ປາອີ່ໄທຂ້າງແຖບ / Waanders's hard-lipped barb

Use
Food
Income
Scientific Name / Family
Osteochilus waandersii (Bleeker, 1853) / Cyprinidae
Synonyms
Other Names
Cambodian: Trey kros krawhorm
Conservation Status
Least Concern
Physical Description

D: 12; A: 5; P1: 15; P2: i, 8. ຮູບແບບລໍາໂຕສັ້ນ ແລະ ແປທາງດ້ານຂ້າງ, ມີຄວາມເລິກຂອງລໍາໂຕ 31.31-33.33% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 22.22-23.80% ຂອງ SL. ຫົວ: ຂະໜາດນ້ອຍ, ມີໜວດ 2 ຄູ່, ຕາຂ້ອນຂ້າງໃຫຍ່, ປາກຢູ່ດ້ານລຸ່ມຂອງຫົວ, ມີຕຸ່ມ 1-3 ຕຸ່ມຢູ່ບໍລິເວນປາຍຂອງສັນດັງ, ຄວາມຍາວຂອງເສັ້ນຜ່າສູນກາງ ຕາ 23.33-27.27% ຂອງຄວາມຍາວຫົວ HL. ລໍາໂຕ: ມີແຖບສີດໍາຢູ່ດ້ານຂ້າງ ຂອງລໍາໂຕຍາວຈາກບໍລິເວນຫົວຈົນເຖິງ ຂອບທ້າຍສຸດຂອງປາຍຄີຫາງບໍລິເວນທີ່ວໍ້າເຂົ້າ, ປາຍຄີຫາງ, ຄີຫຼັງ, ຄີທ້ອງ ແລະ ຄີກົ້ນສີແດງອົມສົ້ມ, ເກັດເສັ້ນຂ້າງ ລໍາໂຕສົມບູນ, ມີເກັດເສັ້ນຂ້າງໂຕ 34 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 16 ເກັດ, ເກັດຈາກເກັດກ່ອນ ຄີຫຼັງລົງໄປຫາເສັ້ນຂ້າງໂຕຕາມແນວສະຫຼຽງ 6 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວຕາມແນວສະຫຼຽງມີ 4 ເກັດ, ຄີຫຼັງມີ 12 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 15 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ຫາງແບບງ່າມ (ວໍ້າເຂົ້າຢູ່ສ່ວນກາງແບ່ງຫາງເປັນ 2 ຊິກ). ສີຂອງລໍາໂຕ: ສີເງິນອົມແດງ.

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

Description of Use

ເປັນປາທີ່ປະຊາຊົນຫາກິນຕາມລະດູການນິຍົມນຳມາປີ້ງກັບສົ້ມຜັກ, ຕໍາໝາກຫຸ່ງ. ນອກນັ້ນຍັງນິຍົມນຳມາເຮັດປາແຫ້ງ, ປາແດກ.

Reproduction and Lifecycle

ການດຳລົງຊີວິດ ແລະ ການສືບພັນຄ້າຍປາອີ່ໄທຊະນິດອື່ນໆ. ເມື່ອຮອດຊ່ວງຕົ້ນລະດູຝົນແມ່ນເຄື່ອນຍ້າຍໄປຫາໜອງ ແລະ ບືງ ເພື່ອໄປວາງໄຂ່. ຕົວອ່ອນຈະມີການຈະເລີນເຕິບໂຕໃນເຂດບໍລິເວນນ້ຳຫລາກ ຫຼື ນ້ຳຖ້ວມ, ທ້າຍລະດູຝົນ ຈະເຄື່ອນຍ້າຍລົງມາຫາແມ່ນ້ຳສາຍຫຼັກ.

Contribute