ຫຼັກສູດທ້ອງຖິ່ນ ເລື່ອງ: ຄວາມຮູ້ ແລະຄວາມສໍາຄັນຂອງຊີວະນາໆພັນ. ສໍາລັບຊັ້ນປະຖົມສຶກສາ ປີທີ 4-5.

07 May 2013 Authors: ຄະນະຮັບຜິດຊອບການສ້າງຫຼັກສູດທ້ອງຖິ່ນ, ພະແນກສຶກສາທິການ ແລະກິລາແຂວງຊຽງຂວາງ.

    ຫຼັກສູດເປັນບ່ອນອີງໃຫ້ແກ່ຄູ ແລະ ຜູ້ບໍລິຫານການສຶກສາຂັ້ນຕ່າງໆເພື່ອຕິດຕາມການຮຽນ-ການສອນແຕ່ລະວິຊາຂອງແຕ່ລະຂັ້ນຢ່າງຖືກຕ້ອງ. ຫຼັກສູດທ້ອງຖິ່ນສະບັບນີ້ໄດ້ຖືກສ້າງຂື້ນໂດຍການຮ່ວມມືຈາກຫຼາຍພາກສ່ວນເຊັ່ນ:ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງພູກູດ, ຄູສອນ ແລະ ຊຸມຊົນຢູ່ໃນກຸ່ມບ້ານເປົ້າໝາຍຂອງເມືອງພູກູດ, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາລະບົບການຜະຫຼິດແບບນິເວດກະສິກໍາ ຢູ່ເຂດພູດອຍພາກເໜືອຂອງ ສ.ປ.ປ ລາວ (TABI). ຫຼັກສູດທ້ອງຖິ່ນເຫຼັ້ມນີ້ສ້າງຂື້ນເພື່ອຈັດການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງໃນວິຊາ:  ໂລກອ້ອມຕົວເຮົາ, ພາສາລາວ, ວິຊາເຕັກໂນ ແລະ ວິຊາສິລະປະກໍາເຫຼົ່ານີ້ເປັນຕົ້ນ. ທັງໝົດນີ້ກໍ່ຢູ່ໃນກອບຈໍານວນຊົ່ວໂມງຮຽນທີ່ກະຊວງສຶກສາທິການແລະ ກິລາວາງອອກ, ທັງນີ້ກໍ່ເພື່ອເຮັດໃຫ້ເນື້ອໃນການຮຽນ - ການສອນມີຄວາມສອດຄ່ອງ ແລະ ຕອບສະໜອງຕາມຄວາມຕ້ອງການຂອງທ້ອງຖິ່ນ.
    ຫຼັກສູດທ້ອງຖິ່ນເຫຼັ້ມນີ້ມີເນື້ອໃນສະເພາະເຈາະຈົງໃສ່ຄວາມຮູ້ກ່ຽວກັບຊີວະນາໆພັນແລະ ຄວາມສໍາຄັນຂອງມັນ, ພ້ອມກັນນັ້ນກໍ່ຍັງໄດ້ນໍາໃຊ້ຄວາມຮູ້ພູມປັນຍາທ້ອງຖິ່ນ,ໂດຍສະເພາະແມ່ນກິດຈະກໍາເຝິກທັກສະເພື່ອການຮຽນຮູ້ກ່ຽວກັບການສືບສານມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ, ການຮັກສາສິ່ງແວດລ້ອມ ແລະ ການທໍາມາຫາກິນແບບດັ້ງເດີມ. ທັງນີ້ກໍ່ເພື່ອເປັນການປູກຈິດສໍານຶກໃຫ້ແກ່ເດັກນັກຮຽນໃຫ້ຮູ້ຮັກຊີວະນາໆພັນທີ່ມີຢູ່ໃນທ້ອງຖິ່ນຂອງຕົນ.  ປື້ມຫຼັກສູດທ້ອງຖິ່ນສະບັບນີ້ຍັງຄົງບໍ່ປັດສະຈາກໄດ້ຂໍ້ຂາດຕົກບົກຜ່ອງ ແລະກໍ່ອາດບໍ່ທັນຄົບຖ້ວນເທື່ອ. ສະນັ້ນຈື່ງຂໍຄວາມຮ່ວມມືຈາກທ່ານຜູ້ຊົມໃຊ້ທຸກພາກສ່ວນຈົ່ງປະກອບຄໍາຄິດຄໍາເຫັນ ເພື່ອຈະໄດ້ນໍາໄປຄົ້ນຄວ້າແກ້ໄຂໃຫ້ມັນດີຂື້ນ.

Downloads

ຫຼັກສູດທ້ອງຖິ່ນ ເລື່ອງ: ຄວາມຮູ້ ແລະຄວາມສໍາຄັນຂອງຊີວະນາໆພັນ. ສໍາລັບຊັ້ນປະຖົມສຶກສາ ປີທີ 4-5. - ລາວ (1.4 MB)

ຫຼັກສູດທ້ອງຖິ່ນ ເລື່ອງ: ຄວາມຮູ້ ແລະຄວາມສໍາຄັນຂອງຊີວະນາໆພັນ. ສໍາລັບຊັ້ນປະຖົມສຶກສາ ປີທີ 4-5. ພາສາລາວ

Contribute