ການປູກໝາກງາ
ການກະກຽມດິນ:
- ເປັນດິນຜຸຜຸຍມີການລະບາຍນ້ໍາດີ ແລະ ມີຄວາມອຸດົມສົມບູນທາງດ້ານອາຫານພໍສົມຄວນ
- ເປັນພື້ນທີ່ດອນ ຫຼື ສູງ ສາມາດລະບາຍນ້ໍາໄດ້.
- ຂຸດ ຫຼື ໄຖພວນດິນ (ຖ້າເປັນດິນຜຸຜຸ່ຍຈະໄຖ 1-2 ຄັ້ງແຕ່ຖ້າເປັນດິນໜຽວຕ້ອງໄຖ 2-3 ຄັ້ງ).
- ເຮັດເປັນໜານໃຫຍ່ຂະໜາດ 3-5 ແມັດ ແລະ ໃຫ້ມີຮອງລະຫວ່າງໜານເພື່ອສະດວກໃນການດູແລເມື່ອເກີດພະຍາດ ຫຼື ແມງໄມ້ລະບາດ.
ການປູກ:
ວິທີການປູກມີ 2 ວິທີຄື : ການປູກແບບຫວ່ານ ແລະ ການປູກແບບໂຮຍເປັນແຖວ
- ການປູກແບບຫວ່ານ: ຫວ່ານແກ່ນໃຫ້ກະແຈກກະຈາຍ ແລະ ສະໝໍ່າສະເໝີແລ້ວຄາດດິນປົກເທິງໜ້າດິນ, ຫວ່ານ ແກ່ນງາປະລິມານ 1-2 ກິໂລ/ໄລ.
- ການປູກແບບໂຮຍເປັນແຖວ: ການປູກແບບໂຮຍເມັດແມ່ນຈະມີໄລຍະຫ່າງຂອງແຖວປູກ 50x10 ຊມ.
ວິທີບົວລະບັດຮັກສາ:
- ງາເປັນພືດທີ່ຕ້ອງການການດູແລຮັກສາໜ້ອຍກວ່າພືດຊະນິດອື່ນພຽງແຕ່ກຽມດິນໃຫ້ຖືກວິທີ ແລະ ເໝາະສົມກໍ່ງອກງາມສະໝໍ່າສະເໝີ.
- ວິທີປ້ອງກັນສັດ: ໃຫ້ນໍາເອົາໃບສີໃຄເຄື່ອງ, ຫຍ້າໜອນນ່າຍ , ເຄືອເຂົາຮໍ... ມາຟັກໃຫ້ມຸ່ນແລ້ວເອົາແຊ່ໃສ່ນ້ໍາປະໄວ້ປະມານ 15-30 ມື້ ກໍ່ສາມາດນໍາເອົານໍ້າດັ່ງກ່າວມາສີດໃສ່ຕົ້ນງາເພື່ອປ້ອງກັນສັດຕູພືດໄດ້.
ການເກັບກ່ຽວ:
- ໃຫ້ສັງເກດໄລຍະສຸກຂອງໝາກງາ, ເມື່ອງາເຖິງອາຍຸເກັບກ່ຽວໃບຈະມີສີເຫຼືອງ ແລະ ລົ່ນເກືອບໝົດ, ຝັກຂອງໝາກງາຈະປ່ຽນສີຈາກສີຂຽວມາເປັນສີເຫຼືອງ, ເມັດເປັນສີນ້ໍາຕານ (ສໍາລັບງາດໍາໃຫ້ແກະຝັກທີ 3 ຈາກຍອດອອກມາເບິ່ງຖ້າເມັດເປັນສີນ້ໍາຕານສະແດງວ່າແກ່ສາມາດເກັບກ່ຽວໄດ້.
- ໃຫ້ເອົາມີດຕັດກ້ອງຝັກ ຫຼື ຫຼົກເອົາທັງຕົ້ນກໍໄດ້ແຕ່ພະຍາຍາມບໍ່ໃຫ້ດິນຕິດເມັດງາ.
ການຮັກສາໄວ້ກິນຍາວນານ:
ຕາກໃຫ້ແຫ້ງແລ້ວເກັບໄວ້ກິນຍາວນານ, ສະກັດເຮັດນ້ໍາມັນງາ, ເຮັດເຂົ້າຫມົມ ...
ຄຸນປະໂຫຍດ:
- ມີຄຸນຄ່າທາງດ້ານສານອາຫານສູງເຊັ່ນ: ໃຫ້ໂປຣຕີນ, ໄຂມັນ ...
- ປູກເພື່ອກິນ ແລະ ຂາຍເປັນສິນຄ້າພາຍໃນບ້ານ, ທ້ອງຖິ່ນ, ຕະຫຼາດ ແລະ ຕ່າງປະເທດ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ