ໝາກແຄ້ງຂົມເຄືອ / Climbing Brinjal
APA 6th ed. ໝາກແຄ້ງຂົມເຄືອ / Climbing Brinjal. (2021, August 24). Retrieved from https://www.phakhaolao.la/index.php/kb/0001315
MLA 8th ed. ໝາກແຄ້ງຂົມເຄືອ / Climbing Brinjal. Pha Khao Lao, 24 August 2021, https://www.phakhaolao.la/index.php/kb/0001315.
Chicago 17th ed. Pha Khao Lao. 2021. "ໝາກແຄ້ງຂົມເຄືອ / Climbing Brinjal." Published August 24, 2021. https://www.phakhaolao.la/index.php/kb/0001315.
Solanum fuscum B.Heyne ex Wall., nomen nudum
Solanum griffithii (C.B.Clarke) Kuntze
Solanum hainanense Hance
Solanum maingayi Kuntze
Solanum miyakojimense T.Yamaz. & Takushi
Solanum procumbens Lour.
Solanum prostratum Raeusch., nomen nudum
Solanum sarmentosum Nees
Solanum trilobatum var. griffithii C.B.Clarke
ໄທ: ໝາກແຄ້ງເຄືອ ແລະ ໝາກແຄ້ງຂຽວ.
ອັງກິດ: Purple Fruited Pea Eggplant ແລະ Thai nightshade.
ການາດາ: Kakamunji ແລະ Ambusondeballi.
ລຳຕົ້ນເປັນຟຸ່ມ ຫຼື ລຳເຄືອ, ເລືອພັນໄປຕາມຕົ້ນໄມ້, ຍາວ 2-3 ມ, ຮູບກົມ, ມີໜາມຕາມລຳຕົ້ນ ແລະ ກິ່ງກ້ານ, ສີຂຽວເຂັ້ມເປັນມັນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ຮູບສາມຫຼ່ຽມ ຫຼື ລັກສະສະນະຮູບດາວ, ກວ້າງ 1-4 ຊມ, ຍາວ 2-7 ຊມ, ໂຄນໃບແຫຼມ ຫຼື ບ້ຽວ, ຂອບເປັນຄື້ນ, ປາຍເປັນຄື້ນຕື້ນ 3-5 ວັກ, ແຕ່ລະວັກເປັນຮູບມົນ, ມີໜາມຫນ້ອຍໜື່ງກະຈາຍຕາມກ້ານໃບ ແລະ ເສັ້ນກາງໃບ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີມ້ວງປົນສີຟ້າ. ກາບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ສີຂຽວ. ກີບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ປາຍມົນ, ປາຍແຫຼມ. ເກສອນເພດຜູ້ມີ 5 ອັນ, ສີເຫຼືອງສົດ. ໝາກຮູບກົມ, ຂະໜາດ 0.5 ຊມ, ຜິວລຽບ, ສີຂຽວມີລາຍສີຂາວ, ໝາກສຸກສີແດງໃສ. ແກ່ນແປ, ຮູບກົມ, ມີຈຳນວນຫຼາຍ.
ອາຫານ:
ຍອດອ່ອນ: ສາມາດນຳມາກິນເປັນຜັກໄດ້ ແຕ່ຕ້ອງນຳມາຕົ້ມໃຫ້ສຸກກ່ອນ.
ໝາກອ່ອນ: ຮັບປະທານສົດ, ຕົ້ມ, ລວກ ຫຼື ເຜົາໄຟໃຊ້ເປັນຜັກກິນກັບແຈ່ວ.
ສັບພະຄຸນ:
ຮາກ: ແກ້ອາການເລືອດອອກຮູທະວານໜັກ, ແກ້ໄອ, ຂັບເສມຫະ, ແກ້ຫອບຫືດ, ຊ່ວຍຂັບປັດສະວະ, ແກ້ໄຂ້ສັນນິບາດ, ຊ່ວຍບຳລຸງທາດ, ແກ້ນ້ຳລາຍໜຽວ, ຂາດນ້ຳ, ເຮັດໃຫ້ເກີດລູກງ່າຍ ແລະ ແກ້ພະຍາດວັນນະໂລກ.
ລຳຕົ້ນ: ແກ້ອາການທ້ອງອືດໃນຂະນະຖືພາ, ແກ້ໄອ, ຂັບເສມຫະ, ແກ້ນ້ຳລາຍໜຽວ, ຊ່ວຍບັນເທົາອາການໄຂ້ ແລະ ຊ່ວຍຂັບປັດສະວະ.
ໃບ: ຊ່ວຍບຳລຸງທາດ, ແກ້ໄອ ແລະ ແກ້ນ້ຳລາຍໜຽວ.
ໝາກສຸກ: ແກ້ໄອ, ຂັບເສມຫະ, ຂັບປັດສະວະ, ຮັກສາພະຍາດເບົາຫວານ, ບຳລຸງນ້ຳບີ, ແກ້ນ້ຳລາຍໜຽວ, ບຳລຸງເລືອດ ແລະ ແກ້ອາການເລືອດອອກບໍລິເວນທະວານ.
ທັງຕົ້ນ: ຊ່ວຍຂັບເຫື່ອ, ແກ້ໄອ, ແກ້ອາການຫອບຫືດ, ຊ່ວຍຂັບປັດສະວະ, ຊ່ວຍຕ້ານເຊື້ອແບັກທິເຣຍ, ເຊື້ອຣາ, ມີສານຕ້ານອານຸມູນອິດສະຫຼະ, ສານຕ້ານເນື້ອງອກ, ແກ້ອາການຮາກເປັນເລືອດ, ແກ້ພະຍາດໄຂຂໍ້, ຮັກສາພະຍາດຂີ້ເຮື້ອນຫຼາຍຊະນິດ ແລະ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ.
ປະຈຸບັນໄດ້ພັດທະນາເປັນຢາສຳເລັດຮູບເຊິ່ງເປັນຢາແກ້ໄອ, ຂັບເສມຫະ ແລະ ຮັກສາບາດແຜໃນລຳຄໍ.
ພືດປະດັບ: ນຳມາປູກຕາມຮົ່ມບ້ານເພື່ອເປັນພືດປະດັບເນື່ອງຈາກມີໃບຂຽວຕະຫຼອດປີ, ດອກ ແລະ ໝາກມີສີສັນສວຍງາມ.
ສານສຳຄັນທີ່ພົບ:
ໃບ: ມີສາຍ Tomatid-5-en-3-ß-ol, ມີນ້ຳຕານ, ໂປຣຕີນ, Alkaloids, Flavonoids, Saponins, Tannins, Cardiac glycoside, Terpenoids ແລະ ໄຂມັນ.
ສານສະກັດຈາກໃບ: ສາມາດຕ້ານຈຸລະຊີບທີ່ດີຕໍ່ທັງແບັກທິເຣຍແກມບວກ ແລະ ແກມລົບ.
ດອກ: ມີສານ Alkaloids, Cellulose, Pectins Unidentified organic acid Lignins ແລະ Unidentified saponins.
ໝາກ: Enzyme oxidase ແລະ Vitamin A ຂ້ອນຂ້າງສູງ.