ຮີ່ງມ້າ / Winged-stalk Crotalaria
APA 6th ed. ຮີ່ງມ້າ / Winged-stalk Crotalaria. (2021, August 18). Retrieved from https://www.phakhaolao.la/index.php/kb/0001307
MLA 8th ed. ຮີ່ງມ້າ / Winged-stalk Crotalaria. Pha Khao Lao, 18 August 2021, https://www.phakhaolao.la/index.php/kb/0001307.
Chicago 17th ed. Pha Khao Lao. 2021. "ຮີ່ງມ້າ / Winged-stalk Crotalaria." Published August 18, 2021. https://www.phakhaolao.la/index.php/kb/0001307.
Crotalaria alata H. Lév.
Crotalaria bidiei Gamble
ໄທ: ຫິ່ງເມັນນ້ອຍ, ໝາກຫິ່ງເມ່ນດອຍ, ຫິ່ງເມ່ນ ແລະ ຫິ່ງຫ້ອຍ
ອັງກິດ: Winged-stalk crotalaria
ອາເມລິກາ: Rattlebox
ຈັດເປັນພືດລົ້ມລຸກ, ອາຍຸພຽງລະດູດຽວ. ລຳຕົ້ນຕັ້ງຊື່, ສູງໄດ້ປະມານ 1 ມ, ລຳຕົ້ນ ແລະ ກິ່ງກ້ານມີປີກແຜອອກແຄບໆ, ທຸກສ່ວນຂອງລຳຕົ້ນມີຂົນອ່ອນນຸ້ມສີຂາວກະຈາຍຢູ່ທົ່ວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ຮູບໄຂ່, ຮູບຮີ, ຮູບຫອກ ຫຼື ຮູບຫອກປີ້ນ, ກວ້າງ 0.5-5 ຊມ, ຍາວ 3-9 ຊມ, ໂຄນໃບຮູບຫຼິ່ມ, ມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼືຶ ເປັນຕິ່ງໜາມ, ຜິວໃບມີຂົນອ່ອນນຸ້ມປົກຄຸມທັງສອງດ້ານ. ຫູໃບອອກຍາວຕາມກິ່ງ, ກວ້າງ 4-10 ມມ, ປາຍຮູບສາມຫຼ່ຽມ ຫຼື ຮູບກຽວ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ. ກ້ານຊໍ່ດອກຍາວ 5-10 ຊມ. ດອກຍ່ອຍມີ 2-3 ດອກ, ຮູບດອກຖົ່ວ, ສີເຫຼືອງ. ກ້ານດອກຍາວ 4-5 ມມ. ໃບປະດັບດອກຮູບເຄິ່ງຮູບຫົວໃຈ ຫຼື ຮູບຫອກ, ຍາວປະມານ 4-5 ມມ. ກາບດອກຮູບປາກເປີດ, ຍາວປະມານ 11 ມມ, ມີຂົນກະຈາຍຢູ່ທົ່ວ. ກີບດອກຮູບດອກຖົ່ວ, ສີເຫຼືອງສົດ. ມີເກສອນເພດຜູ້ 10 ອັນ. ເຕົ້າໄຂ່ຮູບຂອບຂະໜານ, ຜິວກ້ຽງ. ໝາກເປັນຝັກ, ຮູບຊົງກະບອກ ຫຼື ຮູບຂອບຂະໜານ, ກວ້າງປະມານ 0.8 ຊມ, ຍາວ 3-4 ຊມ, ຜິວໝາກກ້ຽງ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນຮູບແກ່ນຖົ່ວ, ຂະໜາດນ້ອຍ.
ສັບພະຄຸນ:
ຮາກ: ຕົ້ມດື່ມແກ້ທ້ອງອືດ, ຮັກສາອາການເຈັບກະເພາະ, ບຳລຸງກຳລັງ ແລະ ແກ້ອາການວິນຫົວ.
ນ້ຳຈາກຮາກ: ໃຊ້ຮັກສາໄຂ້ມາລາເຣຍ ແລະ ແກ້ອາການຢ່ຽວໃສ່ບ່ອນຂອງເດັກນ້ອຍ.
ຮາກ, ລຳຕົ້ນ ແລະ ໝາກ: ຕົ້ມດື່ມແກ້ນິ້ວ.
ທັງຕົ້ນ: ຕົ້ມດື່ມເປັນຢາບຳລຸງກຳລັງ, ຊ່ວຍຂັບປັດສະວະ, ຮັກສາປາດົງຂໍ, ນຳມາຕົ້ມອາບແກ້ອາການຝົກຊ້ຳ ແລະ ບວມ.
ຄຸນປະໂຫຍດ:
ທັງຕົ້ນ: ໃຊ້ເຮັດປຸ່ຍພືດສົດໄດ້ດີ.
ນຳມາປຸກຄຸມດິນເພື່ອຟື້ນຟູສະພາບດິນ ແລະ ເຮັດໃຫ້ດິນມີຄຸນນະພາບ.