ຄ້ຳລີ້ນ
APA 6th ed. ຄ້ຳລີ້ນ. (2021, April 5). Retrieved from https://www.phakhaolao.la/index.php/kb/0001104
MLA 8th ed. ຄ້ຳລີ້ນ. Pha Khao Lao, 5 April 2021, https://www.phakhaolao.la/index.php/kb/0001104.
Chicago 17th ed. Pha Khao Lao. 2021. "ຄ້ຳລີ້ນ." Published April 5, 2021. https://www.phakhaolao.la/index.php/kb/0001104.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5-12 ມ, ຮູບກົມ, ປາຍຍອດເປັນຊົງຟຸ່ມກ້ວາງ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງສະຫຼັບ, ໃບກາງມີຂະໜາດໃຫຍ່ກ່ວາໝູ່, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກປີ້ນ, ກ້ວາງ 4-6 ຊມ, ຍາວ 5-10 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ຊໍ່ດອກແບບແຕກຂະແໜງ, ອອກບໍລິເວນປາຍກິ່ງ, ຍາວ 10-18 ຊມ, ມີຂົນສີນ້ຳຕານກະຈາຍທົ່ວຊໍ່ດອກ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກາບດອກມີ 5 ກີບ, ຂະໜາດນ້ອຍ, ຮູບສາມຫຼ່ຽມ, ມີຂົນສັ້ນ, ສີຂຽວ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ປາຍມົນ, ຍາວປະມານ 6 ເທົ່າຂອງກາບດອກ, ດ້ານນອກມີຂົນສັ້ນ, ສີຂາວນວນ. ເກສອນເພດຜູ້ມີ 10 ອັນ. ໝາກຮູບກົມ, ໝາກສຸກປ່ຽນເປັນສີເຫຼືອງ, ມີຂົນສີນ້ຳຕານກະຈາຍທົ່ວຜິວ. ແກ່ນມີ 1 ແກ່ນ, ຮູບກົມ, ມີແພຫຸ້ມເມັດໄວ້.
ອາຫານ:
- ໝາກສຸກ: ສາມາດຮັບປະທານເປັນໝາກໄມ້ສຸກໄດ້ ແລະ ນຳມາຕຳກິນໄດ້.
ສັບພະຄຸນ:
- ຮາກ: ຊ່ວຍຂັບລົມໃນລຳໄສ້, ເຈັບເມື່ອຍຕາມຮ່າງກາຍ ແລະ ບຳລຸງເສັ້ນເອັນ, ແກ້ເອັນອັກເສບ (ຮາກ ແລະ ຕົ້ນ).
- ເປືອກ: ຊ່ວຍຫ້າມເລືອດ, ລ້າງບາດແຜ, ຮັກສາແຜ ແລະ ຊ່ວຍແກ້ຫິດສຸກຫິດເປື່ອຍ (ເປືອກ ແລະ ເນື້ອໄມ້).
- ໝາກສຸກ: ກິນເປັນຢາຮັກສາແຜໃນກະເພາະອາຫານ, ໃນລຳໄສ້ ແລະ ຮັກສາແຜເປື່ອຍ.
ສິ່ງປຸກສ້າງ: ເນື້ອໄມ້ໃຊ້ສຳລັບການກໍ່ສ້າງ.
ພະລັງງານ: ເນື້ອໄມ້ນຳມາເຮັດຟືນທີ່ໃຫ້ຄວາມຮ້ອນສູງ.