ສັບພະຄຸນດອກໄມ້ແຄມຮົ້ວ

ສັບພະຄຸນດອກໄມ້ແຄມຮົ້ວ

Sakhone INTHAVONG
5 ດອກໄມ້ມີສັບພະຄຸນເປັນຢາ
ຊີວະນາໆພັນກະສິກຳ
www.phakhaolao.la
https://www.weddinglist.co.th/blog

ດອກໄມ້ນອກຈາກຈະມີຄຸນຄ່າໃນຄວາມສວຍງາມແລ້ວ ຍັງຊ່ວຍຮັກສາອາການຕ່າງໆໄດ້ອີກດ້ວຍ ມາເບິ່ງກັນເລີຍວ່າມີດອກໄມ້ຫຍັງແດ່?

  • ດອກດາວເຮືອງ: ດອກດາວເຮືອງນອກຈາກຈະມີຄວາມສວຍງາມແລ້ວ ຍັງມີສັບພະຄຸນເປັນຢາເຢັນ ໂດຍການນຳມາຕາກແດດແລ້ວນຳມາແຊ່ນ້ຳເພື່ອດື່ມຈະຊ່ວຍບຳລຸງ ແລະ ຖະໜອມສາຍຕາ, ນອກຈາກນັ້ນຍັງສາມາດໃຊ້ເປັນຢາຟອກເລືອດ, ແກ່ຮ້ອນໃນ, ແກ້ເຈັບຄໍ ແລະ ຊ່ວຍຮັກສາອາການອັກເສບໃນປາກ ແລະ ຄໍ ລວມເຖິໃຊ້ເປັນຢາຂັບລົມ, ແກ້ທ້ອງອືດອີກດ້ວຍ.
https://www.weddinglist.co.th/blog/%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%AB%E0%B8%A1%E0%B8%B2%E0%B8%A2%E0%B8%94%E0%B8%AD%E0%B8%81%E0%B9%84%E0%B8%A1%E0%B9%89%E0%B9%81%E0%B8%95%E0%B9%88%E0%B8%87%E0%B8%87%E0%B8%B2%E0%B8%99/
  • ດອກອັນຊັນ : ໃນດອກອັນຊັນມີສານແອນໂທໄຊຍານິນ ທີ່ຊ່ວຍໃຫ້ເລືອດໄຫຼວຽນໄປລໍ່ລ້ຽງສ່ວນຕ່າງໆໄດ້ດີຂຶ້ນ ຫາກຮັບປະທານມື້ລະ 1 ດອກ ຈະຊ່ວຍປ້ອງກັນເສັ້ນເລືອດໃນສະໝອງຕີບ ນອກຈາກນີ້ຍັງຊ່ວຍບຳລຸງຫົວໃຈ ແລະ ຊ່ວຍເຮັດໃຫ້ຮ່າງກາຍສົດຊື່ນ.
https://siamrath.co.th/n/151882
  • ດອກພຸດ ມີສັບພະຄຸນຊ່ວຍຂັບພິດໄຂ້, ແກ້ຮ້ອນໃນ ແລະ ອາການເຈັບຫົວ ໂດຍການນຳດອກພຸດມາຕຳໃຫ້ມຸ່ນແລ້ວນຳມາພອກຈະຊ່ວຍບັນເທົາອາການປວດໄດ້ ນອກຈາກນີ້ຍັງສາມາດໃຊ້ຮັກສາພະຍາດຜິວໜັງດ້ວຍການນຳເອົານ້ຳທີ່ຄັ້ນຈາກດອກພຸດມາທາບໍລິເວນທີ່ເປັນ.
https://medthai.com/%E0%B8%9E%E0%B8%B8%E0%B8%94%E0%B8%8B%E0%B9%89%E0%B8%AD%E0%B8%99/
  • ດອກຫາງຫົງ : ມີສັບພະຄຸນໃນການຊ່ວຍອາການປະຈຳເດືອນມາບໍ່ປົກກະຕິ ແລະ ອາການລົງຂາວ ໂດຍການນຳເອົາດອກຫາງຫົງປະມານ 4 ດອກມາຕຳໃຫ້ລະອຽດ ແລ້ວຈຶ່ງນຳມາຮັບປະທານເວລາທ້ອງວ່າງ ຫາກກິນຕິດຕໍ່ກັນປະມານອາທິດໜຶ່ງ ຫຼື ຈະນຳມາຕາກແດດໃຫ້ແຫ້ງໃນບ່ອນຮົ່ມ ແລ້ວນຳມາບົດໃຫ້ລະອຽດເພື່ອຮັບປະທານ 1 ບ່ວງກາເຟ / 1 ອາທິດ ນອກຈາກນີ້ຍັງຊ່ວຍຮັກສາບາດແຜທີ່ຖືກໄຟໄໝ້, ນ້ຳຮ້ອນລວກ ແລະ ອາການຂຽວຊ້ຳຕາມຮ່າງກາຍ ໂດຍການນຳຮາກມາຕຳໃຫ້ລະອຽດແລ້ວນຳໄປໃສ່ບໍລິເວນທີ່ເປັນບາດແຜ.
https://www.phakhaolao.la/kb/0000972?q=%E0%BA%AA%E0%BA%B0%E0%BA%9A%E0%BA%B2&p=search
  • ດອກຂົມ: ສາມາດນຳມາໃຊ້ໄດ້ຫຼາຍຢ່າງເຊັ່ນ ໃບສົດນຳມາຢ້າງໄຟໃຊ້ພອກຫົວແລ້ວໃຊ້ຜ້າພັນໄວ້ແກ້ອາການເຈັບຫົວ ແລະ ນຳມາຕົ້ມກັບນ້ຳອາບແກ້ອາການຄັນ, ຍອດອ່ອນນຳມາເຜົາຈາກນັ້ນບົດໃຫ້ລະອຽດແລ້ວນຳມາທາຜື່ນຄັນຂຶ້ນຕາມໂຕ ສ່ວນດອກດອກນຳມາໃສ່ແຜ ແລະ ແຜຊໍ້າໃຫ້ຫາຍໄວຂຶ້ນ.
https://www.phakhaolao.la/kb/0001064?q=%E0%BA%94%E0%BA%AD%E0%BA%81&p=search

ທີ່ມາ:https://www.thaihealth.or.th/blog/myblog/topic

Contribute