ກົບນາ / East Asian Bullfrog

Associated Species
Use
Food
Income
Medicine
Scientific Name / Family
Hoplobatrachus rugulosus (Wiegmann, 1835)
Synonyms
Rana rugulosa Wiegmann, 1834
Rana tigrina Steindachner, 1867 ssp. pantherina
Other Names
Chinese: 虎纹蛙
Eng: Chinese Edible Frog, East Asian Bullfrog, Taiwanese Frog


Conservation Status
Least Concern
Physical Description

ມີຂະໜາດລຳຕົວໃຫຍ່, ຍາວ 7-10 ຊມ, ລຳຕົວຍາວ, ຕາໃຫຍ່, ຜິວໜັງລຳຕົວດ້ານຫຼັງມີຕຸ່ມເປັນແຖວຄ່ອນຂ້າງຂະໜານກັນ 9-10 ແຖວ, ແຕ່ຜິວລຳຕົວດ້ານທ້ອງລຽບ, ມີຮອຍພັບຂອງຜິວໜັງຈາກດ້ານທ້າຍຕາໄປທີ່ຂອບເທີງຂອງແຜ່ນເຍື່ອແກ້ວຫູ ແລະ ໂຄງລົງໄປຫາກົກຂາຄູ່ໜ້າ. ດ້ານຫຼັງເປັນສີນ້ຳຕານອົມສີຂຽວ ຫຼື ສີນ້ຳຕານເຫຼືອງ, ສີທີ່ດ້ານຂ້າງລຳຕົວຈາງກວ່າທີ່ດ້ານຫຼັງມີຈຸດສີເຂັ້ມກະຈາຍທົ່ວຢູ່ດ້ານເທີງ, ດ້ານທ້ອງສີຂາວ, ໃຕ້ຄາງສີເທົາ ແລະ ມີຈຸດ ຫຼື ຂິດສີດຳກະຈາຍ, ຄາງຂອງເພດຜູ້ໄວປະສົມພັນມີຖົງສຽງ 1 ຄູ່ຊັດເຈນ. ຂາໜ້າ ແລະ ຂາຫຼັງມີເສັ້ນສີເຂັ້ມພາດຂວາງ ແຕ່ບໍ່ຊັດເຈນ, ທາງດ້ານໜ້າຂອງໂກກຂາຫຼັງມີຈຸດສີດຳລຽງຕົວເປັນແຖວຕາມລວງຍາວ. ຂາໜ້າ ແລະ ຂາຫຼັງຄ່ອນຂ້າງສັ້ນ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່າແໜ່ງດ້ານໜ້າຂອງຕາ, ນິ້ວຕິນໜ້າບໍ່ມີແຜ່ນລະຫວ່າງນີ້ວ, ນິ້ວຕິນຫຼັງມີແຜ່ນໜັງປະມານ 3/4 ຂອງຄວາມຍາວນິ້ວ, ສ່ວນປາຍຂອງນິ້ວຮຽວ. ຮວກກົບນາມີຂະໜາດຕົວໃຫຍ່, ລຳຕົວປ້ອມ ແລະ ເປັນສີນ້ຳຕານ, ມີຈຸດສີດຳລຽງຕົວເປັນແຖວຫຼັງ ແລະ ທີ່ດ້ານເທີງຂອງຫາງ, ແຜ່ນຄີຫາງໃຫຍ່, ສີນ້ຳຕານອ່ອນ ແລະ ມີຈຸດນ້ອຍໆສີດຳກະຈາຍ, ປາກຢູ່ປາຍສຸດຂອງຫົວຄ່ອນມາທາງດ້ານລຸ່ມ, ຊ່ອງປາກໃຫຍ່, ຕຸ່ມແຂ້ວໃນໂພ້ງປາກມີຈຳນວນແຖວ ແລະ ລັກສະນະການລຽງຕົວເປັນສູດ II:3+3/3+3:II, ຈະງອຍປາກໃຫຍ່ ແລະ ຂອບເປັນຮອຍແຂ້ວທັ້ງດ້ານເທີງ ແລະ ດ້ານລຸ່ມ.

Description of Use

ອາຫານ: 

  • ຊີ້ນ: ນຳມາໃຊ້ເປັນອາຫານໄດ້ຫຼາຍເມນູ

ສິນຄ້າ: ກົບເປັນສັດເສດຖະກິດທີນິຍົມນຳມາລ້ຽງຂາຍເປັນເສດຖະກິດຄອບຄົວ

ສະພະຄຸນທາງການຢາ: ນັກວິທະຍາສາດຈາກປະເທດໄອສແລນ ຄົ້ນພົບໂປຣຕີນ ຫຼື ເປບໄທນ໌ 2 ຊະນິດຈາກຢາງໃນໜັງກົບ ເຊິ່ງໂປຣຕີນເຫຼົ່ານີ້ສາມາດປ້ອງກັນ, ຢັ້ບຢັ້ງງອກເອງ ແລະ ການຈະເລີນເຕີບໂຕຂອງເສັ້ນເລືອດເຊິ່ງອາດຈະນຳມາໃຊ້ຮັກສາມະເຣັງໄດ້ໃນອານາຄົດ.

ໂພຊະນາການ: 

   ລູກກົບ ຫຼື ຮວກ: ມີໂປຣຕີນ 16,42%, ໄຂມັນ 1.12%, ເສັ້ນໄຍ 0.42%, ໃຫ້ພະລັງງານ 44,26%, ແຄລຊ້ຽມ 0,120% ແລະ ຟອສຟໍຣັສ 0,212%

   ກົບເຕັບໄວ: ມີໂປຣຕີນ 16,29%, ໄຂມັນ 1.57% (ໂຕແມ່ 1,64%), ເສັ້ນໄຍ 0.42% (ໂຕແມ່ 0,46%), ໃຫ້ພະລັງງານ 50,96% (ໂຕແມ່ 50,34%), ແຄລຊ້ຽມ 0,047% (ໂຕແມ່ 0.078) ແລະ ຟອສຟໍຣັສ 0,146% (ໂຕແມ່ 0.142%)

Reproduction and Lifecycle

ໂຕເຕັມທີ່ ແລະ ພ້ອມທີ່ຈະປະສົມພັນຈະສັງເກດເຫັນຖົງສຽງຂອງຕົວຜູ້ຢູ່ກ້ອງຄາງ, ເປັນຮອຍສີດຳ, ຖົງສຽງເກີດຈາກການຮ້ອງຫາຄູ່ໃນຊ່ວງປະສົມພັນ, ຕົວຜູ້ພ້ອມທີ່ຈະປະສົມພັນໃນຊ່ວງນີ້ ລຳຕົວຈະມີສີເຫຼືອງ ນິ້ວຕິນດ້ານໜ້າຈະມີຕຸ່ມທີ່ຂະຫຍາຍຕົວໃຫຍ່ຂື້ນ, ສັງເກດເຫັນໄດ້ຊັດເຈນ, ຕຸ່ມນີ້ຈະມີໄວ້ເພື່ອເກາະຕົວແມ່ ແລະ ເມື່ອໝົດລະດູປະສົມພັນຕຸ່ມນີ້ຈະຫາຍໄປ, ໂດຍມີຊ່ວງປະສົມພັນຢູ່ລະຫວ່າງເດືອນມີນາ-ກັນຍາ, ເຂົ້າສູ່ໄວສືບພັນມີອາຍຸໄດ້ 1 ປີ, ວາງໄຂ່ຄັ້ງລະ 1,500-3,000 ໜ່ວຍຕໍ່ຄັ້ງ, ໄລຍະການຟັກໄຂ່ກາຍເປັນຮວກຈະໃຊ້ເວລາ 26-36 ຊົ່ວງໂມງ, ເມື່ອເປັນຮວກນ້ອຍແລ້ວຈະໃຊ້ເວລາ 25-45 ວັນຈື່ງເປັນຕົວກົບນ້ອຍ. ມັກລີ້ຕາມຟຸ່ມໄມ້, ກ້ອງຂ້ອນໄມ້ທີ່ຢູ່ຕາມຂອບແຫຼ່ງນ້ຳ ຫຼື ແຄມທົ່ງນາ. ເມື່ອຖືກຫຼົບກວນຈະໂດດລົງນ້ຳ ແລະ ອອກຫາກິນເວລາກາງຄືນໃນພື້ນທີ່ຊຸ່ມນ້ຳ. ອາໄສຢູ່ໄດ້ຕາມບ່ອນນ້ຳໄຫຼ ແລະ ນ້ຳນີ່ງ, ແຕ່ບ່ອນວາງໄຂ່ຈະເປັນບ່ອນນ້ຳນິ່ງ,  ສ່ວນນ້ຳໄຫຼ ຈະມັກຢູ່ເມື່ອລະດູແລ້ງ ຈະຢູ່ໂພງດິນ ເມື່ອຮອດຕົ້ນລະດູຝົນຈື່ງອອກມາຫາຄູ່ເພື່ອປະສົມພັນ, ຕົວຂອງມັນຊ່ວງນີ້ຈະເປັນສີເຫຼືອງ. ຮວກກົບນາມັກລ່າເຫຍື່ອເປັນອາຫານ, ຖ້າບໍ່ມີອາຫານກີນ ມັນຈະກັດກີນກັນເອງ. ອາຫານຂອງພວກມັນແມ່ນລູກຍຸ້ງ, ແມງໄມ້ນ້ຳ ແລະ ແພງຕອນສັດຕ່າງໆ. 

Contribute