ການຮັກສາຄວາມອຸດົມສົມບູນຂອງດິນ

Sakhone INTHAVONG
ເຮັດແນວໃດ? ເພື່ອໃຫ້ດິນມີຄວາມອຸດົມສົມບູນ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ດິນເປັນຊັບພະຍາກອນທີ່ມີຄຸນຄ່າຫຼາຍຕໍ່ການດຳລົງຊີວີດຂອງຄົນເຮົາ ເພາະຄົນເຮົາໃຊ້ປະໂຫຍດຈາກດິນຢ່າງມະຫາສານ ສະນັ້ນຈຶ່ງຈຳເປັນທີ່ສຸດທີ່ເຮົາຕ້ອງໄດ້ອານຸຮັກ, ຟື້ນຟູດິນໃຫ້ມີຄວາມອຸດົມສົມບູນຢ່າງສະໝ່ຳສະເໝີ ໂດຍເຮັດໃຫ້ການນຳໃຊ້ດິນມີປະສິດທິພາບຫຼາຍຂື້ນ, ເປັນຕົ້ນແມ່ນການຜະລິດດ້ານກະສິກຳ ສະນັ້ນພວກເຮົາຈຶ່ງນຳເອົາວິທີການຮັກສາຄວາມອຸດົມສົມບູນດິນມາຝາກກັນເຊິ່ງຈະມີວິທີໃດນັ້ນມາເບິ່ງນຳກັນ:

ການປູກພືດໝູນວຽນ

ເປັນການສັບປ່ຽນພືດມາປູກໃນພື້ນທີ່ດຽວກັນໃນໄລຍະເວລາທີ່ຕ່າງກັນ, ເປັນວິທີໜຶ່ງໃນການຊ່ວຍຮັກສາຄວາມອຸດົມສົມບູນຂອງດິນ ແຕ່ກົງກັນຂ້າມຫາກເຮົາປູກພືດພຽງຊະນິດດຽວຊ້ຳກັນຈະເຮັດໃຫ້ດິນຂາດແຮ່ທາດ ແລະ ສານອາຫານບາງຊະນິດ, ນອກຈາກນີ້ຍັງກໍ່ໃຫ້ເກີດພະຍາດລະບາດໄດ້ງ່າຍ ເພາະຈະມີການສະສົມພະຍາດໃນບໍລິເວນນັ້ນ, ຖ້າຫາກມີການປ່ຽນພືດປູກຕະຫຼອດ ຈະເຮັດໃຫ້ດິນມີຄວາມແໜ້ນໜາ ແລະ ສາມາດປ້ອງກັນການເຊາະເຈື່ອນຂອງດິນໄດ້.

ການປູກພືດຄຸມດິນ

ການປູກພືດຄຸມດິນຈະຊ່ວຍຫຼຸດຜ່ອນການກະທົບຈາກລົມ ແລະ ຝົນ ໂດຍການນຳພືດໃບໜາ, ມີຮາກຫຼາຍ ແລະ ຮາກເລິກມາປູກ ເປັນຕົ້ນແມ່ນພືດຕະກຸນຖົ່ວ, ການປູກພືດປະເພດນີ້ບໍ່ພຽງແຕ່ຊ່ວຍຍຶດດິນເທົ່ານັ້ນ ແຕ່ຍັງຊ່ວຍເພີ່ມໄນໂຕເຈນໃນອາກາດອີກດ້ວຍ  ແລະ ເປັນການເພີ່ມຄວາມອຸດົມສົມບູນໃຫ້ດິນຫຼາຍຂຶ້ນ.

ການບຳລຸງດິນດ້ວຍປຸ໋ຍ

ການໃສ່ປຸ໋ຍເປັນການປັບປຸງດິນໃຫ້ມີແຮ່ທາດ, ສານອາຫານໃນດິນ ແລະ ຍັງຊ່ວຍໃຫ້ດິນລະບາຍນ້ຳ ແລະ ອາກາດໄດ້ດີ ປຸ໋ຍທີ່ຄວນນຳມາບຳລຸງດິນຄວນເປັນປຸ໋ຍຈາກທຳມະຊາດເຊັ່ນ: ປຸ໋ຍໝັກ, ປຸ໋ຍຄອກ ທີ່ສຳຄັນບໍ່ຄວນໃຊ້ປຸ໋ຍເຄມີເພາະມັນຈະສົ່ງຜົນເສຍໃນໄລຍະຍາວຕໍ່ດິນ.

ການປູກພືດປະສົມປະສານ

ເປັນການນຳພືດນາໆຊະນິດມາປູກໃກ້ກັນ ເຊິ່ງການປູກແບບນີ້ຈະຊ່ວຍຮັກສາຄວາມສົມດຸນຂອງທາດອາຫານໃນດິນ ແລະ ຊ່ວຍຫຼຸດການເຊາະເຈື່ອນຂອງໜ້າດິນ.

ການປູກພືດແບບຂັ້ນໄດ

ເປັນການປັບດິນໃຫ້ມີລັກສະນະຄືຂັ້ນໄດເພື່ອປູກພືດ ວິທີນີ້ຈະຊ່ວຍຫຼຸດການໄຫຼຂອງໜ້າດິນ, ພ້ອມທັງຊ່ວຍຮັກຄວາມຊຸ່ມຊື່ນໄວ້ໄດ້ດີເຮັດໃຫ້ດິນມີສະພາບໂຄງສ້າງທີ່ເໝາະສົມແກ່ການປູກພືດເຊັ່ນ: ການເຮັດນາຂັ້ນໄດ.

ການເລືອກໃຊ້ສະພາບດິນໃຫ້ເໝາະກັບການໃຊ້ງານ

ດິນແຕ່ລະຊະນິດຈະມີຄຸນສົມບັດການນຳໄປໃຊ້ງານທີ່ແຕກຕ່າງກັນ ຫາກຮູ້ຈັກເລືອກນຳໃຊ້ດິນທີ່ເໝາະສົມຈະຊ່ວຍຮັກສາລະບົບນິເວດ ແລະ ທຳມະຊາດໃຫ້ມີຄຸນະພາບ.

ທັງໝົດທີ່ກ່າວມາຂ້າງເທິງເປັນວິທີໃນການຮັກສາດິນໃຫ້ມີຄວາມອຸດົມສົມບູນ ເພື່ອການນຳໃຊ້ໃຫ້ມີປະສິດທິພາບຫຼາຍຂຶ້ນ  ເປັນຕົ້ນແມ່ນທາງດ້ານກະສິກຳການປູກຝັງ ໃຫ້ໄດ້ຮັບຜົນຜະລິດທີ່ມີຄຸນະພາບ ຄຽງຄູ່ກັບການຮັກສາສິ່ງແວດລ້ອມ ເຊັ່ນ: ການຮັກສາຄວາມອຸດົມສົມບູນຂອງນ້ຳດ້ວຍດິນທີ່ເປັນຕົວຊ່ວຍຮັກສາໄວ້.

ທີ່ມາ:https://v2.vientianemai.net/archives/7089

 

 

Contribute