ແຄຟອຍ / Khea Foi

ການນຳໃຊ້
ອາຫານ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Stereospermum neuranthum Kurz / BIGNONIACEAE
ຊື່ພ້ອງ
Radermachera wallichii (C.B.Clarke) Chatterjee
Stereospermum grandiflorum Cubitt & W.W.Sm.
Stereospermum wallichii C.B.Clarke
ຊື່ອື່ນ
ໄທ: ແຄຊາຍ, ແຄກ້ອງ, ແຄດົງ, ແຄຝອຍ ແລະ ແຄຫັນແຫ້.
ຈີນ: 毛叶羽叶楸.
ຫວຽດນາມ: Quao núi, Ké quao vàng, khế núi ແລະ Khế núi.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຂະໜາດກາງ ຫຼື ຂະໜາດໃຫຍ່, ປ່ຽນໃບ. ລຳຕົ້ນຕັ້ງຊື່, ສູງ 15-25 ມ, ເປືອກລຽບ, ສີນ້ຳຕານແດງ, ກິ່ງອ່ອນ ແລະ ປາຍຍອດມີຂົນສີເທົາ ແລະ ມີຕ່ອມນ້ຳມັນປົກຄຸມຢ່າງໜາແໜ້ນ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງກົງກັນຂ້າມ, ຍາວ 18-40 ຊມ. ໃບຍ່ອຍອອກຮຽງກົງກັນຂ້າມກັນ, ຮູບຫອກ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 2.5-5.3 ຊມ, ຍາວ 6-13 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍຮຽວຍາວ, ໃບອ່ອນມີຂົນສີນ້ຳຕານເຫຼືອງປົກຄຸມຢ່າງໜາແໜ້ນທັງສອງດ້ານ, ຂົນຈະຫຼຸດອອກໄປເມື່ອແກ່. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ ແລະ ປາຍກິ່ງ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ດອກຍ່ອຍຈຳນວນຫຼາຍ, ສີນ້ຳຕານປົນສີມ່ວງອ່ອນ ຫຼື ສີນ້ຳຕານປົນສີຂຽວ. ກາບດອກເຊື່ອມຕິດກັນເປັນຫຼອດແຄບ ຫຼື ຮູບຊົງກະບອກ, ຍາວ 1-1.7 ຊມ, ປາຍແຍກອອກເປັນ 5 ແສກ, ສັນໆ. ກີບດອກເຊື່ອມຕິດກັນເປັນຮູບໂຖ, ຍາວ 4-5.5 ຊມ, ຂອບເປັນແຂ້ວຖີ່. ເກສອນເພດຜູ້ມີ 2 ຄູ່ສັ້ນ, 1 ຄູ່ຍາວ, ຜິວລຽບ ຫຼື ກ້ຽງ. ເຕົ້າໄຂ່ມີຂົນປົກຄຸມຢ່າງໜາແໜ້ນ. ໝາກຮູບຊົງກະບອກ, ກ້ວາງ 3-10 ມມ, ຍາວປະມານ 60 ຊມ, ຝັກແກ່ບິດງໍເລັກນ້ອຍ, ມີຂົນປົກຄຸມຢ່າງໜາແໜ້ນ. ແກ່ນມີປີກ, ກ້ວາງ 0.8-1.9 ຊມ, ຍາວ 1.8-2.1 ຊມ.

ບັນຍາຍການນຳໃຊ້

ອາຫານ: ດອກ ແລະ ຍອດອ່ອນ: ໃຊ້ຮັບປະທານໄດ້.
ສິ່ງປຸກສ້າງ: ເນື້ອໄມ້: ເນື້ອຍາບ, ສີນ້ຳຕານອ່ອນໃຊ້ເຮັດເສົາເຮືອນ, ກະດານພື້ນ, ຝາ ແລະ ຄານກວຽນ ຫຼື ນຳໃຊ້ໂຄງສ້າງຕ່າງໆໄດ້.

ການປະກອບສ່ວນ