ການປູກມັນຕົ້ນ

Soulivanh BOUNTHAMMY
ການປູກມັນຕົ້ນ ພືດທາງເສດຖະກິດທີ່ສໍາຄັນຊະນິດໜື່ງ ແລະ ມີຄຸນປະໂຫຍດຢ່າງຫຼວງຫຼາຍ
ແນະນຳວິທີເຮັດ
https://www.amazon.in/Seedstores-Tapioca-Manihot-Esculenta-Cuttings/dp/B0752WM947
www.amazon.in

ການປູກ ແລະ ການບົວລະບັດຮັກສາ
     ກະກຽມທ່ອນພັນມັນຕົ້ນ, ທ່ອນພັນທີ່ດີຕ້ອງມີອາຍຸ 10-12 ເດືອນ, ຕັດປະມານ 20 ຊມ ໃຫ້ມີຂໍ້ ຫຼື ຕາ ຢ່າງໜ້ອຍ 5 ຂໍ້ ປະທ່ອນພັນໄວ້ປະມານ 7 ມື້ ກ່ອນເອົາໄປປູກ, ການປູກມັນຕົ້ນຄວນປູກເປັນແຖວຊື່ເພື່ອສະດວກໃນການປົກປັກຮັກສາ. ໄລຍະຫ່າງລະຫວ່າງແຖວແມ່ນ 1.20 ຊມ ແລະ ໄລຍະຫ່າງລະຫວ່າງຕົ້ນ 60-80 ຊມ. ປຸກໃຫ້ຕັ້ງຊື່ ແລະ ເລິກປະມານ 10 ຊຸມ. ຫຼັງຈາກປູກໄດ້ 30-45 ມື້ໃຫ້ເສຍຫຍ້າຄັ້ງທີ 1, ຄັ້ງທີ 2 ແມ່ນຫ່າງກັນ 60-70 ມື້ ແລະ ຄັ້ງຕໍ່ໆໄປແມ່ນອີງຕາມສະພາບຕົວຈິງ. ມັນຕົ້ນເປັນພືດທີ່ທົນທານຕໍ່ສະພາບຄວາມແຫ້ງແລ້ງ ແລະ ປູກຕົ້ນລະດູຝົນແມ່ນເໝາະສົມທີ່ສຸດ. 
ການເກັບກ່ຽວ
    ອາຍຸມັນຕົ້ນປະມານ 10-12 ເດືອນ ສາມາດເກັບກ່ຽວໄດ້. ໃນໄລຍະເກັບກ່ຽວຄວນວາງແຜນໃນການກຽມເລືອກແນວພັນເພື່ອໄວ້ປູກໃນຄັ້ງຕໍ່ໄປ. 
ຄຸນຄ່າທາງໂພຊະນາການ
    ມັນຕົ້ນເປັນພືດທີ່ໃຫ້ທາດແປ້ງທີ່ສາມາດກິນທົດແທນເຂົ້າໄດ້ໃນເຂດທີ່ການຜະລິດເຂົ້າບໍ່ກຸ້ມກິນ. ນອກຈາກນັ້ນຍັງມີວິຕາມິນເອ, ບີ, ຊີ ແລະ ອີ; ທາດໄຂມັນ, ໂປຼຕີນ, ໄຍອາຫານ, ນ້ໍາຕານ ແລະ ທາດເຫຼັກອີກດ້ວຍ. ຫຼາຍປະເທດທີ່ ພັດທະນາຍັງນໍາມາແປຮູບເປັນອາຫານເສີມ, ເສັ້ນເຝີ ແລະ ອື່ນໆ. 
ແປຮູບໄວ້ກິນຍາວນານ
    ນໍາເອົາມັນຕົ້ນມາປອກເປືອກແລ້ວນື້ງໃຫ້ມັນເປື່ອຍ. ຫຼັງຈາກນັ້ນ, ນໍາມາຕໍາໂດຍການປະສົມນໍ້າຕານ ແລະ ເກືອ ຕາມຄວາມເໝາະສົມແລ້ວເຮັດເປັນແຜ່ນມົນບາງໆ ຫຼື ຕັດເປັນແຜ່ນນ້ອຍໆແລ້ວຄິ້ວເປັນກຽວ (ເຂົ້າໜົມກາລາວັດ) ຕາກແດດໃຫ້ແຫ້ງດີ, ການປຸງແຕ່ງແມ່ນສາມາດເອົາມາຈືນ ຫຼື ຂາງໄຟກໍ່ໄດ້.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

http://khongkhawn.weebly.com/store/p19/%E0%BB%80%E0%BA%82%E0%BA%BB%E0%BB%89%E0%BA%B2%E0%BA%82%E0%BA%BD%E0%BA%9A_%E0%BA%A1%E0%BA%B1%E0%BA%99%E0%BA%95%E0%BA%BB%E0%BB%89%E0%BA%99_%28103%29.html
ເຂົ້າຂຽບມັນຕົ້ນ

 

Contribute