ຂະໜົມມັນຕົ້ນ

Andy Souvanhphukdee
ເຂົ້າໜົມມັນຕົ້ນ ປຸງແຕ່ງດ້ວຍ ມັນຕົ້ນ, ໃບເຕີຍ ແລະ ນ້ຳຕານ ໂຮຍໜ້າດ້ວຍໝາກພ້າວຫຼັງຈາກທີ່ໜຶ້ງຈົນສຸກແລ້ວ
ເຮືອນຄົວລາວ
http://eatwhattonight.com/2016/09/pandan-tapioca-kueh/
eatwhattonight.com

ສ່ວນປະສົມ

      •  ເນື້ອມັນຕົ້ນ (ຂູດມຸ່ນໆ) 400 ກຣາມ 
      •  ນໍ້າຕານ 200 ກຣາມ 
      •  ນໍ້າໃບເຕີຍ 1 ຖ້ວຍ
      •  ຕ່ອນໝາກພ້າວກະຈາຂູດ 1 ຖ້ວຍ
      •  ເກືອເລັກນ້ອຍ
      •  ຖ້ວຍສໍາຫຼັບໜຶ້ງ

www.bakeryandsnacks.com
www.bakeryandsnacks.com

ວິທີປຸງແຕ່ງ

     1. ປະສົມເນື້ອມັນຕົ້ນຂູດກັບນໍ້າຕານ ຄ່ອຍໆຕື່ມນໍ້າໃບເຕີຍລົງໄປຄັ້ນໃຫ້ເຂົ້າກັນຈົນນໍ້າຕານເປື່ອຍ 
     2. ຕັກສ່ວນປະສົມໃສ່ຖ້ວຍ ແລ້ວເອົາໄປວາງໃສ່ໝໍ້ຊຶງໜຶ້ງ
     3. ເອົາໝໍ້ຊຶງທີ່ໃສ່ນໍ້າແລ້ວຄ້າງໃສ່ເຕົາໄຟ ຖ້າໃຫ້ນໍ້າຟົດ ຍົກຊຸດໝໍ້ຊຶງທີ່ມີຖ້ວຍຂະໜົມວາງລົງໄປໜຶ້ງປະມານ 10-15 ນາທີ ຫຼື ຈົນຂະໜົມສຸກ ເອົາອອກມາປະໄວ້ໃຫ້ເຢັນ.
     4. ເອົາຕ່ອນໝາກພ້າວກະຈາຂູດໄປໜຶ້ງປະມານ 5 ນາທີ ແລ້ວເອົາອອກມາຄົນໃສ່ເກືອເລັກນ້ອຍ
     5. ແກະຂະໜົມອອກຈາກຖ້ວຍ ເອົາໝາກພ້າວກະຈາທີ່ຂູດແລ້ວມາໂຮຍໃສ່ ຈັດໃສ່ຈານ ຮັບປະທານໄດ້ເລີຍ

ຂໍ້ມູນຈາກ SNV Netherlands Development Organisation
ວີດີໂອຈາກ May Laos.kitchen

 

Contribute