ຄວບຄຸມນໍ້າໜັກ ເບິ່ງແຍງຮູບຮ່າງໄດ້ດ້ວຍ 9 ສະໝຸນໄພພື້ນບ້ານ!!

bouavone thipphavanh
ຢາກຫຼຸດນໍ້າໜັກແຕ່ບໍ່ຢາກໃຊ້ຢາເຂົ້າຊ່ວຍເຮັດແນວໃດດີ?
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

ສະໝຸນໄພພື້ນບ້ານ ຊ່ວຍໃຫ້ຮູບຮ່າງດີ ຄວບຄຸມນໍ້າໜັກໄດ້

ຮູ້ ຫຼື ບໍ ສະໝຸນໄພຈາກທໍາມະຊາດ ນອກຈາກເຮັດໃຫ້ນໍ້າໜັກຫຼຸດລົງແລ້ວຍັງຊ່ວຍກະຕຸ້ນລະບົບເຜົາຜານໄຂມັນໃນຮ່າງກາຍໄດ້ນຳ ຊຶ່ງການຮັບປະທານສະໝຸນໄພເຫຼົ່ານີ້ຈຶ່ງຊ່ວຍເບິ່ງແຍງຮູບຮ່າງໄດ້ດີ ໂດຍສະເພາະຮ່າງກາຍສ່ວນໜ້າທ້ອງ. ສະໝຸນໄພທີ່ວ່າມີຫຍ້ງແດ່ເຮົາມາເບິ່ງກັນເລີຍ:

  1. ຕົ້ນຄໍາຍອງ ເປັນພືດສະໝຸນໄພຊະນິດໜຶ່ງທີ່ມີສານຕ້ານອະນຸມົນອິດສະຫຼະ ຊຶ່ງສາມາດຊ່ວຍຫຼຸດລະດັບນໍ້າຕານໃນເລືອດ ນອກນີ້ຍັງຊ່ວຍປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ ແລະ ຊ່ວຍຫຼຸດຄໍເລດເຕີລໍຊະນິດທີ່ບໍ່ດີອີກດ້ວຍ.  
  2. ໃບຢານາງ ນອກຈາກຈະນໍາມາປຸງແຕ່ງເປັນອາຫານແລ້ວ ໃບຢານາງຍັງເປັນສະໝຸນໄພອີກຊະນິດໜຶ່ງທີ່ມີລົດຊາດຈືດ ຄົນສ່ວນຫຼາຍນິຍົມດື່ມນໍ້າສະໝຸນໄພໃບຢານາງເພື່ອຫຼຸດນໍ້າໜັກ ໂດຍນໍາເອົາໃບຢານາງໄປຕົ້ມຈົນເດືອດແລ້ວດື່ມເປັນປະຈໍາ ມື້ລະ 3 ເທື່ອຈະຊ່ວຍປັບຄວາມສົມດຸນຂອງຮ່າງກາຍ.
  3. ພິກໄທດໍາ ມີກິ່ນຫອມ, ລົດຊາດເຜັດຮ້ອນ ຈຶ່ງຊ່ວຍຂັບເຫື່ອ, ແກ້ທ້ອງອືດໄດ້ດີ ແລະ ຍັງມີສານໄພເພລິນທີ່ຊ່ວຍເລື່ອງການເຜົາຜານໄຂມັນໃນຮ່າງກາຍ ແລະ ຊ່ວຍກໍາຈັດໄຂມັນສ່ວນເກີນອີກດ້ວຍ.
  4. ຫຍ້າຫວານ ເປັນສະໝຸນໄພທີ່ໃຫ້ຄວາມຫວານຕາມທໍາມະຊາດ ຊຶ່ງມີຄວາມຫວານຫຼາຍກ່ອນນໍ້າຕານເຖິງ 150-300 ເທົ່າ ແຕ່ບໍ່ກໍ່ໃຫ້ເກີດພະລັງງານເປັນສານແທນຄວາມຫວານຈາກທໍາມະຊາດທີ່ດີທີ່ສຸດອີກຊະນິດໜຶ່ງ ນອກນີ້ຫຍ້າຫວານຍັງຊ່ວຍເລື່ອງການຫຼຸດໄຂມັນໃນເສັ້ນເລືອດສູງ, ກໍາຈັດໄຂມັນທີ່ບໍ່ດີໃນເລືອດ ດັ່ງນັ້ນຈຶ່ງຊ່ວຍຫຼຸດຄວາມສ່ຽງການເກີດໂລກຫົວໃຈ ແລະຄວາມດັນເລືອດສູງ.
  5. ຂີ້ໝິ້ນ ມີສານເຄິຄິວມິນ (curcumin) ຊຶ່ງເປັນສານຕ້ານອະນຸມູນອິດສະຫຼະ, ຊ່ວຍຫຼຸດລະດັບຄໍເລດເຕີລໍ ແລະ ການກະຕຸ້ນການເຜົາຜານໄຂມັນໃນຮ່າງກາຍ.
  6. ໃບກະເພົາ ມີສັບພະຄຸນຊ່ວຍແກ້ອາການເຈັບທ້ອງ, ທ້ອງອືດ, ແກ້ອາການເຈັບຈຸກສຽບແໜ້ນທ້ອງ ນອກນີ້ໃບກະເພົາຍັັງສາມາດຊ່ວຍຂັບໄຂມັນ ແລະ ນໍ້າຕານຢູ່ພາຍໃນຮ່າງກາຍໄດ້ດີອີກດ້ວຍ.
  7. ກະຈຽບແດງ ສາມາດຫຼຸດຄໍເລດເຕີລໍຊະນິດທີ່ບໍ່ດີ LDL ແລະ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ແຕ່ທັ້ງນີ້ນໍ້າກະຈຽບບໍ່ຄວນໃສ່ນໍ້າຕານ ເພື່ອທີ່ຈະຫຼຸດໄຂມັນໃນເລືອດໃຫ້ໄດ້ຮັບຜົນດີ.
  8. ຂີງ ເປັນສະໝຸນໄພທີ່ມີລິດຮ້ອນຈຶ່ງສາມາດຊ່ວຍຫຼຸດນໍ້າຕານທີ່ສະສົມ ນອກນີ້ຍັງມີສັບພະຄຸນຫຼຸດໄຂມັນໃນເສັ້ນເລືອດໄດ້ຢ່າງດີ.
  9. ກະທຽມ ຈະຊ່ວຍຫຼຸດລະດັບໄຂມັນໃນເລືອດ ຫຼຸດຄໍເລດເຕີລໍໃນເລືອດ ຊຶ່ງມີການພົບວ່າກະທຽມສາມາດຊ່ວຍເພີ່ມຄໍເລັດເຕີລໍ HDL ທີ່ດີ ແລະ ຊ່ວຍຫຼຸດໄຂມັນຄໍເລັດເຕີລໍ LDLລົົງ ຖ້າຫາກຮັບປະທານກະທຽມເປັນປະຈໍາພຽງ 1 ເດືອນກໍຈະສາມາດຊ່ວຍຫຼຸດປະລິມານຄໍເລດເຕີລໍໄດ້ຢ່າງເຫັນຜົນ.  

 _ _ _

  • HDL ເປັນໄຂມັນດີຊະນິດໜຶ່ງທີ່ຊ່ວຍລໍາລຽງຄໍເລດເຕີລໍ ແລະ ໄຕກຣີໄຮຈາກຫຼອດເລືອດແດງ ແລະ ເນື້ອໄປຫາຕັບ ແລະ ຫຼຸດຄວາມສ່ຽງໃນການເກີດໂລກຫຼອດເລືອດຫົວໃຈ.
  • LDL ເປັນໄຂມັນແຫຼວຫຼືເອີ້ນອີກຢ່າງໜຶ່ງວ່າໄຂມັນທີ່ບໍ່ດີ ແລະ ສົ່ງທີ່ບໍ່ດີຕໍ່ສຸຂະພາບຂອງເຮົາ ໂດຍໜ້າທີ່ຫຼັກຂອງ LDL ຄືການລໍາລຽງຄໍເລັດເຕີລໍໄປຫາເນື້ອເຫຍື້ອ ແລະ ຫຼອດເລືອດແດງ ຫາກມີຫຼາຍເກີນໄປກໍຈະເຮັດໃຫ້ຫຼອດເລືອດແດງຕີບ ແລະ ແຂງ ສ່ຽງຕໍ່ການເປັນໂລກກ່ຽວກັບຫົວໃຈ.
ການປະກອບສ່ວນ