ຜັກຄາວທອງ / Heartleaf

Use
Food
Income
Medicine
Scientific Name / Family
Houttuynia cordata Thunb. / Saururaceae
Synonyms
Houttuynia cordata var. plena Makino
Houttuynia cordata f. polypetaloidea T.Yamaz.
Houttuynia cordata var. variegata Makino
Houttuynia cordata f. viridis J.Ohara
Houttuynia emeiensis Z.Y.Zhu & S.L.Zhang
Houttuynia foetida Loudon
Polypara cordata Kuntze
Other Names
Eng: fish mint, fish leaf, rainbow plant, chameleon plant, heart leaf, fish wort, Chinese lizard tail
Chinese: 蕺菜[ ji cai]
Botanical Description

ເປັນພືດລົ້ມລຸກ, ສູງ 15-30 ຊມ, ລໍາຕົ້ນກົມສີຂຽວ, ຕາມຂໍ້ບ່ອນໃບຈັບບວມພອງຫນ້ອຍໜື່ງ ມີຂົນອ່ອນໆ, ມີກິ່ນຄາວ. ໃບ ເປັນໃບດ່ຽວ, ຈັບຮຽງສະຫຼັບ, ແຜ່ນໃບບາງກ້ຽງ, ແຜ່ນໃບຮູບຫົວໃຈ, ກວ້າງ 4-6 ຊມ, ຍາວ 6-10 ຊມ, ປາຍໃບຮຽວແຫຼມ, ຖານໃບມົນວ້ຳເຂົ້າ ຫຼື ຮູບຫົວໃຈ, ຂອບໃບລຽບ; ເສັ້ນໃບກ່າງໃບອອກຈາກກົກໃບ 4-5 ເສ້ັນ; ແຜ່່ນໃບດ້ານລຸ່ມມັກເປັນສີນ້ຳຕານ ຫຼື ສີຂຽວອ່ອນ; ກ້ານໃບຍາວ 2 ຊມ, ກ້ານໃບເປັນຮ່ອງດ້ານໃນ, ກົກກ້ານໃບບ່ອນຈັບກັບລຳຕົ້ນອົບລຳຕົ້ນໄວ້ເຄິ່ງໜື່ງ, ກາບມີລີ້ນໃບ ຍາວ 4 ມມ ມີຂົນຫນ້ອຍໜື່ງ. ດອກສີຂາວອົມເຫຼືອງ, ອອກເປັນຊໍ່ທີ່ປາຍຍອດ, ຍາວ 1.5 ຊມ, ມີໃບປະດັບສີຂາວ 4 ໃບ, ກາບດອກ ແລະ ກີບດອກປ່ຽນຮູບມີ ຂະໜາດນ້ອຍຫຼາຍ, ເກສອນຜູ້ມີ 3 ອັນ, ສີເຫຼືອງ. ໝາກ ເປັນໝາກແຫ້ງແຕກອອກໄດ້.

Description of Use

ຜັກຄາວທອງສ່ວນຫຼາຍຈະມັກເອົາເປັນຜັກກັບລາບ, ຕໍ່າສົ້ມຕ່າງໆ, ໃນປະຈຸບັນໄດ້ມີການປູກເພື່ອສົ່ງຂາຍຕະຫຼາດກາຍເປັນພືດຜັກທີ່ມີຄວາມສຳຄັນທາງດ້ານເສດຖະກິດ ແລະ ສັງຄົມ ມີຄວາມຕ້ອງການຫຼາຍ ເປັນທີນິຍົມກັນແຜ່ຫຼາຍ. ຜັກຄາວທອງຈະມີກີ່ນຂິວແຮງ, ລົດສົ້ມຫນ້ອຍໜື່ງ. 
ປິ່ນປົວພະຍາດ: ແກ້ພະຍາດຜິວໜັງທຸກຊະນິດ, ເປັນຢາຂັບປັດສະວະ ຂ້າເຊື້ອໃນທາງເດີນປັດສະວະ ແລະ ຍັງສາມາດກິນເປັນຜັກກັບ. ສ່ວນທີ່ໃຊ້: ທັງຕົ້ນ, ວິທີການນຳໃຊ້: ແກ້ພະຍາດຜິວໜັງແມ່ນໃຊ້ໃບທັບໂພະໃສ່ບໍລິເວນທີ່ເປັນພະຍາດການປູກຂະຫຍາຍພັນ: ຜັກຄາວທອງເປັນພືດທີ່ມັກເກີດຢູ່ດິນທີ່ມີຄວາມຊຸ່ມ ສາມາດຂະຫຍາຍພັນດ້ວຍການກ້າແກ່ນ ແລະ ຕັດຊຳ ຕັດໃຫ້ຍາວປະມານ 10 ຊມ, ແລ້ວນຳມາປູກໃນກະໂຖ ຫຼື ແປງເປັນໜານປູກ.

Contribute