ເພີ່ມທະວີການຄຸ້ມຄອງສັດນ້ຳ-ສັດປ່າ ໃນ ສປປ ລາວ

ເພີ່ມທະວີການຄຸ້ມຄອງສັດນ້ຳ-ສັດປ່າ ໃນ ສປປ ລາວ

WCS Lao PDR ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ

ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສັດນ້ຳ-ສັດປ່າ​ ຢູ່ ສປປ ລາວ ​ເຫັນວ່າໃນຫຼາຍທ້ອງຖິ່ນ​​ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ​ໂດຍສະເພາະແມ່ນການກວດກາລາດຕະເວນຢູ່ຂອບເຂດພື້ນທີ່ປ່າສະຫງວນ ​ແລະ ປ່າປ້ອງກັນແຫ່ງຊາດ, ​ເຂດທີ່ຫຼໍ່ແຫຼມ ​ແລະ ອື່ນໆ ພ້ອມດຽວກັນນັ້ນ ກໍ່ໄດ້ອອກລະບຽບ​ ແລະ ມາດຕະການໃນການຫ້າມລ່າຫ້າມຈັບສັດ ​ໃນ​​ໄລຍະທີ່ສັດນ້ຳ-ສັດປ່າ ຖືພາ ແລະ ອອກແມ່ແຜ່ລູກ ພ້ອມທັງສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ.

ໃນປັດຈຸ​ບັນການຈັດຕັ້ງປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ສັດ​ນ້ຳ-ສັດປ່າ​ ຢູ່ ສປປ ລາວ ​ໂດຍ​ອີງ​ໃສ່​ກົດໝາຍ​ ວ່າ​ດ້ວຍ​ສັດ​ນ້ຳ ແລະ ສັດປ່າ, ບັນດາ​ນິຕິ​ກຳ​ຕ່າງໆ​ທີ່​ກ່ຽວຂ້ອງ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ບັນດາ​ເຜົ່າ, ອົງການ​ຈັດຕັ້ງຕ່າງໆ ຕະຫຼອດ​ເຖິງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ໄດ້ຮັບຮູ້ ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ ແລະ ​ຄວາມ​ສຳຄັນ​ໃນ​ການ​ອະນຸລັກ​ສັດ​ນ້ຳ-ສັດປ່າ ​ໃຫ້​ກາຍ​ເປັນ​ທ່າ​ແຮງ​ໜຶ່ງທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ​ໂດຍ​ລັດ​​ໄດ້ສົ່ງ​ເສີມ​ບຸກຄົນ ແລະ ການຈັດຕັ້ງຂະຫຍາຍ​ພັນ​ສັດ​ນ້ຳ-ສັດປ່າ​ ຕາມ​ທຳ​ມະ​ຊາດ​, ໂດຍ​ນຳ​ໃຊ້​ເຕັກນິກ​ວິຊາ​ການ​ ​ເພື່ອ​ເພີ່ມ​ຈຳນວນ​ສັດ​ນ້ຳ-ສັດປ່າ​ ໃຫ້​ຫຼາຍ​ຂຶ້ນ ນອກ​ນັ້ນ,ຍັງ​ໄດ້​ຟື້ນຟູ​ບູລະນະ​ຖິ່ນ​ທີ່ຢູ່​ອາ​ໄສ​ ທີ່​ເຊື່ອມ​ໂຍງ​ ລວມທັງ​ແຫຼ່ງອາຫານ ແລະ ​ແຫຼ່ງ​ແພ່ພັນ ເພື່ອ​ໃຫ້​ສັດປ່າດຳ​ລົງ​ຊີວິດ​ຢ່າງ​ປົກກະຕິ. ພ້ອມ​ດຽວກັນນັ້ນ ກໍ່​ໄດ້​ປຸກລະດົມ​ທົ່ວ​ປວງ​ຊົນໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ສັດ​ນ້ຳ-ສັດປ່າ ຢ່າງ​ກວ້າງ​ຂວາງ, ສືບຕໍ່​ເຜີຍ​ແຜ່​ໂຄສະນາ​ຢ່າງ​ຕໍ່​ເນື່ອງ​ລຽນຕິດ ​ເພື່ອ​ໃຫ້​ບຸກຄົນ, ຄອບ​ຄົວ ​ແລະ ການຈັດຕັ້ງຕ່າງໆ​ຮູ້​ເຖິງ​ຂໍ້​ຫ້າມ ​ໃນ​ການ​ຄຸ້ມ​ຄອງ​ສັດ​ນ້ຳ-ສັດປ່າ​ ທີ່​ຍັງ​ມີ​ຊີວິດ​ ​ແລະ ການ​ລັກລອບ​ຊື້-ຂາຍ, ການ​ລ່າສັດ​ຫວງ​ຫ້າມ, ການ​ລ່າ​ສັດ​ໃນ​ລະດູ​ການ​ຂະຫຍາຍ​ພັນ, ການ​ລ່າ​ສັດ​ນ້ຳ-ສັດປ່າ​ແບບ​ດັບ​ສູນ ​ແລະ ອື່ນໆ.

ສັດ​ນ້ຳ-ສັດປ່າ ປະ​ເພດຫວງ​ຫ້າມ ຢູ່ ສປປ ລາວ ມີ​ຫຼາຍຊະນິດເຊັ່ນ: ສັດລ້ຽງ​ລູກ​ດ້ວຍ​ນ້ຳນົມ ມີ 44 ຊະ​ນິດ, ສັດ​ເລືອ​ຄານ ຊະ​ນິດ, ສັດ​ປີກ 36 ຊະ​ນິດ, ສັດ​ນ້ຳ​ ຊະ​ນິດ, ສັດ​ເຄິ່ງບົກ​ເຄິ່ງນ້ຳ ຊະ​ນິດ(ປາ​ຕີນ), ສ່ວນ​ສັດ​ນ້ຳ-ສັດປ່າ ປະ​ເພດ​ຄຸ້ມຄອງ ມີ: ສັດລ້ຽງ​ລູກ​ດ້ວຍ​ນ້ຳນົມ ມີ 15 ຊະ​ນິດ, ສັດ​ເລືອ​ຄານ 13 ຊະ​ນິດ, ສັດ​ປີກ 21 ຊະ​ນິດ, ສັດ​ນ້ຳ ຊະ​ນິດ ​ແລະ ​ແມງ​ໄມ້ ຊະ​ນິດ ​ໃນ​ນີ້ສັດ​ທີ່​ສູນພັນ​ແລ້ວ​ປະກອບ​ມີ: ​ແຮດ​ນໍ​ດຽວ, ​ແຮດ​ສອງ​ນໍ, ງົວ​ບາ ​ແລະ ຄວາຍ​ປ່າ.

 

ທີ່ມາ:  ປະເທດລາວ Pathedlao

Contribute