ຕົ້ນຈັນເທດ / Nutmeg

ຕົ້ນຈັນເທດ / Nutmeg

Use
Food
Income
Medicine
Oil Extract
Scientific Name / Family
Myristica fragrans Houtt / MYRISTICACEAE
Synonyms
Aruana silvestris Burm.f.
Myristica aromatica Sw.
Myristica aromatica Lam.
Myristica moschata Thunb.
Myristica officinalis L.f.
Palala fragrans (Houtt.) Kuntze
Other Names
ໄທ: ຈັນເທດ ແລະ ຈັນບ້ານ.
ອັງກິດ: Nutmeg.
ຈີນ: 有豆蔻, 罗托科 ແລະ 罗托科.
ມາເລເຊຍ: Pala.
ກຳປູເຈຍ: pôch kak.
ຫວຽດນາມ: nhục dậu khấu.
ສິງກະໂປ: pokok pala.
Conservation Status
Least Concern
Botanical Description

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດກາງເຖິງຂະໜາດໃຫຍ່. ລຳຕົ້ົນສູງ 5-18 ມ, ເປືອກລຳຕົ້ນລຽບ, ສີເທົາປົນສີດຳ, ເນື້ອໄມ້ສີຂາວນວນ, ມີກິ່ນຫອມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 4-5 ຊມ,​ ຍາວ 10-15 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ແຂງ, ຜິວໃບດ້ານເທິງສີຂຽວປົນສີເຫຼືອງອ່ອນ, ຜິວມັນລຽບ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ກ້ານໃບຍາວ 6-12​ມມ. ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ອອກຕາມງ່າມໃບ. ດອກຍ່ອຍມີ 2-3 ດອກ, ຮູບໂຖຄວ້ຳ. ກີບດອກເຊື່ອມຕິດກັນປາຍແຍກອອກເປັນ 4 ແສກ, ສີເຫຼືອງ, ດອກແຍກເພດຕ່າງຕົ້ນກັນ. ຊໍ່ດອກເພດຜູ້ຍາວ 2,5-5 ຊມ. ດອກເພດແມ່ເປັນດອກດ່ຽວ, ມີຂະໜາດໃຫຍ່. ໝາກຮູບເກືອບກົມ, ຍາວ 3,5-5 ຊມ, ເນື້ຶອອົມນ້ຳ, ຜິວລຽບ, ເປັນສີເຫຼືອງ, ສີເຫຼືອງອ່ອນ ຫຼື ສີແດງ, ໝາກແກ່ແລ້ວແຕກອອກເປັນແສກ. ແກ່ນມີ 1 ແກ່ນ, ຮູບກົມ, ຍາວ 2-3​ ຊມ, ມີຂະໜາດເສັ້ນຜ່າສູນກາງປະມານ 3 ຊມ, ເນື້ອເປືອກແຂງ, ສີນ້ຳຕານ.

Description of Use

ອາຫານ:

    ເຍື່ອຫຸ້ມແກ່ນ ແລະ ແກ່່ນ: ມີກິ່ນຫອມຈື່ງນຳມາໃຊ້ເປັນເຄື່ອງເທດ ແລະ ເຄື່ອງປຸ່ງຣົດຊາດເພື່ອແຕ່ງກິ່ນອາຫານ.
    ແກ່ນ ແລະ ເຍື່ອຫຸ້ມແກ່ນ: ສາມາດນຳມາໃຊ້ໃນການປຸ່ງອາຫານ, ປະສົມກັບເຂົ້າໜົມປັງ, ເນີຍ, ແຮມ, ໄສ້ກອກ, ເນື້ອຕຸນ ແລະ ອາຫານຕ່າງໆ
    ແກ່ນ: ມີຣົດຊາດຫວານ ແລະ ຮ້ອນສາມາດນຳມາຕາກແຫ້ງໃຫ້ກອບສາມາດກິນເປັນອາຫານ.
    ເນື້ອໝາກ: ນິຍົມນຳໄປແປຮູບເປັນເຂົ້າໜົມອົມ ຫຼື ຄ້ຽວ, ເຮັດໃຫ້ຊຸ່ມຊື່ນ, ຊ່ວຍຂັບລົມ ແລະ ແກ້ເຈັບທ້ອງບິດ.
    ເນື້ອໄມ້: ມີກິ່ນຫອມມີກິ່ນຫອມໃຊ້ເປັນເຄື່ອງອົບເຄື່ອງຫອມໄດ້ຄືກັນ.

ສັບພະຄຸນ:

    ເນື້ອໄມ້: ເປັນຢາຫຼຸດໄຂ້, ແກ້ໄຂ້, ໄຂ້ທີ່ເກີດຈາກໄວຣັສ, ຮັກສາອາການກະສັບກະສ່າຍ,​ ຕາລອຍ, ຮັກສາອາການຮ້ອນໃນເນື່ອງຈາກຂາດນ້ຳ, ຮັກສາແຜ, ແກ້ພະຍາດພິດ, ແກ້ໄຂ້, ຊ່ວຍບຳລຸງຕັບ, ປອດ, ຫົວໃຈ, ບຳລຸງເລືອດ ແລະ ນ້ຳດີ.
    ເປືອກໝາກ: ແກ້ທ້ອງອືດ, ແກ້ອາການເຈັບທ້ອງ ແລະ ຮັກສາແຜພາຍໃນ.
    ໝາກ: ຊ່ວຍແກ້ເຈັບທ້ອງບິດ, ແກ້ອາການທ້ອງເບັງ, ບວມນ້ຳ, ຊ່ວຍຄຸມກຳເນີດ (ໝາກ ແລະ ແກ່ນ), ຊ່ວຍບຳລຸງເລືອດ, ແກ້ທາດພິການ, ແກ້ພິດເລືອດ, ແກ້ລົມ, ແກ້ໄຂ້ ແລະ ຮັກສາອາການຈຸກສຽດ.
    ເຍື້ອຫຸ້ມແກ່ນ ແລະ ແກ່ນ: ເປັນຢາຮ້ອນເລັກນ້ອຍອອກລິດຕໍ່ລຳໄສ້ ແລະ ມ້າມ, ເຮັດໃຫ້ທາດ ແລະ ຮ່າງກາຍອົບອຸ່ນ, ຊ່ວຍບຳລຸງທາດໃນຮ່າງກາຍ, ແກ້ທາດອ່ອນ, ແກ້ທາດພິການ, ເປັນຢາບຳລຸງເລືຶອດ, ຊ່ວຍກະຈາຍເລືອດລົມ, ຊ່ວຍບຳລຸງກຳລັງ, ບຳລຸງຫົວໃຈ, ຊ່ວຍຈະເລີນອາຫານ, ແກ້ອາການຫອບຫືດ, ແກ້ອາການເຈັບຫົວ, ຊ່ວຍຮັກສາດີຊານ, ຮັກສາອາການຮ້ອນໃນ, ເຮັດໃຫ້ຊຸ່ມຄໍ, ແກ້ອາການຂາດນ້ຳ, ແກ້ເລືອດດັງໄຫຼ, ຊ່ວຍຂັບເສມຫະ, ຊ່ວຍແກ້ອາການປຸ້ນທ້ອງປວດຮາກ, ຊ່ວຍແກ້ລົມຂັບລົມ (ຮາກ, ໝາກ, ເຍື້ອຫຸ່ມແກ່ນ ແລະ ແກ່ນ), ແກ້ລົມຈຸກສຽດ, ແໜ້ນທ້ອງ, ຊ່ວຍໃນການຍ່ອຍອາຫານ, ແກ້ອາການທ້ອງອືດທ້ອງເຟີ້, ຮັກສາອາການຖອກທ້ອງອັນເນື່ອງຈາກທາດໃນຮ່າງກາຍ, ແກ້ອາການຖອກທ້ອງ, ແກ້ບິດ, ແກ້ບິດມູກເລືອດ, ຮັກສາອາການເຈັບມົດລູກ, ຊ່ວຍບຳລຸງຕັບ, ປອດ, ຮັກສາຕັບອັກເສບ, ບຳລຸງນ້ຳດີ, ຮັກສາມ້າມ ແລະ ໝາກໄຂ່ຫຼັງອັກເສບ, ແກ້ຜື່ນຄັນ, ບຳລຸງຜິວໜັງ ແລະ ເຮັດໃຫ້ຜິວໜັງເຕັງຕຶງ.
    ເສື້ອຫຸ້ມແກ່ນ: ແກ້ອາການປຸ້ນທ້ອງປວດຮາກເນື່ອງຈາກຄວາມຜິດປົກກະຕິຂອງທາດພາຍໃນຮ່າງກາຍ, ແກ້ລົມວິນວຽນ, ແກ້ອາການໜ້າມືດຕາລາຍ, ອາການໃຈສັ່ນ, ປວດຮາກ, ແກ້ລົມຈຸກສຽດແໜ້ນທ້ອງ ແລະ ແກ້ອາການທ້ອງອືດທ້ອງເຟີ້.
    ແກ່ນ: ເຮັດໃຫ້ນອນຫຼັບດີ, ຊ່ວຍແກ້ອາການສະເອິກ (ໝາກ ແລະ ແກ່ນ), ໃຫ້ຄວາມອົບອຸ່ນແກ່ກະເພາະອາຫານ, ຮັກສາອາການເຈັບກະເພາະອາຫານ, ຊ່ວຍລະງັບອາການຖອກທ້ອງ, ອາການທ່ຽວຖ່າຍແບບຊຳເຮື້ອອັນເນື່ອງມາຈາກອາການມ້າມ ແລະ ໝາກໄຂ່ຫຼັງບວມ ແລະ ເຢັນເກີນໄປ, ຊ່ວຍຮັກສາແຜ່ໃນລຳໄສ້, ກະເພາະລຳໄສ້ບໍ່ມີແຮງ ຫຼື ຂັບຖ່າຍຫຼາຍ, ເປັນສ່ວຍປະກັອບໃນຕຳລັບຢາຮັກສາມະເຮັງ ແລະ ແກ້ອາການເຈັບຫົວ.
    ນ້ຳມັນຫອມລະເຫີຍ: ເປັນສ່ວນປະສົມຂອງຂີ້ເຜິ້ງໃຊ້ແກ້ອາການເຈັບ, ໃຊ້ເປັນຢາຂັບປະຈຳເດືອນ, ເຮັດໃຫ້ແທ້ງລູກ ແລະ ເຮັດໃຫ້ປະສາດຫຼອນ.

ສິນຄ້າ: ປັດຈຸບັນໄດ້ມີການນຳຕົ້ນຈັນເທດໄປແປຮູບເປັນອາຫານກະປ່ອງ, ເປັນເຂົ້າໜົມອົມ, ເຄື່ອງຫອມຕ່າງໆ, ນຳໄປພະລິດເຄື່ອງສຳອາງ, ສະບູ່, ຢາສະຜົມ ແລະ ເຫຼົ້າ. ເຊື່ງປະເທດອາເມລິກາມີການນ້ຳໃຊ້ເຂົ້າໃນອຸດສາຫະກຳອັນດັບໜຶ່ງຂອງໂລກ.

ຄຸນປະໂຫຍດ:

    ນ້ຳມັນທີ່ໄດ້ຈາກແກ່ນ: ຖືກນຳໄປໃສ່ປຸ່ງແຕ່ງກິ່ນແຟບ, ສັນໄລ, ສະບູ, ຫອມ, ຄີມ ແລະ ຄີມບຳລຸງຜິວ.
    ນ້ຳມັນຈາກແກ່ນ: ສາມາດຂ້າໜອນຍຸງ ແລະ ຕົວອ່ອນຂອງແມງໄມ້.

ນ້ຳມັນຫອມລະເຫີີີີຍ:  ແກ່ນສາມາດນຳມາສະກັດນ້ຳມັນຫອມລະເຫີຍນຳມາໃຊ້ເປັນຢາດົມ, ແກ້ຫວັດ ແລະ ແກ້ອາການໜ້າມືດຕາລາຍ.

ຂໍ້ມູນທາງວິທະຍາສາດ:

    ແກ່ນ: ມີນ້ຳມັນຫອມລະເຫີຍ 8-15%,ແປ້ງ 23%, ໄຂມັນ 25-40% ແລະ ພົບສານ Camphene, D-pinene, Dipentene, Eugenol, Lipase, Myristicin ແລະ Xylan.
    ເຍື້ອຫຸ້ມແກ່ນ: ພົບນ້ຳມັນຫອມລະເຫີຍຢູ່ 6-11%, ພົບສານ Macilenic acid, Macilolic acid ແລະ Myristin Olien. ນອກຈາກນີ້ແລ້ວຍັງພົບສານເຄມີ Alpha-pinene (18-26.5%), Beta-pinene (9.7-17.7%), Elemicin, Limonene (2.7-3.6%), Myrcene (2.2-3.7%), Myristicin, Sabinene (15.4-36.3%) ແລະ Safrole.
    ແກ່ນພົບສານທີ່ເປັນພິດຄື: Myristicin (Methoxysafrol), Phenolic ether ແລະ Volatile oil.
    ໝາກພົບສານ Myristica Oil ເຊິ່ງເປັນ Volatile Oil ທີ່ປະກອບ: Myristien ແລະ Safrole ເຊິງເປັນສານແຕ່ງກິ່ນ ແລະ ຢາຂັບລົມ.
    ສານ Myristin ເມື່ອນຳມາດົມຈະເຮັດໃຫ້ເກີດອາການມື່ນເມົາຄ້າຍກັບກັນຊາ ເຊິ່ງສານດັງກ່າວຊ່ວຍກະຕຸ້ນປະສາດສ່ວນກາງເຊິ່ງເຮັດໃຫ້ເກີດອາການມື່ນເມົາ.
    ນ້ຳມັນຫອມລະເຫີຍຈາກແກ່ນນອກຈາກໃຫ້ກິ່ນຫອມແລ້ວ ຍັງເຮັດໃຫ້ປະສາດສວ່ນກາງມື່ນຊາ.
    ຄົນທີ່ຮັບປະທານຜົງຈັນທາຄັ້ງລະ 7.5 ກຼາມ ຈະເຮັດໃຫ້ເກີດອາການວຽນຫົວ, ເວົ້າບໍ່ຮູ້ເລື່ອງ,​ ມີອາການມື່ນ ແລະ ໝົດສະຕິ, ແຕ່ຖ້າຮັບປະທານຫຼາຍເກີນປະລິມານທີ່ກຳນົດໄວ້ອາດເຮັດໃຫ້ເສຍຊີວິດໄດ້.

ຂໍ້ຄວນລະວັງ:

    ບໍ່ຄວນຮັບປະທານແກ່ນຈັນທາເກີນ 5 ກຼາມ ເພາະຈະເຮັດໃຫ້ປຸ້ນທ້ອງປວດຮາກ, ປາກແຫ້ງ, ມື່ນງົງ ເຮັດໃຫ້ລະບົບການເຕັ້ນຂອງຫົວໃຈພິດປົກກະຕິ ແລະ ອາດເຮັດໃຫ້ເສຍຊີວິດໄດ້.
    ການຮັບເກີນປະລິມານເກີນກຳນົດ ສານຈາກແກ່ນຈະໄປຢັບຢັ້ງການສ້າງນ້ຳຍ່ອຍຂອງກະເພາະອາຫານ, ຢັ້ບຢັ້ງການບີບຕົວຂອງກະເພາະອາຫານ, ລຳໄສ້ ແລະ ເກີດໝົດສະຕິໃນທີ່ສຸດ.
    ຜູ້ຍິງມີລູກບໍ່ຄວນໃຊ້ສະໝູນໄພຊະນິດນີ້.
    ຜູ້ປ່ວຍທີ່ມີອາການຮ້ອນທ້ອງ, ເຈັບທ້ອງທຽວ ຫ້າມໃຊ້ສະໝູນໄພຊະນິດນີ້.
    ສຳລັບຜູ້ທີ່ເປັນລິດຊີດວງທະວານ, ເຈັບແຂ້ວ ແລະ ຖອກທ້ອງອັນເນື່ອງຈາກຄວາມຮ້ອນບໍ່ຄວນໃຊ້ແກ່ນຈັນທາເປັນຢາ.

Contribute