ກະເບື້ອນ້ຳ / Coin-leaf desmodium

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Grona styracifolia (Osbeck) H.Ohashi & K.Ohashi / FABACEAE
ຊື່ພ້ອງ
Codariocalyx conicus (Poir.) Hassk.
Desmodium celebicum Schindl.
Desmodium strigillosum subsp. celebicum (Schindl.) H.Ohashi
Desmodium styracifolium (Osbeck) Merr.
Hedysarum conicum Poir.
Hedysarum decumbens Dennst.
Hedysarum pilosum Roxb. ex Wight & Arn.
Hedysarum spinosissimum DC.
Hedysarum styracifolium Osbeck
Hedysarum variegatum Port.
Nicolsonia styracifolia (Osbeck) Desv.
Uraria styracifolia (L.) Wight & Arn.
ຊື່ອື່ນ
ຊື່ໄທ: ໝູທ້ອງຂາວ, ຜີເສື້ອນ້ຳ, ອີ່ໜ້ຽວ, ກວ້າງກົວຮີ ແລະ ຣຸກກຸລິງຕາໜໍ່.
ຊື່ຈີນ: 泡菜出租, 廣東金千潮, 金千超 ແລະ 金钱草.
ຊື່ຫວຽດ: Bạch nhĩ thảo, Rau má lông, Rau má thìa, Liên tiền thảo, Bươm bướm, Vảy rồng ແລະ Mắt trâu.
ກຳປູເຈຍ: Voë vèt, smau srâlâb pôpôôk ແລະ srâka niëk.
ມາເຣຍເຊຍ: Korat nasi.
ອິນໂດເນເຊຍ: Katepan, melikan ແລະ susuukan.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອ, ຍາວ 50-150 ຊມ, ມີຂະໜາດເສັ້ນຜ່າສູນກາງ 2.5-12 ມມ, ລຳຕົ້ນກົມ, ສີຂຽວອ່ອນ, ລຳຕົ້ນພາກສ່ວນທີ່ຖືກແສງເປັນສີມ່ວງແດງ ຫຼື ສີນ້ຳຕານ, ມີຂົນປົກຄຸມຢ່າງໜາແໜ້ນ, ສີເຫຼືອງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ ແລະ ມີໃບດ່ຽວອອກປົນກັນໄປ, ອອກຮຽງສະຫຼັບ, ໃບຍ່ອຍມີ 3 ໃບ, ອອກຮຽງກົງກັນຂ້າມ, ຮູບກົມ ຫຼື ຮູບຮີກ້ວາງ, ໂດຍທົ່ວໄປແລ້ວຈະເປັນຮູບໄຂ່ປີ້ນ, ກ້ວາງ 1.2-3.4 ຊມ, ຍາວ 1.4-4.5 ຊມ, ໃບເທິ່ງມີຂະໜາດໃຫຍ່ກ່ວາໃບຂ້າງ, ໃບຂ້າງຍາວປະມານ 0.6-3.5 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ, ຕັດ ຫຼື ວ້ຳຕື້ນເລັກນ້ອຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ກ້ານໃບກົມ, ຍາວ 0.5-1.2 ຊມ, ມີຂົນ. ຫູໃບຮູບຫອກ, ສີນ້ຳຕານເຂັ້ມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 3.5-7.5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ອັດແໜ້ນມີປະມານ 16-42 ດອກ. ກາບດອກຮູບໄຂ່, ສີຂຽວອ່ອນ. ກີບດອກກາງຮູບໄຂ່, ສີມ່ວງອ່ອນ, ປາຍເປັນສີມ່ວງເຂັ້ມ, ກີບຄູ່ຂ້າງເປັນສີບົວ ຫຼື ສີມ່ວງອ່ອນ. ເກສອນເພດຜູ້ມີ 4 ອັນ, ກ້ານເກສອນເພດຜູ້ເປັນສີມ່ວງ ຫຼື ສີແດງເຂັ້ມ, ຖົງລະອອງສີເຫຼືອງ. ໝາກເປັນຝັກ, ຮູບແຖບ ຫຼື ຮູບຂອບຂະໜານ, ກ້ວາງ 1.8-3 ມມ, ຍາວ 0.5-1.8 ຊມ, ມີຂໍ້, ຝັກໜຶ່ງມີປະມານ 3-6 ຂໍ້, ໝາກແຫ້ງແລ້ວແຕກ. ແກ່ນຮູບໝາກໄຂ່ຫຼັງ, ຝັກໜຶ່ງມີ 1-5 ແກ່ນ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ ແລະ ລຳຕົ້ນ: ຕົ້ມດື່ມເປັນຢາບຳລຸງຮ່າງກາຍ, ຫຼຸດຄວາມດັນເລືອດ, ໃຊ້ເປັນຢາແກ້ອາການຮ້ອນໃນ, ຮັກສາທາງເດີນປັດສະວະຕິດເຊື້ອ (ກະເບື້ອນ້ຳ 25 ກຼາມ + ຜັກກາດນ້ຳ 15 ກຼາມ+ຮາຍຈິນຊາ+ດອກສາຍນ້ຳເຜິ້ງ 15 ກຼາມນຳມາຕົ້ມດື່ມ), ຊ່ວຍຂັບປັດສະວະ, ຂັບໜິ້ວໃນທາງເດີນປັດສະວະ, ຂັບໜິ້ວໃນຖົງນ້ຳບີ, ຮັກສາຕັບອັກເສບ, ໃຊ້ເປັນຢາແກ້ໝາກໄຂ່ຫຼັງອັກເສບ, ແກ້ອາການບວມນ້ຳ ແລະ ຊ່ວຍຂັບນ້ຳເຫືອໃນຮ່າງກາຍ. ຕົ້ນແຫ້ງໃຊ້ຄັ້ງລະ 15-35 ກຼາມ, ຕົ້ນສົດໃຊ້ຄັ້ງລະ 20-60 ກຼາມ.
  • ສານສະກັດຈາກກະເບື້ອນ້ຳ: ເມື່ອນຳມາທົດລອງກັບໝາໃນອັດຕາສ່ວນ 1.6 ຊີໆ/ 1 ກ ພົບວ່າມີຜົນເຮັດໃຫ້ເລືອດໃນຫຼອດເລືອດຫົວໃຈໄຫຼວຽນດີຂຶ້ນ, ອັດຕາເຕັ້ນຂອງຫົວໃຈຫູຸດໜ້ອຍລົງ ແລະ ຫົວຈະມີກຳລັງບີບຕົວໄດ້ຫຼາຍຂຶ້ນ, ຊ່ວຍກະຕຸ້ນນຳດີໃຫ້ໄຫຼ່ອອກຈາກຖົງນ້ຳດີໄດ້ຫຼາຍຂຶ້ນ, ຊ່ວຍຄາຍກ້າມຊິ້ນກ້ຽງທີ່ລຳໄສ້ນ້ອຍ ແລະ ຊ່ວຍຫຼຸດຄວາມດັນເລືອດ. 

 ສານທີ່ພົບ: Alkaloid, Flavonoid, Glucoside, Phenols ແລະ Tannin. 

ໝາຍເຫດ: ສານສະກັດ ຫຼື ນ້ຳຈາກຕົ້ນກະເບື້ອນ້ຳບໍ່ມີຜົນກະທົບ ຫຼື ພິດໃດໆຕໍ່ກັບຈຸລັງສັດ.

ການປະກອບສ່ວນ