ການປູກພືດກັບຫົວ

Andy Souvanphakdy
ເຕັກນິກປູກພືດກັບຫົວ ໜຶ່ງທາງເລືອກການປູກພືດທີ່ບໍ່ຄວນເບິ່ງຂ້າມ ເໝາະສຳລັບຄົນມັກປູກພືດຜັກສວນຄົວແຕ່ມີພື້ນທີ່ໜ້ອຍ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ປະຈຸບັນ ການປູກພືດກັບຫົວເປັນອີກໜຶ່ງທາງເລືອກສຳລັບຊາວກະສິກອນ ແລະ ຄົນມັກປູກພືດພັກໄວ້ກິນເອງ ເນື່ອງຈາກມີວິທີການປູກທີ່ດູແລຮັກສາງ່າຍປະກອບໄປດ້ວຍໃຊ້ພື້ນທີ່ໜ້ອຍ ແຕ່ໃຫ້ຜົນຜະລິດເທົ່າໆ ກັບການປູກພືດທົ່ວໄປ, ຫຼາກຫຼາຍຂໍ້ດີຂອງການປູກພືດກັບຫົວມີດັ່ງນີ້:

  • ຊ່ວຍໃຫ້ນ້ຳ ແລະ ທາດອາຫານໄຫຼໄປລ້ຽງສ່ວນຍອດໄດ້ຢ່າງມີປະສິດທິພາບຫຼາຍກ່ວາປົກກະຕິ
  • ສາມາດແກ້ໄຂ ແລະ ຫຼຸດຜ່ອນບັນຫາການຢຸດສະຫງັກຂອງການລຳລຽງນ້ຳ ແລະ ທາດອາຫານ
  • ໃນຂະນະທີ່ຕົ້ນພືດກັບຫົວ ແຮງໂນ້ມຖ່ວງສາມາດຊ່ວຍດັນນ້ຳໃຫ້ໄຫຼລົງໄປລ້ຽງສ່ວນຍອດ
  • ຊ່ວຍຫຼຸດຜ່ອນບັນຫາເລື່ອງຫຍ້າ ແລະ ການເຂົ້າທຳລາຍຂອງພະຍາດ ແລະ ແມງໄມ້ສັດຕູພືດໄດ້ດີອີກດ້ວຍ
  • ປະຢັດພື້ນທີ່ໃນການປູກ ອີກທັງຍັງສາມາດນຳມາປະດັບຕົບແຕ່ງໃຫ້ເກີດຄວາມສວຍງາມໄດ້ອີກດ້ວຍ
  • ເໝາະສຳລັບພື້ນທີ່ ທີ່ເປັນນ້ຳຖ້ວມຂັງ ສາມາດປູກພືດຜັກຫ້ອຍໄວ້ໃນຄົວເຮືອນໄດ້

ຫາກທ່ານເປັນຄົນໜຶ່ງທີ່ມັກການປູກຜັກເຮັດສວນ ແຕ່ກັງວົນຢ້ານບໍ່ມີເວລາດູແລຮັກສາ ຫຼື ມີພື້ນທີ່ຈຳກັດໃນການປູກ, ການປູກພືດກັບຫົວນີ້ຄືໜຶ່ງໃນທາງເລືອກທີ່ທ່ານຄວນສຶກສາໄວ້

ວັດສະດຸ

  • ຝອຍໝາກພ້າວ
  • ດິນ
  • ຂີ້ເຖົ່າແກບ
  • ກະຖາງ (ມີຮູດ້ານລຸ່ມ ແລະ ເທິງ)
  • ລວດແຂວນ
  • ໄມ້ແປ ຫຼື ແຜ່ນອັດແຂງ

ວິທີການປູກພືດກັບຫົວ

  • ຜະສົມດິນ ແລະ ວັດສະດຸປູກເຂົົ້ານຳກັນ ແລ້ວນຳໃສ່ລົງໃນກະຖາງໃຫ້ເຕັມ
  • ນຳໄມ້ແປ ມາປິດດ້ານເທິງຂອງກະຖາງແລ້ວໃຊ້ມືໜີບໄວ້ກັບກະຖາງເພື່ອປ້ອງກັນບໍ່ໃຫ້ວັດສະດຸຫຼົ່ນລົງພື້ນ
  • ຄວໍ້າກະຖາງເພື່ອໃຫ້ກົ້ນກະຖາງຫັນຂຶ້ນທາງດ້ານເທິງ
  • ນຳເບ້ຍໄມ້ ລົງປູກໃນຮູກົ້ນກະຖາງທີ່ເຈາະໄວ້ (ຖ້າຫາກປູກກດ້ວຍແກ່ນ ຫຼື ແນວນພັນພຶດ ໃຫ້ຖ້າຈົນຕົ້ນໃຫ່ຍ ສູງຢ່າງໜ້ອຍ 1 ຟຸດ ແລ້ວຈຶ່ງພິກກະຖາງເພື່ອໃຫ້ຕົ້ນພືດກັບຫົວ)
  • ເຈາະຮູໃສ່ດ້ານຂ້າງ ແລ້ວນຳລວດມາຫ້ອຍກະຖາງໃສ່ກັບຕົ້ນໄມ້ (ສາມາດເຈາະຮູໃສ່ດ້ານຂ້າງເພີ່ມເຕີມ ຫາກກະຖາງມີພື້ນທີ່ເຫຼືອ ສຳລັບການປູກພືດດ້ານຂ້າງ)
  • ຫົດນ້ຳໃຫ້ປຸ໋ຍຕາມປົກກະຕິ

ເຖິງຢ່າງໃດກໍຕາມ ຫາກທ່ານຕ້ອງການທີ່ຈະປູກພືດໄວ້ທັງສອງດ້ານ ທັງດ້ານເທິງ ແລະ ລຸ່ມ ຄວນຄຳນຶງເຖິງການດູແລເອົາໃຈໃສ່ຢ່າງສະໝໍ່າສະເໝີ ເນື່ອງຈາກການທີ່ເຮົາປູກພືດສອງຊະນິດໄວ້ໃນພື້ນດຽວກັນ ອາດເຮັດໃຫ້ພືດເກີດການຍາດທາດອາຫານກັນໄດ້ ເຊິ່ງຂໍ້ເສຍນີ້ ເຮົາສາມາດພົບໄດ້ທົ່ວໄປໃນການປູກພືດ ແລະ ກໍສາມາດແກ້ໄຂໄດ້ດ້ວຍການເບິ່ງແຍງດູແລເອົາໃຈໃສ່ຢ່າງສະໝໍ່າສະໝີ. ພືດທີ່ນິຍົມນຳມາປູກໃນວິທີນີ້ ສ່ວນໃຫ່ຍຈະເປັນພືດຜັກສວນຄົວເຊັ່ນ: ໝາກເຜັດ, ໝາກເລັ່ນ, ໝາກເຂືອ ເປັນຕົ້ນ

phakhaolao.la


source Suphanburi Agriculture Extension and Development Center (plant-Tissue culture)

Contribute