ແຄແດງ / Africom tulip tree

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Spathodea campanulata P. Beauv. / BIGNONIACEAE
ຊື່ພ້ອງ
Bignonia tulipifera Schum.
Bignonia tulipifera Thonn.
Spathodea campanulata subsp. campanulata
Spathodea campanulata subsp. congolana Bidgood
Spathodea campanulata subsp. nilotica (Seem.) Bidgood
Spathodea danckelmaniana Büttner
Spathodea nilotica Seem.
Spathodea nilotica f. bryanii O.Deg. & I.Deg.
Spathodea tulipifera (Schum.) G.Don
ຊື່ອື່ນ
ໄທ: ແຄແດງ ແລະ ຍາມແດງ.
ອັງກິດ: Africom tulip tree, Fire bell, Fountain tree, Pichkari, Nandi flame ແລະ Syringe.
ຈີນ: 火焰樹 ແລະ 火焰木.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 15-20 ມ, ປາຍຍອດເປັນຊົງຟຸ່ມໝາ, ເປືອກຕົ້ນເປັນສີນ້ຳຕານເຂັ້ມ, ມີຮອຍແຕກຕາມລວງຍາວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 4-7 ຄູ່, ຮູບຮີ, ກ້ວາງ 5-8 ຊມ,​ ຍາວ 8-13 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ຜິວໃບຊາມື. ຊໍ່ດອກແບບກະຈະ, ອອກບໍລິເວນປາຍກິ່ງ, ຕັ້ງຊື່, ກ້ານຊໍ່ດອກຍາວ. ດອກຍ່ອຍມີຈຳນວນຫຼາຍ, ບານຄັ້ງລະ 2-6 ດອກ, ມີຂະໜາດເສັ້ນຜ່າສູນກາງ 6-9 ຊມ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ຫຼົ່ນງ່າຍ, ສີສົ້ມ. ໝາກເປັນຝັກ, ຮູບຮີ, ປາຍແຫຼມ, ໝາກແກ່ເປັນສີນ້ຳຕານ, ໝາກແກ່ແຕກອອກເປັນດ້ານດຽວ. ແກ່ນມີຈຳນວນຫຼາຍ, ມີຂະໜາດນ້ອຍ, ແປ ແລະ ມີປີກ.

ບັນຍາຍການນຳໃຊ້

ເປັນອາຫານ: ດອກສາມາດນຳມາກິນເປັນອາຫານຄືກັບດອກແຄບ້ານ.

ສັບພະຄຸນ

  • ເປືອກ: ຕົ້ມນ້ຳດື່ມບຳລຸງທາດ, ແກ້ອາການເຈັບທ້ອງບິດ ແລະ ໃຊ້ພອກຮັກສາແຜຊຳເຮື້ອ.
  • ໃບ ແລະ ດອກ: ໃຊ້ພອກຮັກສາແຜ. 
  • ເປືອກ, ໃບ, ດອກ ແລະ ໝາກ: ໃຊ້ຮັກສາພະຍາດຜິວໜັງ ແລະ ແຜຊຳເຮື້ອ.

 ພືດປະດັບ: ນິຍົມປູກເປັນພືດປະດັບ ຫຼື ໃຫ້ຮົ່ມ, ສ່ວນຫຼາຍຈະປູກຕາມສວນສາທາລະນະ ຫຼື ແຄມທາງທົ່ວໄປ.

ການປະກອບສ່ວນ