ຄວາມໝາຍ ແລະ ຄວາມສຳຄັນຂອງສັດນໍ້າສັດປ່າ

ຄວາມໝາຍ ແລະ ຄວາມສຳຄັນຂອງສັດນໍ້າສັດປ່າ

Andy Souvanphakdy
ສັດນໍ້າ ແລະ ສັດປ່ານັບວ່າເປັນຊັບພະຍາກອນທຳມະຊາດທີ່ມະນຸດເຮົາໄດ້ເພິ່ງພາອາໄສ ນຳມາໃຊ້ປະໂຫຍດຕັ້ງແຕ່ມະນຸດເລີ່ມປາກົດຂຶ້ນມາເທິງໜ້າໂລກ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ສັດນໍ້າ ແລະ ສັດປ່າໝາຍເຖິງສັດທີ່ມີກະດູກສັນຫຼັງທີ່ອາໄສນຳປ່າເປັນຖິ່ນກຳເນີດ ແລະ ຊອກຢູ່ຫາກິນ. 

ສັດນໍ້າ ແລະ ສັດປ່າຈັດໄດ້ວ່າເປັນຊັບພະຍາກອນທີ່ໃຊ້ແລ້ວບໍສິ້ນເປືອງຖ້າຫາກວ່າມີການຈັດການທີ່ຖືກຕ້ອງ. ປະເທດເຮົາໃນສະໄໝກ່ອນມີສັດນໍ້າ ແລະ ສັດນໍ້າອາໄສຢູ່ຢ່າງຫຼວງຫຼາຍລວມທັງທັງສັດບາງຊະນິດທີ່ສວຍງາມ ແລະ ຊອກຫາຍາກໃນຖລກນີ້ເຊັ່ນ: ປາຂ່າ, ປາບຶກ, ປາແມວ, ງົວບາເປັນຕົ້ນຕໍ. ແຕ່ໃນຕໍ່ມາ ສັັດນໍ້າສັດປ່ານັບມື້ນັບຫຼຸດໜ້ອຍຖອຍຫຼົງຢ່າງໜ້າວິຕົກ. ສ່ວນສັດປ່າບາງຊະນິດກໍໄດ້ສູນພັນໄປປຢ່າງວ່ອງໄວສ່ວນທີ່ເຫຼືອຢູ່ໃນປະຈຸບັນກໍມີຫຼາຍຊະນິດທີ່ໃກ້ຈະສູນພັນເຊັ່ນ: ໂອ່ງ, ມັ່ງ, ເຢືອງ ເປັນຕົ້ນ, ເຊີ່ງສາເຫດສ່ວນໃຫ່ຍກໍມາຈາກການຖ່າງປ່າເຮັດໄຮ່, ບຸກເບີກເນື້ອທີ່ ແລະ ຂະຫຍາຍອອກຮອດບ່ອນຢູ່ອາໄສຂອງສັດປ່າຫ້ວຍຮ່ອງຄອງບຶງ ປະກອບໄປດ້ວຍການລ່າສັດແບບບໍ່ມີຂອບເຂດ ນຳໃຊ້ອຸປະກອນລ່າສັດທີ່ອັນຕະລາຍ ແລະ ບໍ່ຖືກວິທີ.

ສັດປ່າບາງຊະນິດມີຄຸນຄ່າທາງດ້ານເສດຖະກິດ, ດ້ານວິຊາການ, ນຳໃຊ້ເປັນອາຫານ, ກຳຈັດສັດຕູພືດ, ຊ່ວຍກະຈາຍພັນພືດ ແລະ  ບາງຊະນິດມີຄຸນຄ່າທາງດ້ານກະສິກຳ ແລະ ປ່າໄມ້ ຖ້າສັດປ່າຖືກທຳລາຍກໍເທົ່າກັບເປັນການທຳລາຍຄວາມສົມດຸນຂອງທຳມະຊາດໃຫ້ເສຍໄປ.

ດັ່ງນັ້ນ, ຈຶ່ງຖືໄດ້ວ່າເປັນໜ້າທີ່ຂອງປວງຊົນທົ່ວທຸກປະເທດທີ່ຈະຕ້ອງຊ່ວຍກັນອະນຸລັກຮັກສາຊັບພະຍາກອນສັດປ່າໃຫ້ຄົງຢູ່ຕະຫຼອດໄປເປັນມູນມໍລະດົກຕົກທອດໃຫ້ລູກຫຼານຕໍ່ໄປ

 

ອ້າງອີງ: ເອກະສານປະກອບການສອນວິຊາ: ອານຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນ

Contribute