ຕົ້ນຕູມກາຂາວ

ການນຳໃຊ້
ພະລັງງານ
ອາຫານ
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Strychnos nux-blanda A.W.Hill / LOGANIACEAE
ຊື່ພ້ອງ
Strychnos nux-blanda var. hirsuta A.W. Hill
Strychnos nux-vomica var. grandifolia Dop
ຊື່ອື່ນ
ໄທ: ໝາກຂີ້ກາ, ໝາກຕິ່ງ, ໝາກຕິ່ງຕົ້ນ, ມະຕິ່ງໝາກ, ຕູມກາຂາວ, ໝາກຕື່ງ, ອີ່ໂທເໝາະ, ກໍວູແຊ້, ກໍ້ອື້, ກະອື້, ໝາກປິນປ່າ, ແສງເບືອ, ສະແລງໃຈ, ຕາກາຕົ້ນ, ຕື່ງ ແລະ ຕຶງຕົ້ນ.
ກຳປູເຈຍ: ការប្តូរមី.
ຈີນ: 山马钱 (shan ma qian).
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 15 ມ, ເປືອກຕົ້ນເປັນສີເທົາປົນສີເຫຼືອງ, ບໍ່ມີຊ່ອງອາກາດ, ກ້ຽງ, ຕາມງ່າມໃບບາງຄັ້ັ້ັັັັັງມີໜາມ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່, ຮູບຮີກ້ວາງ ຫຼື ກົມ, ກ້ວາງ 8-10 ຊມ, ຍາວ 10-14 ຊມ, ໂຄນໃບແຫຼມ, ກົມ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ, ຮຽວແຫຼມ ຫຼື ເປັນຕິ່ງໜາມ, ຜິວໃບສີຂຽວເຂັ້ມ, ຜິວລຽບ ຫຼື ມີຂົນສັ້ນປົກຄຸມຢູ່ບໍລິເວນເສັ້ນກາງກ່າງໃບ. ກ້ານໃບຮູບກົມ,​ ຍາວ 5-17 ຊມ, ສີເຫຼືອງ. ຊໍ່ດອກແບບກະຈຸກ ຫຼື ແຕກແໜງ, ອອກຕາມປາຍກິ່ງ ຫຼື ປາຍຍອດ, ຍາວ 3.5-5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ມີສີຂຽວປົນສີຂາວ. ກ້ານດອກຍາວບໍ່ເກີນ 2.5 ມມ. ກາບດອກມີ 5 ກາບ, ຮູບໄຂ່ ຫຼື ຮູບຫອກ, ຍາວ 1.5-2,2 ມມ, ດ້ານນອກມີຂົນ ຫຼື ກ້ຽງ, ສ່ວນດ້ານໃນກ້ຽງ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 9.4-13.6 ມມ, ປາຍແຍກອອກເປັນ 5 ແສກ, ດ້ານນອກກ້ຽງ ແລະ ມີຕຸ່ມເລັກນ້ອຍ, ໂຄນກີບດອກມີຂົນຮູບຂົນແກະ, ກີບດອກມີຕຸ່ມໜາແໜ້ນຢູ່ບໍລິເວນສ່ວນປາຍ. ເກສອນເພດຜູ້ມີ 5 ອັນ, ບໍ່ມີກ້ານດອກ, ຕິດຢູ່ພາຍໃນຫຼອດກີບດອກ, ຖົງລະອອງເປັນຮູບຂອບຂະໜານ, ຍາວ 1.5-2 ມມ. ເຕົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ຍາວ 8-13 ມມ, ກ້ຽງ, ປາຍຮ່ວງຮັບເປັນຕຸ່ມ. ໝາກຮູບກົມ, ມີເສັ້ນຜ່າສູນກາງ 5-8 ຊມ, ເປືອກໜາ ແລະ ແຂງ, ສີຂຽວ, ເມື່ອສຸກແລ້ວເປັນສີສົ້ມ ຫຼື ສີແດງ, ບໍ່ແຕກ. ແກ່ນປະມານ 4-15 ແກ່ນ.

ບັນຍາຍການນຳໃຊ້

ອາຫານ: 

  • ໝາກສຸກ: ສາມາດກິນໄດ້. 

ສັບພະຄຸນ: 

  • ຮາກ: ຝົນກັບນ້ຳທາແກ້ອັກເສບງູກັດ (ຮາກ, ຕົ້ນ), ເປັນຢາແກ້ໄຂ້ມາລາເຣຍ, ແກ້ທ້ອງອືດ, ທ້ອງເຟີ້ ແລະ ຕົ້ມດື່ມເປັນຢາລະບາຍ (ຕົ້ມປະສົມກັບຕົ້ນກຳແພງຈັດຊັ້ນ, ຮາກປໍຂາວ ແລະ ຮາກສະມ່ວງ). 
  • ເປືອກຕົ້ນ: ຊ່ວຍຈະເລີນອາຫານ (ເປືອກຕົ້ນ, ເນື້ອໄມ້), ເປັນຢາບຳລຸງຫົວໃຈ, ຄ້ຽວກິນກັບເກືອແກ້ອາການເຈັບທອງ, ໃຊ້ເປັນຢາແກ້ພິດສັດກັດຕ່ອຍ ແລະ ຝົນກັບເຫຼົ້າພອກ ຫຼື ກິນແກ້ອາການອັກເສບຈາກພິດງູກັດ.
  • ເນື້ອໄມ້: ຊ່ວຍບຳລັງປະສາດ, ແກ້ໄຂ້, ແກ້ພິດຮ້ອນ, ແກ້ໄຂ້ຊຶມ, ເປັນຢາແກ້ເຈັບເມື່ອຍຕາມຮ່າງກາຍ ແລະ ຕົ້ມດື່ມເປັນຢາແກ້ເບົາຫວານ (ຕົ້ມກັບເຄືອເຂົາຮໍ).
  • ຕົ້ນ: ຕົ້ມ ຫຼື ຝົນທາແກ້ອາການເຈັບຂໍ້ ແລະ ຕົ້ມດ່ື່ມເປັນຢາແກ້ພິດພາຍໃນ.
  • ໃບ: ຕຳພອກແກ້ແຜເນົ່າເປື້ອຍຊຳເຮື້ອ, ຕຳພອກ ຫຼື ຄັ້ນເອົານ້ຳທາຮັກສາພະຍາດຜິວໜັງ, ຂີ້ກາກ ແລະ ແກ້ອາການຟົກບວມຕາມຜິວໜັງ.
  • ແກ່ນ: ຊ່ວຍຈະເລີນອາຫານ, ຊ່ວຍຂັບນ້ຳຍ່ອຍ, ແກ້ອິດເມື່ອຍ, ເປັນຢາບຳລຸງທາດ, ຊ່ວຍກະຕຸ້ນປະສາດສ່ວນກາງ, ບຳລຸງປະສາດຫູ, ຕາ, ດັງ, ຊ່ວຍບຳລຸງຫົວໃຈ ເຮັດຫົວໃຈເຕັ້ນແຮງ, ແກ້ເລືອດພິດ, ແກ້ໄຂ້ ເຮັດໃຫ້ຕົວເຢັນລົງ, ແກ້ພະຍາດປາດົງຂໍ, ແກ້ອາການປວກຮາກ, ບຳລຸງກ້າມຊີ້ນກະເພາະອາຫານເຮັດໃຫ້ລຳໄສ້ແຂງແຮງ, ຊ່ວຍແກ້ລົມໃນທ້ອງ, ຂັບລົມໃນລຳໄສ້, ຂັບພະຍາດພິດ, ຂັບປັດສະວະ, ແກ້ລິດຊີດວງທະວານ, ບຳລຸງທາງເພດຂອງທ່ານຊາຍ, ແກ້ໜອງໃນ, ແກ້ໝາກໄຂ່ຫຼັງອັກເສບ, ໃຊ້ເປັນຢາແກ້ພິດງູ, ພິດຂີ້ເຂັບ, ແມງງອດ, ແກ້ອາການເຈັບເມື່ອຍ, ແກ້ອຳມະພາດ, ແກ້ເສັ້ນຕາຍ, ແກ້ເໜັບຊາ ແລະ ອາການຊາຕາມແຂນຂາ.

ໃຫ້ພະລັງງານ: ໄມ້ ແລະ ກິ່ງສາມາດນຳມາເຮັດຟືນ ຫຼື ຖານໄດ້ດີເນື່ອງຈາກເປັນໄມ້ທີ່ໃຫ້ພະລັງງານສູງ.

ສິງປຸກສ້າງ: ເນື້ອໄມ້ມີຄວາມແຂງ ແລະ ໜາຈຶງສາມາດນຳມາເຮັດທີ່ຢູ່ອາໃສໄດ້.

    ນອກຈາກນີ້ແລ້ວຕົ້ນ, ຮາກ ແລະ ໃບນຳມາປະສົມກັນເປັນຢາຂັບພະຍາດພິດໃນມ້າ ແລະ ສັດລຽງ.

ໝາຍເຫດ: ທຸກພາກສ່ວນຂອງຕົ້ນມີພິດ, ເປັນຢາທີ່ອັນຕະລາຍຫຼາຍ ກ່ອນນຳໄປໃຊ້ຕ້ອງຜ່ານຂະບວນການກຳຈັດພິດ.

ການປະກອບສ່ວນ