​ເກີດ​ແຜ​ຮ້ອນ​ໃນ​​ຍັງ​ບໍ່​ຊັດເຈນ ໂດຍ​ໂອ​ກາດ​ທີ່​ເປັນ​ຮ້ອນ​ໃນຈະ​​ເພີ່ມ​ຂຶ້ນ ຖ້າ​ຫາກວ່າ​ຄົນ​​ໃນ​ຄອບ​ຄົວ​ມີອາການ ນັ້ນ​ສະ​ແດງວ່າ​ຖືກ​ຖ່າຍ​ທອດ​ທາງ​ກຳ​ມະ​ພັນ ແລະ ສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ຄື​ກັນ ​ເຊັ່ນ: ເກີດ​ຈາກ​ສານ​ທີ່​ກໍ່​ໃຫ້​ເກີດ​​ພູມ​ແພ້ ຫຼື ແພ້​ອາ​ຫານ​ບາ​ງຊະ​ນິດ ລວມ​ເຖິງ​ມີ​ສິ່ງ​ກະ​ຕຸ້ນ​ທີ່​ເຮັດ​ໃຫ້​ມີ​ບາດ​ແຜ​ຮ້ອນ​ໃນ:

  • ການ​ຕອບ​ສະ​ໜອງ​ຕໍ່​ແບັກ​ທິ​ເຣຍ​ໃນ​ປາກ
  • ເຊື້ອ​ໄວ​ຣັ​ສ
  • ເກີດ​ການ​ອັກເສບ​ທີ່​ປາກ
  • ເກີດ​ຈາກ​ຄວາມ​ຄຽດ
  • ການ​ປ່ຽນ​ແປງ​ຮໍ​ໂມນ
  • ມີ​ປະ​ຈຳ​ເດືອນ
  • ມີ​ບັນ​ຫາ​ກ່ຽວ​ກັບ​ພູມ​ຄຸ້ມ​ກັນ
  • ແພ້​ອາ​ຫານ ຫຼື ຂາດ​ວິ​ຕາ​ມິນ ແລະ ແຮ່​ທາດ

ໂດຍ​ສ່ວນຫຼາຍ​ບາດ​ແຜ​ດັ່ງ​ກ່າວ​ແມ່ນ​ຈະ​ຫາຍ​​ເອງ​ພາຍ​ໃນ 1-2 ອາ​ທິດ ໂດຍ​ທີ່​ບໍ່​ໄດ້​ຮັກ​ສາ, ແຕ່​​ຍັງ​ມີ​ວິ​ທີ​ຕ່າງໆ​ທີ່​ຈະ​ຊ່ວຍ​ບັນ​ເທົາ​ອາ​ການ​ດັ່ງ​ກ່າ​ວ​ໄດ້​ດ້ວຍ​ສະ​ໝຸນ​ໄພ​ພື້ນ​ບ້ານ:

  1. ຕົ້ນຈັນເທດ: ຊ່ວຍຮັກສາດີຊານ, ຮັກສາອາການຮ້ອນໃນ, ເຮັດໃຫ້ຊຸ່ມຄໍ ແລະ ຮັກສາອາການຂາດນ້ຳ.
  2. ເຄືອໝາກລ້ຳ: ຮາກ ເປັນຢາຮັກສາຫອບຫືດ, ຫຼອດລົມອັກເສບ, ຮັກສາອາການໄອແຫ້ງ, ເຈັບຄໍ, ຂັບເສມຫະ ແລະ ຮັກສາຮ້ອນໃນ.
  3. ຕົ້ນຣາຊາບີ: ຕົ້ນສົດ ຫຼື ແຫ້ງ ໃຊ້ເປັນຢາປົ່ວຖອກທ້ອງ, ປົ່ວລຳໄສ້ອັກເສບ, ປົ່ວໄຂ້ຮ້ອນ ແລະ ຮັກສາອາການຮ້ອນໃນ.
  4. ໝາກເຟືອງຝຣັ່ງ: ຮາກ ຮັກສາອາການຮ້ອນໃນ, ຮັກສາອາການຂາດນ້ຳ, ຮ້ອນໄຂ້ ແລະ ຊ່ວຍບຳລຸງກະເພາະອາຫານ
  5. ຜັກສາບ: ທັງຕົ້ນ ຮັກສາຮ້ອນໃນເນື່ອງຈາກຂາດນ້ຳ ແລະ ຮັກສາອາການເຈັບໃນລຳຄໍ.

ຖ້າ​ຫາກວ່າ​ບາດ​ແຜ​ດັ່ງ​ກ່າວ​​ໃຫຍ່ກວ່າ​ປົກ​ກະ​ຕິ ແລະ ບໍ່​ຫາຍ​ດີ ຄວນ​ໄປ​ຫາ​ແພດ​ທັນ​ທີ

Contribute