ຫາງໝາ / Asian foxtail
APA 6th ed. ຫາງໝາ / Asian foxtail. (2021, December 8). Retrieved from https://www.phakhaolao.la/index.php/kb/0001338
MLA 8th ed. ຫາງໝາ / Asian foxtail. Pha Khao Lao, 8 December 2021, https://www.phakhaolao.la/index.php/kb/0001338.
Chicago 17th ed. Pha Khao Lao. 2021. "ຫາງໝາ / Asian foxtail." Published December 8, 2021. https://www.phakhaolao.la/index.php/kb/0001338.
Uraria crinita var. macrostachya (Wall.) Schindl.
Uraria crinita var. macrostachya Wall.
English: cat’s tail ແລະ Asian foxtail.
Chinese: 猫尾草 (māowěi∙cǎo), 长穗猫尾草 (chángsuì māowěi∙cǎo) ແລະ 兔尾草 (tùwěi∙cǎo)
Vietnamese: Đuôi chồn quả đen, Đuôi chó, đuôi cáo, bôn bôn ແລະ hầu vĩ tóc.
ຈັດເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ທຸກພາກສ່ວນຂອງລຳຕົ້ນສາກຊາ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3-11 ໃບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງປະມານ 3.5 ຊມ, ຍາວ 8-15 ຊມ, ໂຄນໃບແຫຼມ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜຽວ, ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຄາຍ. ຫູໃບມີລັກສະນະເປັນເສັ້ນດ້າຍ, ຍາວ 0.5-1 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຮູບຊົງກະບອກ, ກວ້າງ 2-3 ຊມ, ຍາວ 10-40 ຊມ. ດອກຍ່ອຍຈຳນວນຫຼາຍ, ຈັບແກ່ນຊໍ່ດອກຢ່າງໜາແໜ້ນ, ສີມ້ວງອ່ອນ ຫຼື ສີບົວ. ກາບດອກມີ 5 ກາບ. ກີບດອກຮູບດອກຖົ່ວ, ມີ 5 ກີບ, ກວ້າງປະມານ 0.5 ຊມ, ຍາວ 1-2 ຊມ. ກ້ານດອກຍ່ອຍມີຂົນຄັນຄາຍກະຈາຍຢ່າງໜາແໜ້ນ, ປາຍງໍເປັນຂໍ. ເກສອນເພດຜູ້ມີ 10 ອັນ, ຂ້ອນຂ້າງແຂງ. ໝາກເປັນຝັກ, ຮູບຂອບຂະໜານແປ, ກວ້າງປະມານ 3 ມມ, ຍາວປະມານ 1 ຊມ, ມີລັກສະນະເປັນຂໍ້, ພັບໄປມາ, ໝາກແກ່ເປັນສີດຳ, ໝາກແກ່ບໍ່ແຕກ.
ພົບຕາມປ່າດົງດິບເຂດສູງ, ປ່າປະສົມ ແລະ ປ່າຝັ່ງນ້ຳ.
ສັບພະຄຸນ:
- ຮາກ: ນຳມາຕົ້ມດື່ມແກ້ອາການທ້ອງຂີ້ຮາກ, ນຳມາຝົນກັບເຫຼົ້າ ຫຼື ນ້ຳໝາກນາວດື່ມ ຫຼື ທາແກ້ພິດງູ, ແກ້ພິດຂີ້ເຂັບ, ນຳມາປະສົມກັບຮາກແກບໜູ ແລະ ຮາກຕົ້ນມູກມັນຕົ້ມດື່ມແກ້ອາການທາງລະບົບປະສາດ ແລະ ນຳມາຝົນກັບນ້ຳປູນທາຮັກສາຝີ.
- ທັ້ງຕົ້ນ: ນຳມາປະສົມກັບຫົວຢາເຂົ້າເຢັນຕົ້ມດື່ມແກ້ເມື່ອຍ, ໃຊ້ເປັນຢາຫ້າມເລືອດ, ລົດໄຂ້, ບັນເທົາອາການໄອ, ໃຊ້ຮັກສາພະຍາດບິດ, ຖອກທ້ອງ, ເນື້ອງອກ, ມ້າມ ແລະ ຕັບໃຫຍ່.
ຄຸນປະໂຫຍດ:
- ໃບ: ບົດແລ້ວທາເພື່ອກຳຈັດເຫົາ.
- ໃບ ແລະ ຊໍ່ດອກ: ນຳໄປໃສ່ໄຫປາແດກໃຫ້ໜອນປາແດກເກາະອອກມາ.
- ທັງຕົ້ນ: ໃຊ້ປູກເປັນພືດຄຸມດິນ ແລະ ນຳມາເປັນປຸຍໄດ້ດີ.
ພືດປະດັບ: ນຳມາປູກເປັນໄມ້ປະດັບໄດ້ດີ.