ອຸປາ ຫຼື ໂອະປາ

bouavone thipphavanh
ອຸປາ ຫຼື ໂອະປາ ໜຶ່ງໃນເມນູອາຫານຈາກຊົນເຜົ່າກຣີ (ສະລາງ) ບ້ານວັງມະເນີ ເມືອງບົວລະພາ ແຂວງຄໍາມ່ວນ
ເຮືອນຄົວລາວ
ອຸປາ ຫຼື ໂອະປາ ໜຶ່ງໃນເມນູອາຫານຂອງຄົນເຜົ່າສະລາງ ບ້ານວັງມາເນີ ເມືອງບົວລະພາ ແຂວງຄໍາມ່ວນ
www.phakhaolao.la

ສ່ວນປະກອບ:

  1. ປານ້ອຍ ໃສ່ຕາມທີ່ຕ້ອງການ
  2. ເຂົ້າຂົ້ວ  ໃສ່ຕາມທີ່ຕ້ອງການ
  3. ໝາກເຜັດດິບ 5 ໜ່ວຍ 
  4. ເກືອ 1 ບ່ວງກາເຟ
  5. ນໍ້າສະອາດ ໃສ່ຕາມທີ່ຕ້ອງການ

ການກະກຽມ: 

  • ນຳປາໄປລ້າງນໍ້າໃຫ້ສະອາດ ແລະ ເອົາຂີ້ປາອອກ
  • ກະກຽມເຂົ້າຂົ້ວໂດຍການນໍາເຂົ້າສານໄປຂົ້ວ ຫຼັງຈາກນັ້ນເອົາໄປຕໍາໃຫ້ລະອຽດ

ການປຸງແຕ່ງ:  

  1. ເອົານໍ້າໃສ່ໃນໝໍ້ແລ້ວນໍາເອົາໄປຕັ້ງໄຟ 
  2. ຕຳໝາກເຜັດດິບໃສ່ເກືອໃຫ້ລະອຽດ ຈາກນັ້ນໃສ່ລົງໃນໝໍ້

PKL

 

 

 

 

 

 

 

3. ຫຼັງຈາກທິ່ລໍຖ້າຈົນໝໍ້ຮ້ອນ ໃຫ້ນໍາປາທີ່ກຽມໄວ້ນັ້ນໃສ່ລົງໃນໝໍ້ ຕົ້ມໄວ້ປະມານ 3-5 ນາທີ, ຕໍ່ມາໃຫ້ນໍາເອົາເຂົ້າຂົ້ວທີ່ກຽມໄວ້ນັ້ນເທລົງໝໍ້ ແລະ ຄົນໃຫ້ເຂົ້າກັນ

PKL

 

 

 

 

 

 

 

 

 

4. ປິດຝາໝໍ້ ຕົ້ມໄວ້ປະມານ 2-3 ນາທີ ກໍສາມາດຮັບປະທານໄດ້ແລ້ວ 

PKL

 

 

 

 

 

 

 

 

PKL

 

Contribute