ໂອກາດ: ປັດຈຸບັນມີການ ສະໜັບສະໜູນການ ເຕັກນິກວິທີການປຸງແຕ່ງໄຄໃຫ້ແກ່ປະຊາຊົນເຊັ່ນ: ຕາບີ, ສູນເຕັກນິກ ວິທະຍາສາດ ເກົາຫຼີ, ໂຄງການ ສຸພານິມິດ.
ສິ່ງທ້າທາຍ: ວັດຖຸດິບ (ໄຄດິບ) ທີ່ນໍາມາະຜະລິດເປັນໄຄແຜ່ນແມ່ນ ເລີ່ມມີການຫາຍາກ ແລະ ມີປະລິມານໜ້ອຍ ລົງຕາມແມ່ນໍ້າໃຫຍ່ ທີ່ປະຊາຊົນເຄີຍເກັບ ເນື່ອງຈາກມີການ ໂຄງການພັດທະນາພະລັງງານໄຟຟ້າ ແລະ ມີການຂຸດ ບໍ່ຖີນ, ຊາຍ ຕາມລ້ອງແມ່ນໍ້າ. ຈາກຂໍ້ມູູນ ການສຶກສາ ເຫັນວ່າ ມີຈຳນວນ ຫຼາຍບ້ານ ທີ່ປະສົບກັບບັນຫາ ໃນການສະໜອງວັດຖຸດິບ, ຂາດເຕັກນິກໃນການຜະລິດ ແລະ ທຶນຮອນໃນການຜະລິດ. ນອກນັ້ນ ຍັງມີສະຖານະການການທີ່ບໍ່ສາມາດຕໍ່ລອງລາຄາໄດ້ ເນືື່ອງຈາກມີພໍ່ຄ້າຄົນກາງມາຊື້ນຳປະຊາຊົນພາຍໃນບ້ານ ຈຶ່ງເຮັດໃຫ້ບໍ່ມີອຳນາດໃນການຕໍ່ລອງລາຄາໄດ້. ພ້ອມນັ້ນຍັງມີຂໍ້ຈຳກັດ ໃນການເຂົ້າເຖິງການຕະຫຼາດ ຂອງປະຊາຊົນ.  
ທາງດ້ານການຕະຫຼາດ: ໄຄ ເປັນອາຫານທີ່ສະແດງເຖິງເອກະລັກປະຈຳທ້ອງຖິ່ນ ໂດຍສະເພາະແມ່ນແຂວງຫຼວງພະບາງ ແລະ ຂອງຕ້ອນປະຈຳແຂວງ. ເລີ່ມ ມີການຜະລິດສົ່ງອອກຕ່າງປະເທດເຊັ່ນ ປະເທດເກົາຫຼີ (ມີຂໍ້ມູນທີ່ບໍ່ເປັນທາງການ ວ່າ ໄຄ ສຳເລັດຮູບ ໄດ້ຖືກສົ່ງອອກໄປປະເທດອາເມຣິກາ ແລະ ຝຣັ່ງ). ເຊິ່ງເຫັນວ່າ ຄວາມຕ້ອງການການບໍລິໂພກໄຄ ແມ່ນເຫັນວ່າ ເຂົາເຈົ້າມີຄວາມຕ້ອງການໃນການບໍລິໂພກ ຫຼື ສົ່ງອອກໄຄໃນຮູບແບບສຳເລັດຮູບ (ເຊັ່ນໄຄແຜ່ນ ແລະ ໄຄມຸ່ນ)

 

Contribute