ເຕັກນິກການຟັກໄຂ່ໄກ່

ເຕັກນິກການຟັກໄຂ່ໄກ່

Sakhone INTHAVONG
ວິທີຟັກໄຂ່ທີ່ໄດ້ປະສິດທິພາບສູງ
ຊີວະນາໆພັນກະສິກຳ
phakhaolao.la

ປັດຈຸບັນການລ້ຽງໄກ່ແມ່ນໄດ້ຮັບຄວາມນິຍົມເພີ່ມສູງຂຶ້ນ ແຕ່ການລ້ຽງກໍຍັງມີບັນຫາຫຼາຍຢ່າງເປັນຕົ້ນແມ່ນການຂະຫຍາຍພັນ ຍ້ອນໄກ່ບາງໂຕໄຂ່ອອກມາແລ້ວບໍ່ຟັກ ແລະ ບັນຫາໄຂ່ເນົ່າ. ເມື່ອອາຍຸໄກ່ໄດ້ປະມານ 7 ເດືອນ ກໍຈະເລີ່ມໃຫ້ໄຂ່ສະນັ້ນເຮົາຕ້ອງກຽມກະຕ່າທີ່ຮອງດ້ວຍເຟືອງ ແລ້ວນຳໄປວາງໄວ້ຈຸດໃດໜຶ່ງທີ່ຂ້ອນຂ້າງມືດໃນຄອກ ມື້ນີ້ເຮົາຈຶ່ງນຳເອົາເທັກນິກການຟັກໄຂ່ທີ່ໄດ້ຮັບປະສິດທິພາບມາຝາກກັັນ.

  • ເມື່ອໄກ່ໃນເລົ້າໄຂ່ ໃນຕອນເຊົ້າຂອງທຸກໆມື້ເຮົາຕ້ອງໄດ້ໄປເກັບໄຂ່ຂອງແຕ່ລະແມ່ເພື່ອນຳໄປໃສ່ກະເສາະໂດຍການແບ່ງໄຂ່ໃນແຕ່ລະມື້.
  • ຈາກນັ້ນໃຫ້ນຳໄວ້ໃຫ້ແມ່ໄກ່ກຳລັງຟັກ.
  • ຫຼັງຈາກຟັກ 15 ມື້ໄຂ່ກໍ່ແຕກເປັນໂຕອອກມາ.
  •  ໃນຂະນະທີ່ແມ່ໄກ່ກຳລັງຟັກໄຂ່ນັ້ນ ເປັນຊ່ວງທີ່ໄກ່ຕ້ອງການອາຫານຫຼາຍເພາະຕ້ອງໄດ້ຟັກໄຂ່ໝົດມື້ ສະນັ້ນເພື່ອໃຫ້ການຟັກໄຂ່ໄດ້ປະສິດທິພາບຂຶ້ນຕ້ອງໃຫ້ອາຫານໄກ່ໃຫ້ພຽງພໍ.

ທີ່ມາ: Lao Farmer Network

Contribute