ເຕັກນິກກາານສຽບຍອດໝາກເລັ່ນໃສ່ຕົ້ນໝາກແຄ້ງ

ເຕັກນິກກາານສຽບຍອດໝາກເລັ່ນໃສ່ຕົ້ນໝາກແຄ້ງ

Sakhone INTHAVONG
ການປູກໝາກເລັ່ນດ້ວຍການສຽບຍອດໃສ່ຕົ້ນໝາກແຄ້ງ
ແນະນຳວິທີເຮັດ
phakhaolao.la

ຂໍ້ດີ

  1. ເພື່ອປ້ອງການແຫ່ວຂອງຕົ້ນໝາກເລັ່ນກ່ອນການເກັບກ່ຽວ.
  2. ເພື່ອປ້ອງກັນການເກີດຂອງພະຍາດຂີ້ເລືອດຝອຍໃນຊ່ວງການຈະເລີນເຕີບໂຕ.
  3. ຊ່ວຍຍືດອາຍຸຂອງການເກັບກ່ຽວໃຫ້ຫຼາຍຂຶ້ນກວ່າເກົ່າ.
  4. ຜົນຜະລິດສູງກວ່າການປູກດ້ວຍຕົ້ນຂອງມັນເອງ.

ອຸປະກອນສຳລັບການຕໍ່

  1. ມີດຄັດເຕີ.
  2. ທໍ່ຢາງສຳລັບຕໍ່ລະຫວ່າງຍອດໝາກເລັ່ນ ແລະ ຕົ້ນໝາກແຄ້ງ.
  3. (ສຳລັບທໍ່ຢາງແມ່ນມີສຳລັບການຕໍ່ໂດຍສະເພາະ ແຕ່ກໍລະນີບໍ່ມີທ່ານສາມາດນຳທໍ່ຢາງທຳມະດາກໍ່ໄດ້ໂດຍຕັດຍາວປະມານ 2 ຊມ.)

ເຕັກນິກທີ 1 ໃຊ້ທໍ່ຢາງສະເພາະການຕໍ່

ຂັ້ນຕອນການເຮັດ

  1. ໃຊ້ມີດຄັດເຕີຕັດຕົ້ນໝາກແຄ້ງທີ່ກ້າໄດ້ປະມານ 1 ເດືອນ ການຕັດແມ່ນໃຫ້ໄດ້ຄວາມສູງຍາວປະມານ 2-3 ຊມ ໂດຍຕັດໃຫ້ສະລຽງ ( ການຕັດຕ້ອງເລືອກບ່ອນທີ່ກ້ຽງ ແລະ ຂະໜາດທີ່ເໝາະກັບທໍ່ຢາງທີ່ໃຊ້ໃການຕໍ່) ສ່ວນປາກບາດແມ່ນໃຫ້ຍາວປະມານ 0, 5 ຊມ.
  2. ຫຼັງຈາກຕັດຕົ້ນຮຽບຮ້ອຍແລ້ວແມ່ນໃຫ້ນຳເອົາທໍ່ຢາງທີ່ກຽມໄວ້ສຸບລົງໃຫ້ປະມານເຄິ່ງໜຶ່ງຂອງທໍ່ຢາງເພື່ອບໍ່ໃຫ້ສິ່ງຕ່າງໆມາສຳຜັດກັບປາກບາດຂອງຕົ້ນຕໍ.
  3. ໃຊ້ມີດຄັດເຕີຕັດຍອດໝາກເລັ່ນ ໂດຍເລືອກເອົາຕົ້ນທີ່ເໝາະສົມກັບຕົ້ນຕໍທີ່ກຽມໄວ້ ໂດຍຕັດໃຫ້ໄດ້  2 ຂໍ້ຂຶ້ນໄປ ປາກບາດໃຫ້ເປັນມຸມສະຫລຽງ ຫຼັງຈາກນັ້ນໃຫ້ຕັດໃບອອກໂດຍຈົ່ງໄວ້ປະມານ 1-2 ໃບ ເພື່ອຫຼຸດຜ່ອນການຄາຍນ້ຳ.
  4. ຫຼັງຈາກຕັດຍອດພັນຮຽບຮ້ອຍແລ້ວແມ່ນໃຫ້ນຳມາສຽບໃສ່ຕົ້ນຕໍເລີຍ.

 

ວິທີ2 ແມ່ນການນຳໃຊ້ທໍ່ຢາງດຳທົ່ວໄປ

ຂັ້ນຕອນການເຮັດ

  1. ໃຊ້ຄັດເຕີຕັດຕົ້ນຕໍບໍ່ໃຫ້ສະຫຼາຍເກີນໄປ (ແບບສະບີນ).
  2. ນຳເອົາທໍ່ຢາງດຳມາສຸບໃສ່ໃຫ້ຫວິດປາກບາດລົງໄປລຸ່ມ.
  3. ໃຊ້ມີດຄັດເຕີຜ່າລຳຕົ້ນລົງໃຫ້ສະເໝີກັນທັງສອງກີບ.
  4. ຕັດຍອດພັນຄືກັບວິທີທີ່ໜຶ່ງແລ້ວນຳມາປັກໃສ່ຕົ້ນຕໍຫຼັງຈາກນັ້ນໃຫ້ດຶງທໍ່ຢາງຂຶ້ນໃຫ້ຫຸ້ມປາກບາດ.

 ຫຼັງຈາກຕໍ່ດ້ວຍສອງວິທີສຳເລັດແລ້ວແມ່ນຈະນຳເຂົ້າໂຮງອົບ

ການເຮັດໂຮງອົບແມ່ນຄວນເລືອກສະຖານທີ່ ທີ່ຊ່ວງເຊົ້າ ແລະ ແລງ ສາມາດຖືກແສງແດດ ສ່ວນຕອນສວຍແມ່ນຖືກຮົ່ມຈະເໝາະສົມທີ່ສຸດ.

ການເຮັດໂຮງອົບແມ່ນໃຊ້ເອົາສຸ່ມໄກ່ມາແລ້ວເອົາຢາງພາສຕິກທີ່ເປັນແຜ່ນໃຫຍ່ມາຄຸມ ແລະ ຄຸມອີກຊັ້ນໜຶ່ງດ້ວຍຜ້າກັນແສງ ເພື່່ອເອົາມາຄຸມກ້າທີ່ເຮົາຕໍ່ຮຽບຮ້ອຍແລ້ວ ຫຼັງຈາກນັ້ນແມ່ນແປງຢາງພາສຕິກໃຫ້ແໜ້ນດີ. ຫຼັງຈາກໄດ້ອາທິດໜຶ່ງແລ້ວນຳເອົາຜ້າຄຸມອອກເທື່ອລະຫນ້ອຍ ຫຼັງຈາກໄດ້ 9-10 ວັນ ສາມາດນຳໄປປະໄວ້ໂຮງກ້າທີ່ມີຜ້າກັນແສງ.

ທີ່ມາ:https://www.youtube.com/watch?v=WCQOAO2VWVs

Contribute